ກົມໃຫຍ່ພະລາທິການ ປກສ ຈັດຕັ້ງພິທີປາຖະກະຖາ 2 ວັນປະຫວັດສາດ ວັນຊາດ ທີ 2 ທັນວາ 1975 ຄົບຮອບ 47 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະ ເຊື່ອມຊຶມຄຳສັ່ງ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 30 ພະຈິກ 2022, ປາຖະກະຖາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຄະນະພັກກະຊວງ ເລຂາຄະນະພັກ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຄະນະຫ້ອງ, ກົມ, ກອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພົຈວ ທອງສຸກ ຍ່າເອີລາວລີ ໄດ້ຍົກໃຫ້ເຫັນມູນເຊື້ອຂອງ 2 ວັນ ແຫ່ງປະຫວັດສາດຂອງຊາດລາວທີ່ມີຫຼາຍເຫດການສໍາຄັນ, ຫຼາຍຜົນງານທີ່ພົ້ນເດັ່ນ ແລະ ຍາດໄດ້ໄຊຊະນະຢ່າງມີໄຊ, ມີຄວາມພິລະອາດຫານ ແລະ ເຕັມໄປດ້ວຍຄວາມສາມັກຄີອັນແໜ້ນແຟ້ນຂອງປວງຊົນລາວທັງຊາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ກູ້ຊາດຢ່າງບໍ່ຍອມຈຳນົນ ຈາກພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດສະຖາປານາປະເທດຊາດຢ່າງສະຫງ່າງາມ ໃນວັນທີ 2 ທັນວາ 1975.

ໃນບາດກ້າວທີ່ສໍາຄັນດັ່ງກ່າວ ປະທານ ໄກສອນ ພົມວິຫານ ກໍແມ່ນເປັນນັກປະຕິວັດຊາດຜູ້ຍິ່ງໃຫຍ່, ເປັນນັກປະຕິວັດຜູ້ດີເລີດ ແລະ ເພິ່ນຍັງເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນຂອງຊາດລາວບັນດາເຜົ່າ.

ນັບແຕ່ເລີ່ມເຂົ້່່າຮ່ວມຂະບວນການປະຕິວັດ ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບດ້ວຍອາຍຸພຽງ 35 ປີ, ໃນເງື່ອນໄຂທີ່ອິດທິກໍາລັງຈັກກະພັດ ມີກໍາລັງທາງດ້ານເສດຖະກິດ-ການເງິນເຂັ້ມແຂງ, ພາຫະນະອາວຸດສົງຄາມທີ່ທັນສະໄໝໃນການເພີ່ມທະວີສົງຄາມ ຮຸກຮານປະເທດຊາດຂອງພວກເຮົາ ດ້ວຍຍຸດທະສາດອັນໃໝ່ນັ້ນ ເຊິ່ງເປັນພາລະກິດອັນໜັກໜ່ວງທີ່ເພິ່ນຕ້ອງໄດ້ທຸ່ມເທທັງກໍາລັງກາຍ, ຄວາມຮູ້ສະຕິປັນຍາຢ່າງສຸດຂີດ ແລະ ຕ້ອງມີຄວາມສາມາດປະດິດສ້າງສູງ ຈຶ່ງຈະປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບອັນໜັກໜ່ວງຂອງເພິ່ນ ເຊິ່ງໄດ້ຍົກໃຫ້ພວກເຮົາເຫັນແນວຄິດຊີ້ນຳຂອງທ່ານທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນແຕ່ລະຂົງເຂດວຽກງານຢ່າງເລິກເຊິ່ງ, ຮອບດ້ານ ແລະ ສອດຄ່ອງກັບແຕ່ລະໄລຍະຂອງການປະຕິວັດ. 

ຈາກນັ້ນ, ທ່ານຍັງໄດ້ເຜີຍແຜ່ເອກະສານຄໍາແນະນໍາ ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ; ທັງນີ້, ກໍເພື່ອເປັນການຮັບປະກັນ ການຈັດຕັ້ງປະຕິບັດວຽກງານແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນທົ່ວກຳລັງ ປກສ ເປັນຕົ້ນ ການສ້າງເງື່ອນໄຂປ່ອຍນັກໂທດ, ພົວພັນຢາເສບຕິດ, ບັນຫາໜີ້ສິນ, ພົວພັນສັງຄົມຊູ້ສາວ, ຫຼິ້ນກິນຟຸມເຟືອຍ, ເມີນເສີຍໃນເວລາປະຕິບັດໜ້າທີ່, ປະລະໜ້າທີ່, ປອມແປງເອກະສານ ແລະອື່ນໆ, ເຊິ່ງກໍເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນຕຳຫຼວດໃນກຳລັງ ປກສ ຢູ່ກົມໃຫຍ່ພະລາທິການ ໃຫ້ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດບໍລິສຸດຕໍ່ພັກ-ລັດ ແລະ ໜ້າທີ່ວຽກງານ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!