ເພື່ອເປັນການປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 1868/ປກສ ລົງວັນທີ 1 ພະຈິກ 2022 ວ່າດ້ວຍ ການເຫັນດີໃຫ້ ກົມໃຫຍ່ພະລາທິການ ປກສ ຕາງໜ້າ ກະຊວງ ປກສ ເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດຮ່ວມ ເພື່ອດຳເນີນທຸລະກິດສ້າງລາຍຮັບໃຫ້ ກະຊວງ ປກສ (ໄລຍະທົດລອງ) ຮ່ວມກັບ ບໍລິສັດ ລາວມະຫາຊັບພັດທະນາ ຈໍາກັດ ຜູ້ດຽວ ໃນທ້າຍອາທິດທີ່ຜ່ານມາ, ກົມໃຫຍ່ພະລາທິການ ປກສ ໄດ້ຈັດພິທີເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດຮ່ວມ ເພື່ອດຳເນີນທຸລະກິດສ້າງລາຍຮັບໃຫ້ ກະຊວງ ປກສ (ໄລຍະທົດລອງ) ໂດຍການເຂົ້າຮ່ວມຂອງ   ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ທ່ານ ໄກ່ສັກສິດ ບົວໃບອ່ອນ ອຳນວຍການໃຫຍ່ ບໍລິສັດ ລາວມະຫາຊັບພັດທະນາ ຈໍາກັດ ຜູ້ດຽວ, ມີທ່ານຮອງລັດຖະມົນຕີ, ການນໍາກະຊວງ, ຮັກສາການ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ແຂກຮັບເຊີນ ເຂົ້າ ຮ່ວມ.

ໃນພິທີ ພັອ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ກ່າວວ່າ:

ບໍລິສັດ ລາວມະຫາຊັບພັດທະນາ ຈໍາກັດ ຜູ້ດຽວ ເປັນບໍລິສັດຂອງຄົນລາວ, ສຳນັກງານຕັ້ງຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໄດ້ສະເໜີເຈດຈຳນົງມາຍັງ ກະຊວງ ປກສ ໃນວັນທີ 5 ເມສາ 2022 ໂດຍມີຈຸດປະສົງຂໍສ້າງຕັ້ງ ບໍລິສັດຮ່ວມກັບ ກະຊວງ ປກສ ເພື່ອລົງທຶນ ແລະ ດຳເນີນທຸລະກິດຮ່ວມກັນ, ໂດຍເບື້ອງຕົ້ນປະກອບມີ 3 ກິດຈະການຫຼັກ ຄື:

  • ກິດຈະການດ້ານການກໍ່ສ້າງຂົວ-ທາງ
  • ກິດຈະການທາງດ້ານຂຸດຄົ້ນບໍ່ແຮ່
  • ກິດຈະການພັດທະນາກະສິກໍາຄົບວົງຈອນ ແລະ ການບໍລິການ

ໂດຍແມ່ນບໍລິສັດ ເປັນຜູ້ລົງທຶນ 100%, ໄລຍະທົດລອງ 5 ປີ.

ຈາກນັ້ນ, ກໍໄດ້ເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດຮ່ວມ ເພື່ອດຳເນີນທຸລະກິດສ້າງລາຍຮັບໃຫ້ ກະຊວງ ປກສ (ໄລຍະທົດລອງ) ຮ່ວມກັນລະຫວ່າງ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວໜ້າກົມໃຫຍ່ພະລາທິການ ຕາງໜ້າໃຫ້ ກະຊວງ ປກສ ແລະ ທ່ານ ໄກ່ສັກສິດ ບົວໃບອ່ອນ ອຳນວຍການໃຫຍ່ ບໍລິສັດ ລາວມະຫາຊັບພັດທະນາ ຈໍາກັດ ຜູ້ດຽວ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!