ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສະຖາປານາ ສປປ ລາວ ຄົບຮອບ 47 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໃນອາທິດຜ່ານມາ, ປາຖະກະຖາໂດຍ ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກອງ, ຄ້າຍ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພົຈວ ອິນສົມ ທຳລະສິນ ໄດ້ຍົກໃຫ້ເຫັນເຖິງປະຫວັດ ແລະ ມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 47 ປີ ເຊິ່ງເປັນວັນປະຫວັດສາດອັນພິລະອາດຫານຂອງ ທ່ານຜູ້ນໍາພັກ-ລັດ ກໍຄື ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ທີ່ໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ລຸກຂຶ້ນຕໍ່ສູ້ກູ້ຊາດບໍ່ຍອມຈໍານົນແກ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງພວກສັກດີນາຕ່າງດ້າວ ໂດຍພາຍໃຕ້ການນໍາພາຂອງພັກທີ່ສະຫຼາດສ່ອງໃສ, ນໍ້າໃຈປະຕິວັດສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານ ໃນແຕ່ລະໄລຍະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດ ແລະ ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

ນອກນັ້ນ, ໃນພິທີດຽວກັນ ຍັງໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ພ້ອມທັງຍັງໄດ້ໃຫ້ເຮົາຮູ້ເຖິງຄວາມພິລະອາດຫານຂອງການປະຕິວັດ, ມີຄວາມປີຊາສາມາດ ແລະ ການຊີ້ນຳ-ນຳພາໃນການປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຕື່ມອີກ.

ການປາຖະກະຖາ 2 ວັນປະຫວັດສາດຄັ້ງນີ້ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ-ລັດ, ຖືເອົາໂອກາດນີ້ເປັນການເພີ່ມທະວີການສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າກ່ຽວກັບນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ນ້ຳໃຈຕໍ່ສູ້ອັນອົງອາດກ້າຫານຂອງ ກອງທັບປະຊາຊົນລາວ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!