ກົມໃຫຍ່ການເມືອງ, ວິທະຍາຄານຕໍາຫຼວດປະຊາຊົນ, ກົມສານ, ກົມໃຫຍ່ພະລາທິການ, ຫ້ອງວ່າການ, ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975-2022 ) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໃນວັນທີ 1 ທັນວາ 2022, ແຕ່ລະພາກສ່ວນປາຖະກະຖາໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົ ວໜ້າກົມ ໃຫຍ່ການເມືອງ ປກສ, ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍາ ນວຍການວິທະຍາຄານຕໍາຫຼວດ ປະຊາຊົນ, ພົຈວ ແສງປະເສີດ ສຸທໍາ ມະວົງ ຫົວໜ້າກົມສື່ສານ, ພົຈວ ທອງສຸກ ຍ່າເອີລາວລີ ຮັກສາ ການຫົວໜ້າກົມໃຫຍ່ພະລາທິ ການ, ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວ ໜ້າກອງບັນຊາການປ້ອງກັນສູນ ກາງ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ພະແນກ ແລະ ພະ ນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ຜູ້ປາຖະກະຖາ ໄດ້ຍົກໃຫ້ເຫັນມູນເຊື້ອ ທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານໃນຄັ້ງນີ້ ເພື່ອ ເຮັດໃຫ້ຄະນະນຳ, ກົມ, ຫ້ອງ, ນາຍ ແລະ ພົນຕຳຫຼວດມີຄວາມ ຮັບຮູ້ເຂົ້າໃຈເຖິງມູນເຊື້ອ ແລະ ຄວາມສຳຄັນຂອງວັນຊາດ ທີ 2 ທັນວາ 1975, ເປັນມື້ທີ່ປະຊາ ຊົນລາວທັງຊາດ ໄດ້ປະກາດຕໍ່ໂລກ ຢ່າງດັງກ້ອງກັງວານ ວ່າ: ນັບແຕ່ມື້ນີ້ ເປັນຕົ້ນໄປປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ໄດ້ເປັນເຈົ້າປະ ເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸ ພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນສຽງປະກາດອັນສະຫງ່າ ລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ ຊາດລາວເປັນຊາດ ໜຶ່ງທີ່ມີກຽດ ສັກສີເທົ່າທຽມກັບຊາດອື່ນໆໃນ ອາຊີ ແລະ ໃນໂລກ: ພວກເຮົາ ພ້ອມກັນສະຫຼອງວັນຊາດທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊອັນເຕັມໄປດ້ວຍ ຄວາມພາກພູມໃຈຂອງຄົນໃນຊາດ, ເຊິ່ງໄດ້ມາຈາກການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດ, ຢາດເຫື່ອ ແລະ ນໍ້າຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ ຮັກຊາດບັນດາເຜົ່າທີ່ໄດ້ຕໍ່ສູ້ດ້ວຍ ນ້ຳໃຈເສຍສະລະ ຈຶ່ງໄດ້ນຳເອົາວັນ ນີ້ມາໃຫ້ຊາດ, ມາໃຫ້ປະຊາຊົນ ເຮົາ.

ມູນເຊື້ອອັນພິລະອາດຫານ ແລະ ຜົນງານຂອງອະດີດປະທານ ໄກສອນ ພົມວິຫານ ແລະ ຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດໃຫ້ບັນດາພະນັກງານ ຫຼັກແຫຼ່ງ ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ແລະ ວິລະ ກຳຂອງບັນດາວິລະບູລຸດໃນອະດີດທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໄວ້ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໄກ ສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ເພື່ອຮໍ່າຮຽນເອົາຄຸນສົມບັດທັດ ສະນະປະຕິວັດ ແບບແຜນໃນການ ນຳພາແບບແຜນການດຳລົງຊີວິດ ແລະ ອຸດົມຄະຕິປະຕິວັດຂອງປະ ທານ ໄກສອນ ພົນວິຫານ ພະນັກ ງານຫຼັກແຫຼ່ງຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດມູນເຊື້ອອັນອົງອາດກ້າ ຫານມູນເຊື້ອສາມັກຄີພາຍ ໃນຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ.