ການສ້າງເສດຖະກິດຄອບຄົວໂດຍຖືເອົາການປູກຝັງ-ລ້ຽງສັດ ເປັນອາຊີບເສີມ ເພື່ອເເກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຕິດພັນກັບການດຳລົງຊີວິດປະຈຳວັນແມ່ນອີກໜຶ່ງທາງເລືອກທີ່ສາມາດ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ເຊີ່ງແມ່ນນະໂຍບາຍຂອງພັກ-ລັດໄດ້ໃຫ້ການສະຫນັບສະຫນູນ ເພື່ອຊຸກຍູ້ສົ່ງເສີມປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຊອກຂຸດຄົ້ນທຸກເງື່ອນໄຂ ເພື່ອສ້າງລາຍຮັບຕາມທິດທາງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍການສ້າງພະລາທິການກັບທີ່ ໂດຍອີງໃສ່ຕາມເງື່ອນໄຂທ່າແຮງຂອງແຕ່ລະກົມກອງ ແລະ ຄອບຄົວຂອງໃຜລາວ ດັ່ງຄອບຄົວຂອງ ພັທ ນາງ ທອງສີ ທະແອ໋ງພົງສັກ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດປະລິນຍາຕີ ວິທະຍາຄານສັນຕິບານປະຊາຊົນ ທັງເປັນ ຄະນະບໍລິຫານງານສະຫະພັນແມ່ຍິງ ວິທະຍາຄານສັນຕິບານປະຊາຊົນ ໂດຍສະຫາຍໄດ້ສ້າງເສດຖະກິດຄອບຄົວດ້ວຍການປູກຝັງ-ລ້ຽງສັດ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວປີລະ 20 ລ້ານກວ່າກີບ.

ເຊິ່ງຖືວ່າສະຫາຍ ກໍແມ່ນໜຶ່ງໃນສະມາຊິກແມ່ຍິງໃນຖັນແຖວກຳລັງ ປກສ ທີ່ໄດ້ຮັບການຢັ້ງຢືນວ່າເປັນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວທີ່ຫຼາຍສະຫາຍ ໂດຍສະເພາະ ພະນັກງານເພດຍິງໃນຖັນແຖວກຳລັງ ປກສ ຄວນຖືເອົາເປັນແບບຢ່າງ ເພື່ອເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໂດຍຖືເອົາການປູກຝັງ-ລ້ຽງສັດ.

ພັທ ນາງ ທອງສີ ທະແອ໋ງພົງສັກ ໄດ້ເຂົ້າການປະຕິວັດໃນປີ 1996 ສັງກັດຢູ່ກົມສື່ສານ ປກສ  ປີ 1999 ໄດ້ມາສຶກສາຕໍ່ ຢູ່ວິທະຍາຄານສັນຕິບານປະຊາຊົນ ພາຍຫຼັງຮຽນຈົບ ແມ່ນຖືກສັບຊ້ອນຢູ່ທີ່ວິທະຍາຄານສັນຕິບານປະຊາຊົນ, ໄດ້ສ້າງຄອບຄົວກັບ ທ້າວ ສີທົນ ມະນີວົງ ພະນັກງານໂຮງງານໂຄກ ໃນປິ 2004 ປັດຈຸບັນຢູ່ບ້ານຈະເລີນໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີລູກນຳກັນ 2 ຄົນ ພາຍຫຼັງສ້າງຄອບຄົວແລ້ວໃນປີ 2005 ກໍແມ່ນໄດ້ເລີ່ມສ້າງເສດຖະກິດຄອບຄົວ ໃນເບື້ອງຕົ້ນແມ່ນໄດ້ລົງທຶນເຮັດຄອກໝູ ແລະ ໄດ້ຊື້ໝູນ້ອຍມາລ້ຽງໄດ້ 4 ໂຕ ໃນລາຄາຄູ່ລະ 600.000 ກີບ ດ້ວຍທຶນສະສົມໃນຄອບຄົວ ໂດຍເຮັດຄອກໃສ່ດິນເປົ່າຫວ່າງລ້ຽງປະມານ 4–5 ເດືອນ ກໍສາມາດຈໍາໜ່າຍໄດ້ຜ່ານການຂາຍງວດທຳອິດເຫັນວ່າມີກຳໄລດີ. ຈາກນັ້ນ, ຈຶ່ງໄດ້ມີການຂະຫຍາຍຄອກໃຫ້ໃຫຍ່ຂຶ້ນ ລ້ຽງເພີ່ມຂື້ນ ຈາກ 4 ໂຕເປັນ 6 ໂຕ ຈາກ 6 ໂຕຂື້ນເປັນ 10 ໂຕ ແລະ ໄດ້ເພີ່ມຈຳນວນຂຶ້ນເລື້ອຍໆສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຈຳນວນໜຶ່ງ.

ຈົນຕົກມາຮອດປີ 2007, ພະຍາດໝູກໍແພ່ລະບາດ ຍ້ອນຂາດປະສົບການໃນການປ້ອງກັນຮັກສາ, ອາໄສແຕ່ການລ້ຽງແບບປະຖົມປະຖານ ບວກໃສ່ກັບການຕິດຕາມເບິ່ງແຍງຕາມທີ່ພໍ່ແມ່ເຄີຍສອນ, ເຮັດໃຫ້ໝທີ່ລ້ຽງລົ້ມຕາຍໄປໝົດ ສະຫາຍຈຶ່ງປ່ຽນຈາກການລ້ຽງໝູມາເປັນລ້ຽງໄກ່ລາດ, ລ້ຽງເປັດ ແລະ ປູກພືດຜັກຕາມລະດູການ ສົ່ງຂາຍຕະຫຼາດນ້ອຍພາຍໃນບ້ານ ເຫັນວ່າມີກຳໄລດີ ຈຶ່ງຂະຫຍາຍການລ້ຽງອອກໄປເລື້ອຍໆ ໂດຍແມ່ນ 2 ຜົວ-ເມຍເປັນແຮງງານຫຼັ້ກ ດ້ວຍການເອົາເວລາຫວ່າງຫຼັງຈາກເລີກວຽກມາເບິ່ງແຍງບົວລະບັດສັດລ້ຽງ ແລະ ຜົນລະປູກ.

ປັດຈຸບັນ, ຄອບຄົວຂອງສະຫາຍແມ່ນລ້ຽງສັດປີກຫລາຍປະເພດເຊັ່ນ: ໄກ່ແຈ້, ໄກ່ລາດ, ໄກ່ປ່າ, ນົກກາງແກ ແລະ ເປັດ ລວມທັງໝົດເກືອບ 200ໂຕ ພ້ອມທັງເຮັດສວນຜັກສົ່ງເຂົ້າເຮືອນຄົວລວມປີໜຶ່ງໄດ້ 4 ງວດ. ນອກຈາກນີ້, ກໍໄດ້ສົ່ງຂາຍພາຍໃນຕະຫຼາດນ້ອຍໃກ້ບ້ານ ປີໜຶ່ງສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ 20 ລ້ານກວ່າກີບ.

ສຳລັບການລ້ຽງສັດປີກຂອງສະຫາຍ ແມ່ນເນັ້ນການເກືອແບບທຳມະຊາດ ອາຫານຕົ້ນຕໍແມ່ນ ຮຳ, ສາລີ, ມັນຕົ້ນ, ເຂົ້າແຫ້ງ ໂດຍຊື້ຈາກເຮືອນຄົວລວມ ແລະ ພືດຜັກ ທີ່ມີຕາມທຳມະຊາດ ບວກໃສ່ກັບການບົວລະບັດເບິ່ງແຍງເປັນປະຈຳເຮັດໃຫ້ການລ້ຽງສັດປີກໄດ້ຮັບຜົນດີ ໃຫຍ່ໄວ ແລະ ຕຸ້ຍພີດີ ເປັນທີ່ຕ້ອງການຂອງຕະຫຼາດ.

ນອກຈາກລ້ຽງສັດປີກແລ້ວ ທາງຄອບຄົວຍັງແບ່ງດິນບາງສ່ວນເຮັດສວນຜັກ ປູກຜັກຕາມລະດູການ ເພື່ອສົ່ງເຂົ້າຕະຫຼາດໃກ້ບ້ານ ແລະ ເຮືອນຄົວລວມ; ໄລຍະຜ່ານມາ ແມ່ນໄດ້ລົງມືປູກຜັກຫອມປ້ອມ ແລະ ຫອມລາບ ເປັນຕົ້ນຕໍ ເນື່ອງຈາກວ່າໄດ້ລາຄາສູງ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວຈຳນວນໜຶ່ງ, ນອກຈາກການປູກຜັກຫອມແລ້ວ ຍັງໄດ້ລົງມືປູກຜັກບົ້ງ, ຜັກກາດ, ຜັກຕັງໂອ, ຜັກຊີ ແລະ ຜັກອື່ນໆ ເພື່ອແກ້ໄຂພາຍໃນຄອບຄົວ ຫຼຸດຜ່ອນການໃຊ້ຈ່າຍ ສຳລັບການບົວລະບັດຮັກສາສວນຜັກ ແມ່ນເນັ້ນໃສ່ການໃສ່ຝຸ່ນຄອກທີ່ມີຢູ່ ແລະ ການຜະລິດຈຸລິນຊີສັງເຄາະ ພ້ອມທັງເອົາໃຈໃສ່ຫົດນ້ຳມື້ລະ 2 ຄັ້ງເຊົ້າ-ແລງ ເຮັດໃຫ້ສວນຜັກຂຽວງາມ ປອດສານພິດນຳອີກ.

ພັທ ນາງ ທອງສີ ທະແອ໋ງພົງສັກ ໃຫ້ຮູ້ຕື່ມອີກວ່າ ການປູກຝັງ-ລ້ຽງສັດ ເປັນອາຊີບເສີມຂອງ ຄອບຄົວຂ້າພະເຈົ້າ ເຖິງຈະບໍ່ສ້າງລາຍຮັບໄດ້ຫຼາຍເທົ່າທີ່ຄວນ ແຕ່ກໍ່ສາມາດເຮັດໃຫ້ຄອບຄົວພໍຢູ່ພໍກິນ ແລະ ສາມາດທ້ອນເງິນເດືອນໄວ້. ປັດຈຸບັນ, ຄອບຄົວ ສາມາດປຸກເຮືອນຢູ່ຖາວອນໄດ້ 1 ຫຼັງ, ມີດິນ ປຸກສ້າງ 1 ຕອນ, ລົດໃຫຍ່ 1 ຄັນ, ລົດຈັກ 2 ຄັນ ແລະ ສາມາດສົ່ງລູກສາວ-ລູກຊາຍ ຮຽນຢູ່ ພາຍໃນ ແລະ ຕ່າງປະເທດ, ສາມາດເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.

ເພື່ອເປັນການຢັ້ງຢືນເຖິງຜົນງານ ຂອງ ພັທ ນາງ ທອງສີ ທະແອ໋ງພົງສັກ ທີ່ໄດ້ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ ເປັນອາຊີບເສີມ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ພັອ ສີພອນ ພັນທະວົງ ຄະນະພັກ ຮອງຫົວໜ້າອໍານວຍການ ວິທະຍາຄານສັນຕິບານປະຊາຊົນ ໄດ້ຕາງໜ້າໃຫ້ຄະນະພັກວິທະຍາຄານ ຢັ້ງຢືນຕໍ່ສະຫາຍວ່າ:

ພັທ ນາງ ທອງສີ ທະແອ໋ງພົງສັກ ເປັນຜູ້ໜຶ່ງມີຄວາມບຸນບືນສູ້ຊົນເອົາໃຈໃສ່ໃນການເຮັດໜ້າທີ່ວຽກງານບໍ່ວ່າຈະເປັນໃນຂົງເຂດວຽກງານວິຊາສະເພາະ, ຂົງເຂດວຽກງານອົງການຈັດຕັ້ງແມ່ຍິງ ແລະ ສາມາດເປັນພະນັກງານທີ່ດີເດັ່ນ ແລະ ໄປຄຽງຄູ່ກັນນັ້ນ ໃນດ້ານການສ້າງເສດຖະກິດຄອບຄົວ ສະຫາຍແມ່ນໄດ້ຍາດເວລາຕອນເຊົ້າກ່ອນຮອດໂມງເຂົ້າການ ແລະ ຫຼັງເລີກການ ມາສ້າງເສດຖະກິດຄອບຄົວດ້ວຍການປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບເພີ່ມ ແກ້ໄຂຊີວິດການເປັນຢູ່ໃນຄອບຄົວ ເຫັນວ່າມີຄວາມພົ້ນເດັ່ນ, ເຊິ່ງສະຫາຍແມ່ນມີຄວາມຕັດສິນໃຈສູງໃນການສ້າງເສດຖະກິດຄອບຄົວໂດຍມີການລ້ຽງເປັດ-ໄກ່, ປູກພືດພັກຕ່າງໆ ແລະ ສາມາດສົ່ງເຂົ້າເຮືອນຄົວລວມຂອງວິທະຍາຄານໃນຫຼາຍໆຊຸດ ເຊິ່ງເຮັດໃຫ້ເສດຖະກິດຄອບຄົວຂອງສະຫາຍນັບມື້ນັບດີຂຶ້ນ.

ພັທ ນາງ ປັນມະນີ ລັດວົງໄຊ ປະທານກວດກາ ສະຫະພັນແມ່ຍິງວິທະຍາຄານສັນຕິບານປະຊາຊົນ ໄດ້ຢັ້ງຢືນຕໍ່ສະຫາຍວ່າ: ໃນໄລຍະຜ່ານມາ, ຄະນະແມ່ຍິງ ວສປ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີທີ່ສູນກາງສະຫະພັນແມ່ຍິງລາວວາງອອກ ເຊິ່ງໃນນັ້ນການສ້າງເສດຖະກິດຄອບຄົວກໍແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ໂດຍສະເພາະເອື້ອຍນ້ອງແມ່ຍິງໄດ້ມີການສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງຕົນເອງດ້ວຍການປູກຝັງລ້ຽງສັດ ເປັນຕົ້ນແມ່ນລ້ຽງໝູ, ລ້ຽງເປັດ-ໄກ່.

ໃນນີ້F ແມ່ນ ສະຫາຍ ພັທ ນາງ ທອງສີ ທະແອ໋ງພົງສັກ ເຊິ່ງເປັນຄະນະສະຫະພັນແມ່ຍິງ ວສປ ກໍແມ່ນຜູ້ໜຶ່ງທີ່ໄດ້ເອົາໃຈໃສ່ໃນການສ້າງເສດຖະກິດຄອບຄົວແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຕົນເອງໃຫ້ດີຂຶ້ນດ້ວຍການສ້າງເສດຖະກິດ ພໍກຸ້ມຢູ່ກຸ້ມກິນ ແລະ ເຫຼືອໄວ້ຈຳໜ່າຍ ລວມທັງສົ່ງເຂົ້າເຮືອນຄົວລວມ ສາມາດແກ້ໄຂຊີວິດຄອບຄົວຈຳນວນໜຶ່ງ; ເຊິ່ງສະຫາຍຖືວ່າເປັນພະນັກງານທີ່ມີຄວາມຫ້າວຫັນ ແລະ ມີຄວາມສາມັກຄີກັບໝູ່ຄະນະ, ກັບເອື້ອຍນ້ອງໝົດທຸກສະຫາຍ ກໍມີການຊ່ວຍເຫຼືອເຊິ່ງກັນແລະກັນໃນການປະຕິບັດໜ້າທີ່ວຽກງານ ລວມທັງມີການຖອດຖອດບົດຮຽນການດຳລົງຊີວິດຕ່າງໆ ເຊິ່ງຂ້າພະເຈົ້າຂໍຢັ້ງຢືນວ່າ ສົມແລ້ວທີ່ສະຫາຍໄດ້ຮັບການຄັດເລືອກເປັນຄົວແບບໃນການສ້າງເສດຖະກິດຄອບຄົວເພື່ອແກ້ໄຂຊີວິດການເປັນຢູ່.

ການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ແມ່ນຕິດພັນກັບການດໍາລົງຊີວິດຂອງ ຄົນລາວ ມາແຕ່ບູຮານນະການ ເຊີ່ງປະຊາຊົນລາວສ່ວນຫຼາຍແມ່ນຢຶດຖືອາຊີບນີ້ ເປັນການສ້າງເສດຖະກິດຄອບຄົວ ໄລຍະຜ່ານມາເຫັນໄດ້ວ່າ ຫຼາຍຄອບຄົວແມ່ນສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ມີມີກີນ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນຊີວິດປະຈຳວັນ, ພັກ-ລັດຖະບານ ໄດ້ມີນະໂຍບາຍສູງ ໃຫ້ປະຊາຊົນບັນດາເຜົ່າຊອກຂຸດຄົ້ນທຸກເງື່ອນໄຂ ເພື່ອສ້າງລາຍຮັບຕາມທິດທາງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດັ່ງຄອບຄົວຂອງ ພັທ ນາງ ທອງສີ ທະແອ໋ງພົງສັກ ທີ່ສາມາດສ້າງລາຍຮັບເພີ່ມດ້ວຍການປູກຝັງ-ລ້ຽງສັດ ໃນແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.

ໂດຍ: ບຸນເຫຼືອ ບຸນສົງ