ໃນວັນທີ 9 ທັນວາ 2022, ພັອ ວິໄລຄໍາ ສີຊານົນ ຫົວໜ້າກົມນິຕິກໍາ ແລະ ກົດໜາຍ, ຫ້ອງວ່າການ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຢູ່ວິທະຍາຄານສັນຕິບານປະຊາຊົນ (ວສປ), ໂດຍການເຂົ້າຮ່ວມຂອງ ປອ ສີພອນ ພັນທະວົງ ຮອງຫົວໜ້າອໍານວຍການ ວສປ, ມີຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ຄານທະວີ ວົງນະລາດ ຮອງຫົວໜ້າກົມນິຕິກໍາ ແລະ ກົດໜາຍ, ຫ້ອງວ່າການ ກະຊວງ ປກສ ໄດ້ຍົກໃຫ້ເຫັນກ່ຽວກັບວັນທີ 25 ພະຈິກ ເຊິ່ງເປັນວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ເຊິ່ງຄວາມຮຸນແຮງມີຫຼາຍຮູບແບບ ເປັນຕົ້ນແມ່ນ ຄວາມຮຸນແຮງຕໍ່ຮ່າງກາຍ, ຈິດໃຈ, ທາງເພດ ແລະ ທາງເສດຖະກິດ.

ທຸກຮູບແບບຄວາມຮຸນແຮງ ເປັນອຸປະສັກຕໍ່ແມ່ຍິງໃນການບັນລຸເປົ້າໝາຍ ໃນການພັດທະນາຕົນເອງ, ບໍ່ໃຫ້ມີຄວາມກ້າວໜ້າ, ບໍ່ເທົ່າທຽມກັນລະຫວ່າງ ຍິງ-ຊາຍ ໂດຍສະເພາະ ຄວາມຮຸນແຮງໃນຄອບຄົວແມ່ນເກີດຂຶ້ນ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ.

ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນບັນຫາທີ່ສັງຄົມບໍ່ກ້າເປີດເຜີຍ ແລະ ຖືກປົກປິດໄວ້, ສັງຄົມສ່ວນຫຼາຍຍັງເຫັນວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນເລື່ອງປົກກະຕິພາຍໃນຄອບຄົວ ແລະ ແມ່ຍິງ ກໍຖືກຈໍາກັດດ້ວຍມາດຕະຖານທາງຮີດຄອງປະເພນີ ເຮັດໃຫ້ແມ່ຍິງບໍ່ມີສິດມີສຽງໃນການສະແດງຄວາມຄິດເຫັນຂອງຕົນ.

ນອກນັ້ນ, ວຽກງານຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນວຽກງານໜຶ່ງທີ່ມີຄວາມຈຳເປັນຮີບດ່ວນ ທີ່ຈະຕ້ອງພ້ອມກັນເອົາໃຈໃສ່ໃນການປ້ອງກັນ, ປົກປ້ອງ, ຊ່ວຍເຫຼືອແມ່ຍິງ ແລະ ເດັກ ຈາກຄວາມຮຸນແຮງທຸກຮູບແບບ.

ດັ່ງນັ້ນ, ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ມີມະຕິໃນເດືອນທັນວາ 1993 ຮັບຮອງເອົາຖະແຫຼງການ ວ່າດ້ວຍ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ວ່າດ້ວຍ ການປ້ອງກັນອາຊະຍາກຳ ແລະ ມາດຕະການ ໃນຂະບວນຍຸຕິທໍາດ້ານອາຊະຍາກໍາ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ເທົ່າທຽມກັນລະຫວ່າງ ຍິງ ແລະ ຊາຍ.

ທັງນີ້, ເພື່ອເຮັດໃຫ້ນັກສຶກສາແຕ່ລະສະຫາຍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມໜາຍຄວາມສໍາຂອງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!