ໃນວັນທີ 6 ທັນວາ 2022, ສະພາວິທະຍາສາດ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດພິທີປ້ອງກັນບົດລາຍງານໂຄງການຈົບຊັ້ນ ໃຫ້ນັກສຶກສາປະລິນຍາຕີ ຮຸ່ນທີ 23, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວຕປ, ມີຜູ້ສັງເກດການ ພ້ອມດ້ວຍອາຈານທີ່ປຶກສາ ແລະ ນັກສຶກສາ ຮຸ່ນທີ 23 ເຂົ້າຮ່ວມ.

ພົຈວ ປອ ວົງເຊໂດນ ພັນທະແກ້ວ ກ່າວວ່າ:

ນັກສຶກສາປະລິນຍາຕີ ຮຸ່ນທີ 23 ມີຈໍານວນ 282 ສະຫາຍ ຍິງ 51 ສະຫາຍ, ເຊິ່ງເລີ່ມເຂົ້າມາສຶກສາຢູ່ວິທະຍາຄານຕໍາຫຼວດປະຊາຊົນ ແຕ່ປີ 2019-2022 ເປັນເວລາ 4 ປີ ຈຶ່ງສໍາເລັດ, ໂດຍມີທັງໝົດ 8 ຂະແໜງຮຽນ ຄື:

  • ຂະແໜງສືບສວນ-ສອບສວນ
  • ຂະແໜງສະກັດກັ້ນ-ຕ້ານຢາເສບຕິດ
  • ຂະແໜງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ຂະແໜງສືບຂ່າວອາຍາ
  • ຂະແໜງປ້ອງກັນເສດຖະກິດ
  • ຂະແໜງຄຸມຂັງ-ດັດສ້າງ
  • ຂະແໜງນິຕິວິທະຍາ
  • ຂະແໜງຈະລາຈອນ

ຜ່ານວັດການສຶກສາ ໃນໄລຍະ 4 ປີ ສາມາດສັງລວມນັກສຶກສາທີ່ຄົບມາດຖານເງື່ອນໄຂໃນການປ້ອງກັນບົດລາຍງານໂຄງການຈົບຊັ້ນ ໄດ້ທັງໝົດ 39 ສະຫາຍ ຍິງ 6 ສະຫາຍ ໂດຍຈະເລີ່ມປ້ອງກັນ ນັບແຕ່ວັນທີ 6-22 ທັນວານີ້.

ສໍາລັບການປ້ອງກັນບົດໃນຕອນເຊົ້າຂອງວັນທີ 6 ທັນວາ ມີ 2 ຫົວຂໍ້ ຄື:

  • ການສືບສວນ-ສອບສວນຄະດີຢາເສບຕິດ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຂຽນໂດຍ ຮອ ເລໄລ ຜານິໄທ
  • ຍົກສູງວຽກງານຊັນນະສູດສະຖານທີ່ເກີດເຫດ ຄະດີລັກຊັບ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ, ຂຽນໂດຍ ຮທ ພູເພັດ ໄຊຍະວົງສີ