ຄະນະພັກຮາກຖານຫ້ອງການ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ເດືອນ ຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ຄຳໝັ້ນ ໄຂທະວີສຸກ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ຄຳໝັ້ນ ໄຂທະວີສຸກ ກ່າວວ່າ:

ໄລຍະ 3 ເດືອນຜ່ານມາ, ຄະນະພັກ-ຄະນະບັນຊາຫ້ອງການ ໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ, ນໍາພາຮ່ວມຊີວິດພັກເປັນປົກກະຕິ, ຖືເອົາຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບສູງ, ເຮັດໃຫ້ສະມະຊິກພັກ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ການຈັດຕັ້ງ, ມີຄວາມຈົງຮັກພັກດີ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ມີຄວາມຮັບຜິດຊອບສູງ ແລະ ສາມາດເຮັດສໍາເລັດໜ້າທີ່ເປັນຢ່າງດີ, ນໍາພາປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເອກະພາບເປັນໝູ່ຄະນະ ແລະ ມີການກວດກາປະເມີນຜົນດ້ານດີ-ດ້ານອ່ອນ.

ໃນໄລຍະ 3 ເດືອນ ຜ່ານມາ, ໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມ 5 ຫຼັກການ, 3 ທິດນໍາຂອງພັກວາງອອກ, ນໍາພາເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະດ້ານຕ່າງໆ ຢ່າງໃກ້ຊິດຕິດແທດ, ສາມາດຕອບສະໜອງໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ ແລະ ເຮັດສໍາເລັດໜ້າທີ່ວຽກງານ ຕາມການຈັດຕັ້ງມອບໝາຍໃຫ້ໄດ້ເປັນຢ່າງດີ. ພ້ອມນັ້ນ, ຍັງຍົກໃຫ້ເຫັນຂໍ້ຄົງຄ້າງບາງດ້ານ ທີ່ຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!