ປກສ ກຸ່ມບ້ານສະເຫຼີ້ຍ ເມືອງຊຳເໜືອ ແຂວງຫົວພັນ ກໍໄດ້ເອົາໃຈໃສ່ເຄື່ອນໄຫວແກ້ໄຂບັນບັນຫາຢາເສບຕິດ, ມາໃນວັນທີ 5  ທັນວາ 2022 ປກສ ກຸ່ມບ້ານສະເຫຼີ້ຍ ໄດ້ຮັບແຫຼ່ງຂ່າວວ່າ ຈະມີເປົ້າໝາຍຢາເສບຕິດ ເຄື່ອນໄຫວສົ່ງຢາເສບຕິດຢູ່ເຂດບ້ານຫ້ວຍຍອງ ເມືອງຊຳເໜືອ ຈຶ່ງຕິດຕາມຈັບໄດ້ພ້ອມຂອງກາງຢາບ້າ 6.318 ເມັດ.

ເຈົ້າໜ້າທີ່ ປກສ ກຸ່ມບ້ານສະເຫຼີ້ຍ ເປີດເຜີຍໃຫ້ຮູ້ ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວ, ປກສ ກຸ່ມບ້ານສະເຫຼີ້ຍ ກໍໄດ້ສົມທົບກັບ ປກສ ບ້ານ, ກອງຫຼອນບ້ານນາສະມອງ ຕັ້ງຈຸດກວດກາຢູ່ເສັ້ນທາງໄປບ້ານຄົດ.

ພໍມາຮອດເວລາ 12: 00 ໂມງຂອງວັນດຽວກັນ, ໄດ້ພົບເຫັນເປົ້າໝາຍເປັນເພດຍິງຂັບຂີ່ລົດຈັກຮອນດ້າ ສີດຳແດງ ບໍ່ມີປ້າຍທະບຽນ ໄດ້ເດີນທາງມາແຕ່ເສັ້ນທາງຊຳເໜືອ.

ພໍຮອດຈຸດດັ່ງກ່າວ ຈຶ່ງໄດ້ລັດລົດຄັນດັ່ງກ່າວ ແລ້ວຂໍກວດຄົ້ນຕາມລະບຽບການ. ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບເຫັນຂອງກາງປະເພດຢາບ້າ 32 ຖົງ ລວມມີຢາບ້າ 6.318 ເມັດ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ນາງ ຊົງທໍ່ ອາຍຸ 37 ປີ ຢູ່ບ້ານໂພນຄຳ ເມືອງຊຳເໜືອ ແຂວງຫົວພັນ.

ຂອງກາງຢາເສບຕິດ ແລະ ເຄື່ອງຕິດຕົວ ມີຄື: ສາຍຄໍສີເຫຼືອງຄ້າຍຄຳ 1 ເສັ້ນ, ຕ່ອງຫູ 1 ຄູ່, ສາຍແຂນ 1 ເສັ້ນ, ໂມງ 1 ໜ່ວຍ, ໂທລະສັບ 1 ເຄື່ອງ ແລະ ລົດຈັກ 1 ຄັນ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້້າໜ້າທີ່ພວມສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ເພື່ອຕິດຕາມຈັບມາດຳເນີນຄະດີຕາມກົດໝາຍ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!