ໃນວັນທີ 6 ທັນວາ 2022, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະພັນຣັດເຊຍ (ສ ຣັດເຊຍ) ປະຈໍາ ສປປ ລາວ ຈັດພິທີເປີດການນໍາໃຊ້ອານຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ (ສສສຊ) ທີ່ເສຍຊີວິດຢູ່ລາວ ໃນໄລຍະປີ 1960-1973, ເຊິ່ງອານຸສາວະລີດັ່ງກ່າວ ຕັ້ງຢູ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໂດຍການເປັນກຽດກ່າວເປີດ ແລະ ຮ່ວມຕັດແຖບຜ້າຂອງ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ທ່ານ ວຣາດິເມຍ ກາລິນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາຂັ້ນສູງພັກ-ລັດ ພ້ອມດ້ວຍແຂກຮັບເຊີນທັງສອງ ເຂົ້າຮ່ວມ.

ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ:

ເພື່ອເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ລາວ-ຣັດເຊຍ ທີ່ມີມູນເຊື້ອ ແລະ ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ພັກກອມມູນິດ ອະດີດສະຫະພາບໂຊວຽດ, ກອງທັບໂຊວຽດ ທາງດ້ານວັດຖຸ ແລະ ຈິດໃຈ ຕໍ່ການປະຕິວັດລາວ ໃນສະໄໝສົງຄາມປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ລະນຶກເຖິງນັກບິນທະຫານໂຊວຽດ ອະດີດສະຫະພາບໂຊວຽດ ທີ່ເສຍສະຫຼະຊີວິດໃນການປະຕິບັດພັນທະສາກົນຢູ່ລາວ.

ສະນັ້ນ, ພັກ-ລັດຖະບານຂອງ ສປປ ລາວ ແລະ ສ ຣັດເຊຍ ໄດ້ຕົກລົງເຫັນດີໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນຜູ້ຕາງໜ້າລັດຖະບານ ໂດຍສົມທົບກັບອົງການທີ່ກ່ຽວຂ້ອງຂອງ ສ ຣັດເຊຍ ກໍ່ສ້າງອານຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ຂຶ້ນ, ເຊິ່ງເປັນສັນຍາລັກນໍ້າໃຈໄມຕີຈິດມິດຕະພາບ, ຄວາມເຄົາລົບຮັກຂອງລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕໍ່ນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍສະຫຼະຊີວິດໃນການປະຕິບັດພັນທະສາກົນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມແຕ່ຍາວນານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ບໍ່ພຽງແຕ່ປົກປັກຮັກສາໃຫ້ແໜ້ນແຟ້ນ ແຕ່ຍັງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສ ຣັດເຊຍ ໄດ້ສືບຕໍ່ພົວພັນຮ່ວມມືກັນສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຊິ່ງອັນພົ້ນເດັ່ນແມ່ນ ໄດ້ສ້າງຊັບພະຍາກອນມະນຸດ, ສ້າງພື້ນຖານໂຄງລ່າງວັດຖຸເຕັກນິກໃຫ້ແກ່ ສປປ ລາວ, ບັນດາກິດຈະກໍາທີ່ໄດ້ຮັບການກໍ່ສ້າງ ເຊິ່ງໄດ້ກາຍເປັນສັນຍາລັກອັນສໍາຄັນຂອງການຊ່ວຍເຫຼືອຂອງ ສ ຣັດເຊຍ ຕໍ່ ສປປ ລາວ ໃນທຸກໄລຍະ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!