ໃນວັນທີ 5 ທັນວາ 2022, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ລົງຊີ້ນໍາວຽກງານວິຊາສະເພາະປ້ອງກັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ ເພື່ອເຮັດໃຫ້ວຽກງານປ້ອງກັນມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ-ປອດໄພໂດຍພື້ນຖານ.

ພົຈວ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ຮອງຫົວໜ້າປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການປະຕິບັດວຽກງານປ້ອງກັນ ໄລຍະຜ່ານມາ ໃຫ້ຮູ້ວ່າ:

ພາຍຫຼັງທີ່ໄດ້ຮັບການຊີ້ນໍາຈາກຂັ້ນເທິງ ກໍໄດ້ປະສານສົມທົບກັບ ກົມກອງວິຊາສະເພາະ ກະຊວງ ປກສ ລົງຊີ້ນໍາບັນດາຫ້ອງ ແລະ ປກສ ເມືອງ ສ້າງແຜນປ້ອງກັນ ແລະ ລົງແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນແຕ່ນີ້ຮອດສໍາເລັດງານແຂ່ງຂັນກິລາ ໃນຂອບເຂດຄວາມຮັບຊອບຂອງຕົນ, ໄດ້ປະສານສົມທົບກັບ ວິທະຍາຄານສັນຕິບານປະຊາຊົນ ແລະ ວິທະຍາຄານຕຳຫຼວດປະຊາຊົນ ນຳເອົານັກສຶກສາມາລົງຝຶກງານຢູ່ແຂວງຊຽງຂວາງ ໄດ້ແຈກຢາຍລົງບັນດາຫ້ອງອ້ອມຂ້າງ ແລະ ປກສ 7 ເມືອງ, ສຸມໃສ່ເຮັດສັນຍາຄອບຄົວປ້ອງກັນຄວາມສະຫງົບ ໃນທົ່ວແຂວງ, ພະແນກການຂອງແຂວງ ແລະ ເມືອງ, ກວດກາເລີກຮື້ອາວຸດເຖື່ອນ ແລະ ທາດລະເບີດຕ່າງໆ.

ພ້ອມກັນນີ້, ກໍໄດ້ອອກແຈ້ງການທົ່ວປວງຊົນໃນວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມປອດໄພຈາກອັກຄີໄພ, ເກັບກຳ, ຄຸ້ມຄອງການເໜັງຕີງ ແລະ ເຄື່ອນຍ້າຍຂອງພົນລະເມືອງ, ຈັດຕັ້ງກໍາລັງອອກກວດກາລາດຕະເວນຕາມເສັ້ນທາງຈຸດຫຼ່ໍແຫຼມຕ່າງໆ ແລະ ຈັດຕັ້ງຈຸປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ.

ພົທ ກົງທອງ ພົງວິຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິບັດວຽກງານຂອງນາຍ ແລະ ພົນຕຳຫຼວດ ກໍາລັງວິຊາສະເພາະ ໃນໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ນໍາພາເຮັດວຽກງານການເມືອງ-ນຳພາແນວຄິດໃຫ້ແກ່ນາຍ ແລະ ພົນຕຳຫຼວດແຕ່ລະກົມກອງ, ເຫຼົ່າວິຊາສະເພາະ, ຜູ້ນໍາພາ-ບັນຊາແຕ່ລະຂັ້ນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເອົາໃຈໃສ່ນໍາພາຊີ້ນຳ, ຕິດຕາມ, ກວດກາການແບ່ງຄວາມຮັບຜິດຊອບ ຢ່າງເຂັ້ມງວດທົ່ວເຖິງຮັດກຸມ, ປະສານສົມທົບກັບສຳນັກງານ, ອົງການ, ອົງການປົກຄອງທ້ອງຖິ່ນຮາກຖານຄຸ້ມຄອງບ້ານ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບ, ນຳໃຊ້ກຳລັງສຸມໃສ່ປ້ອງກັນ, ໃຫ້ມີຄວາມຮັບປະກັນໄດ້ຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 6 ທັນວາ 2022, ທ່ານຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ຍັງໄດ້ລົງຕິດຕາມ, ກວດກາສະຖານທີ່ຈຸດປ້ອງກັນທີ່ເດີ່ນສະໜາມກິລາສະໜາມໄຊ ແລະ ສະໜາມທົ່ງໄຫຫີນ ເພື່ອກວດກາການປະຕິບັດໜ້າທີ່ຂອງກໍາລັງວິຊາສະເພາະຕ່າງໆ ພ້ອມທັງໄດ້ໃຫ້ທິດຊີ້ນໍາບັນດາຫົວໜ້າຈຸດປ້ອງກັນ ເອົາໃຈໃສ່ຊີ້ນໍາ-ນໍາພາເຮັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຕິດຕາມກວດກາຄົນເຂົ້າ-ອອກ, ກໍານົດຈຸດເຂົ້າ-ອອກ ເພື່ອລະບາຍການສັນຈອນໃຫ້ມີຄວາມສະດວກ ແລະ ອອກກວດກາຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບ ແລະ ປອດໄພ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!