ໃນວັນທີ 6 ທັນວາ 2022, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ສູນການຜະລິດກະສິກຳ ດອນກໍມີ້ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ; ໃຫ້ການຕ້ອນຮັບໂດຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະນຳ ກອງບັນຊາການ ປກສ ແຂວງໄຊສົມບູນ, ນາຍ ແລະ ພົນຕຳຫຼວດ ທີ່ຮັບຜິດຊອບສູນການຜະລິດກະສິກຳ ດອນກໍມີ້ ໃຫ້ການຕ້ອນຮັບ.

ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບການພັດທະນາ ດອນກໍມີ້ ເຊິ່ງດອນດັ່ງກ່າວມີເນື້ອທີ່ທັງໝົດ 480 ເຮັກຕາ, ເປັນດອນກາງນໍ້າ, ເປັນເນີນຊັນ-ລຸບ, ສະຫຼັບຊັບຊ້ອນ, ມີປ່າໄມ້ນ້ອຍປົກຫຸ້ມ ແລະ ຢູ່ຫ່າງໄກຈາກຊຸມຊົນ ເນື່ອງໃນໂອກາດຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ການນໍາແຂວງໄຊສົມບູນ ໄດ້ຕົກລົງເຫັນດີມອບ ດອນກໍມີ້ ໃຫ້ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ເຂົ້າໃນການສ້າງສູນບຳບັດຜູ້ຕິດຢາເສບຕິດ ແລະ ສ້າງເປັນສູນກະສິກຳຕົວແບບຂອງກຳລັງປ້ອງກັນຄວາມສະຫງົບ.

ດັ່ງນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຊີ້ນຳໃຫ້ ກົມໃຫຍ່ພະລາທິການ ສົມທົບກັບ ກອງບັນຊາການ ປກສ ແຂວງໄຊສົມບູນ ພັດທະນາດອນດັ່ງກ່າວ ເຮັດການຜະລິດກະສິກໍາ ດ້ວຍການປູກ ແລະ ການລ້ຽງ ຄື: ລ້ຽວງົວ, ຄວາຍ, ແບ້, ໝູ, ລ້ຽງປາ… ປູກຫຍ້າເປັນອາຫານສັດ, ປູກຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ອຸດສາຫະກໍາ ແລະ ອື່ນໆ ເພື່ອເປັນການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນການຕອບສະຫມອງສະບຽງອາຫານ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ແລະ ຜະລິດໃຫ້ກາຍເປັນສິນຄ້າສະໜອງໃຫ້ສັງຄົມ ເພື່ອສ້າງແຫຼ່ງລາຍຮັບໃຫ້ ກະຊວງປ້ອງກັນຄວາມສະຫງົບ ກໍຄື ກອງບັນຊາການ ປກສ ແຂວງໄຊສົມບູນ.

ນັບຕັ້ງແຕ່ການລົງຈັດຕັ້ງປະຕິບັດບຸກເບີກ ດອນກໍມີ້ ໃນເດືອນຕຸລາ 2021 ມາເຖິງປັດຈຸບັນປະຈຸບັນ ແມ່ນໄດ້ສຳເລັດການບຸກເບີກດິນ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກງານອື່ນໆທີ່ສຳຄັນ; ປັດຈຸບັນມີງົວ ຈໍານວນ 40 ໂຕ ແລະ ຄວາຍ ຈໍານວນ 32 ໂຕ. ໃນນີ້, ຄວາຍເກີດໃໝ່ 1 ໂຕ ລວມງົວ-ຄວາຍທັງໝົດ 73 ໂຕ.

ງົບປະມານທັງໝົດທີ່ນຳໃຊ້ເຂົ້າໃນການພັດທະນາການຜະລິດກະສິກຳຢູ່ດອນກໍມີ້ ແມ່ນງົບຂອງກະຊວງປ້ອງກັນຄວາມສະຫງົບ ແລະ ການສະໜັບສະໜູນຈາກບັນດາຫົວໜ່ວຍທຸລະກິດຕ່າງໆ.

ແຜນຈຸດສຸມໃນຕໍ່ໜ້າ ແມ່ນຈະສຸມໃສ່ຊື້ອຸປະກອບຮັບໃຊ້ທີ່ຈຳເປັນຈຳນວນໜຶ່ງ ແລະ ຊື້ໝູ ຈໍານວນ 5 ໂຕ. ໃນນັ້ນ, ໝູແມ່ 4 ໂຕ ແລະ ໝູຜູ້ 1 ໂຕ, ສ້າງສະໂມສອນ ເພື່ອເປັນບ່ອນປະຊຸມ, ສືບຕໍ່ຂະຫຍາຍພື້ນທີ່ປູກຫຍ້າ ຕາມທິດຊີ້ນໍາຂອງຂັ້ນເທິງໃຫ້ໄດ້ 14 ເຮັກຕາ ຄື: ປູກກ້ວຍ 5 ເຮັກຕາ, ປູກມັນຕົ້ນ 5 ເຮັກຕາ, ຫຍ້າເນເປຍ 2 ເຮັກຕາ ແລະ ຫຍ້າຫວານ 2 ເຮັກຕາ ເເລະ ກະກຽມປູກທົດລອງຕົ້ນໄມ້ໃຫ້ໝາກ ເຊັ່ນ: ອາໂວກາໂດ, ໝາກພ້າວ, ໝາກກ້ຽງ, ໝາກນາວ, ລໍາໄຍ, ໝາກມ່ວງ, ສືບຕໍ່ຕິດຕາມບົວລະບັດຮັກສາຜົນລະປູກ ແລະ ສັດລ້ຽງທີ່ມີຢູ່ໃຫ້ເກີດປະສິດທິຜົນສູງສຸດ, ສະສາງງົວທີ່ເຖົ້າແກ່ອອກ ຈໍານວນ 3 ແມ່ ແລະ ຄວາຍ ຈໍານວນ 7 ໂຕ ເປັນຄວາຍແມ່ 3 ໂຕ ແລະ ຄວາຍຜູ້ 4 ໂຕ, ຄາດຄະເນງົວທີ່ຈະເກີດໃໝ່ ໃນປີ 2023 ຈໍານວນ 20 ໂຕ ແລະ ຄວາຍ ຈໍານວນ 12 ໂຕ.

ພົອ ວິໄລ ຫຼ້າຄຳຟອງ ໄດ້ຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະນຳ ກົມໃຫຍ່ພະລາທິການ ແລະ ກອງບັນຊາການ ປກສ ແຂວງສົມບູນ ພ້ອມດ້ວຍຄະນະຮັບຜິດຊອບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງຢ່າງເຂັ້ມງວດ ແລະ ມີການພັດທະນາຢ່າງມີໝາກຜົນດີພໍສົມຄວນ ແລະ ເພື່ອເຮັດໃຫ້ໂຄງການພັດທະນາ ດອນກໍມີ້ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງມີຜົນສຳເລັດ ກາຍເປັນສູນກະສິກຳຕົວແບບຂອງກຳລັງປ້ອງກັນຄວາມສະຫງົບ.

ທັງນີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ຍັງໄດ້ໃຫ້ທິດຊີ້ນຳແກ່ ຄະນະຮັບຜິດຊອບແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດຕາມແຜນການທີ່ກຳນົດໄວ້, ສຶກສາອົບຮົມແນວຄິດຂອງພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ, ສ້າງແຜນງົບປະມານໃຫ້ລະອຽດມີຂັ້ນຕອນຈັດຕັ້ງປະຕິບັດ, ມີການກວດກາ, ການປະເມີນຜົນ, ທອດຖອນບົດຮຽນ ແລະ ປັບປຸງແກ້ໄຂໃຫ້ດີຂຶ້ນເລື້ອຍໆ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!