ໃນວັນທີ 24 ພະຈິກ 2022, ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ຍຸດທະສາດຕ້ານການສໍໍ້ລາດບັງຫຼວງ ໃຫ້ນາຍ ແລະ ພົນຕຳຫຼວດ ພາຍໃນກອງບັນຊາການ ປກສ ແຂວງ, ໂດຍມີ ພັອ ຕູ່ຊົ່ງ ປັດໃຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ທ່ານ ຄຳພວງ ດວງມະນີ ຮອງປະທານອົງການກວດກາແຂວງ, ຄະນະບັນຊາ, ມີບັນດາຫົວໜ້າຫ້ອງ, ຫົວໜ້າພະແນກ ແລະ ມີຕາງໜ້າອົງການກວດກາລັດ ຂັ້ນແຂວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄຳພວງ ດວງມະນີ ໄດ້ຍົກໃຫ້ເຫັນຍຸດທະສາດຕ້ານການສໍ້ລາດບັງຫຼວງ, ຄວາມໝາຍ-ຄວາມສຳຄັນຂອງການຕ້ານການສໍ້ລາດບັງຫຼວງ, ສະພາບແວດລ້ອມ ແລະ ຄວາມຈຳເປັນທີ່ກໍ່ໃຫ້ເກີດການສໍ້ລາດບັງຫຼວງ, ເນື້ອໃນ ແລະ ວິທີການໃນການຕ້ານການສໍ້ລາດບັງຫຼວງ.

ເຊິ່ງຍາມໃດພັກ-ລັດ ກໍໄດ້ຖືເອົາການຕ້ານການສໍ້ລາດບັງຫຼວງ ເປັນໜ້າທີ່ສຳຄັນ, ຮີບດ່ວນ ແລະ ຍາວນານ ຕະຫຼອດໄລຍະແຫ່ງການພັດທະນາເສດຖະກິດ-ສັງຄົມ, ຖືເອົາມາດຕະການສະກັດກັ້ນເປັນຕົ້ນຕໍ ແລະ ຖືເອົາການແກ້ໄຂ ຫຼື ລົງໂທດຕາມລະບຽບກົດໝາຍ ເປັນມາດຕະການທີ່ຈຳເປັນ.

ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນຕໍາຫຼວດ ຢູ່ພາຍໃນກອງບັນຊາການ ປກສ ແຂວງຫຼວງພະບາງ ຕ້ອງຮັບຮູ້ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເປັນຜູ້ຕິດຕາມກວດກາ, ເປັນເຈົ້າການໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ພ້ອມທັງລາຍງານສະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ.

ໃນທ້າຍພິທີ, ທ່ານ ຄຳພວງ ດວງມະນີ ຍັງໄດ້ມອບປື້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໃຫ້ກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ກ່າວຮັບໂດຍ ພັທ ຄຳເພົາ ເດດບັນດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ເພື່ອໃຫ້ຄະນະບັນຊາພາຍໃນ ປກສ ແຂວງຫຼວງພະບາງ ໄດ້ນຳໄປເຜີຍແຜ່ໃຫ້ພະນັກງານນັກຮົບທີ່ສັງກັດຢູ່ໃນກົມກອງຂອງຕົນ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!