ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັນ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ IV ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ທັນວາ 2022, ເປັນປະທານໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ລາຍງານວ່າ:

ເຖິງວ່າ ເສດຖະກິດຂອງປະເທດເຮົາ ປະເຊີນກັບຜົນກະທົບຈາກພາຍນອກ ເປັນຕົ້ນການລະບາດຂອງພະຍາດໂຄວິດ-19, ຂໍ້ຂັດແຍ່ງດ້ານການເມືອງ ກໍຄື ດ້ານເສດຖະກິດ, ບັນຫາການເພີ່ມຂຶ້ນຂອງລາຄາສິນຄ້າໃນຕະຫຼາດໂລກ ເຊັ່ນ: ລາຄານໍ້າມັນເຊື້ອໄຟ, ລາຄາສະບຽງອາຫານ ແລະ ອື່ນໆ, ລວມທັງສະພາບຄວາມບອບບາງເສດຖະກິດມະຫາພາກ ຢູ່ພາຍໃນປະເທດ, ແຕ່ພວກເຮົາສາມາດຈັດຕັ້ງປະຕິບັດມາດຕະການຕ່າງໆ ເຮັດໃຫ້ການເກັບລາຍຮັບງົບປະມານລັດ ໃນໄລຍະ 11 ເດືອນ ບັນລຸໄດ້ 28.455 ຕື້ກີບ, ເພີ່ມຂຶ້ນປະມານ 26% ເທົ່າກັບ 5.849 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຄາດວ່າ ໝົດປີ 2022 ຈະສາມາດບັນລຸໄດ້ 32.447 ຕື້ກີບ ຫຼື ເທົ່າກັບ 15,28% ຂອງ GDP ຕາມຄາດໝາຍທີ່ກຳນົດໄວ້ ໃນວາລະແຫ່ງຊາດ ຄື: ສາມາດຮັກສາອັດຕາການເຕີບໂຕຢູ່ໃນລະດັບສູງກວ່າ 4% ໃນປີ 2022 ຄາດວ່າຈະບັນລຸ 4,4% (ຄາດໝາຍວາລະແຫ່ງຊາດ 4% ຂຶ້ນໄປ).

ໃນນີ້, ການຜະລິດກະສິກຳ ມີທ່າອ່ຽງຂະຫຍາຍຕົວຈາກລະດັບ 1,2% ໃນປີ 2020, 2,5% ໃນປີ 2021 ມາເປັນ 2,9% ໃນປີ 2022 ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າກະສິກຳ ເພີ່ມຂຶ້ນປະມານ 15%, ຂະແໜງບໍລິການທີ່ພັກອາໄສ ຕິດພັນກັບ ການທ່ອງທ່ຽວ ແລະ ການບໍລິການຂົນສົ່ງຂະຫຍາຍຕົວ ເພີ່ມຂຶ້ນ 7,1% ແລະ 6,8% ໃນໄລຍະ 9 ເດືອນ ປີ 2022.

ການເກັບລາຍຮັບບັນລຸໄດ້ 15,28% ຂອງ GDP ໃນປີ 2022 (ຄາດໝາຍຂອງວາລະແຫ່ງຊາດ: 15% ຂອງ GDP ຂຶ້ນໄປ), ເຮັດໃຫ້ອັດຕາການຂາດດຸນງົບປະມານ ຈະຢູ່ໃນລະດັບ 0,99% ຂອງ GDP ຕໍ່າກວ່າຄາດໝາຍວາລະແຫ່ງຊາດ (<2% ຂອງ GDP).

ການແກ້ໄຂສະພາບໜີ້ສິນຕ່າງປະເທດ ສາມາດປະຄັບປະຄອງໄປໄດ້ ແລະ ມີຄວາມພະຍາມສູງໃນການຊຳລະຕາມເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບການເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້.

ຄັງສຳຮອງເງິນຕາຕ່າງປະເທດ ຍັງສາມາດກຸ້ມການນຳເຂົ້າ ໃນລະດັບ 3,01 ເດືອນ ຕາມຄາດໝາຍ.

ລະດັບໜີ້ບໍ່ເກີດຜົນ (NPL) ມາຮອດທ້າຍເດືອນຕຸລາ 2022 ຢູ່ໃນລະດັບ 2,15% ຕໍ່າກວ່າຄາດໝາຍ ບໍ່ເກີນ 3%.