ໃນຕອນເຊົ້າວັນທີ 13 ທັນວາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາການຄ້າ ແລະ ການລົງທຶນລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ເຊິ່ງຈັດຂຶ້ນໂດຍນະຄອນໂຮ່ຈີມິນ ຮ່ວມກັບ ສະຖານກົງສູນໃຫຍ່ຂອງ ສປປ ລາວ ປະຈໍາ ນະຄອນໂຮ່ຈີມິນ.

ໂດຍມີ ທ່ານ ຫງຽນ ວັນ ເນນ ເລຂາຄະນະພັກ ນະຄອນໂຮ່ຈີມິນ, ທ່ານ ຟາມ ວັນ ມາຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ພ້ອມດ້ວຍບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງຂອງ ສປປ ລາວ, ການນຳຂອງແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ ແລະ ຈຳປາສັກ ຕະຫຼອດຮອດບັນດານັກທຸລະກິດຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ການຈັດກອງປະຊຸມເວທີສົນທະນາຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນພິເສດ ເນື່ອງຈາກເປັນໄລຍະເວລາທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກຳລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ກໍຄື ສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ ແລະ ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນບໍ່ຢຸດຢັ້ງ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕີລາຄາສູງຕໍ່ການນຳຂອງນະຄອນໂຮ່ຈີມິນ ກໍຄື ລັດຖະບານ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ມີການຈັດກອງປະຊຸມ ແລະ ການພົບປະລະຫວ່າງ ພາກທຸລະກິດ ເພື່ອແນໃສ່ເສີມຂະຫຍາຍການຮ່ວມມືລະຫວ່າງ ພາກທຸລະກິດ ດ້ວຍກັນໃນຕໍ່ໜ້າ.

+ ສິ່ງສໍາຄັນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວຕື່ມອີກ ວ່າ:

ກອງປະຊຸມຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ພາກລັດຂອງລາວ ໄດ້ຮັບຟັງຄຳສະເໜີ ແລະ ເກັບກໍາເອົາບັນດາຄໍາຄິດຄຳເຫັນຕ່າງໆຈາກພາກທຸລະກິດ, ຜູ້ລົງທຶນຈາກ ສສ ຫວຽດນາມ ນໍາໄປຄົ້ນຄວ້າ ເພື່ອປັບປຸງສະພາບແວດລ້ອມ ແລະ ການອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ການລົງທຶນຢູ່ໃນ ສປປ ລາວ, ລວມທັງຊຸກຍູ້ຕິດຕາມ ແລະ ຊ່ວຍເຫຼືອໃຫ້ບັນດານັກທຸລະກິດ ສາມາດເຂົ້າມາລົງທຶນໃນ ສປປ ລາວ ໄດ້ຢ່າງສະດວກວ່ອງໄວຂຶ້ນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້ ບັນດາບໍລິສັດຈະໄປຮ່ວມມືລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ສົມກັບການຮ່ວມມືດ້ານການເມືອງຂອງສອງປະເທດ ທີ່ຢູ່ໃນລະດັບສູງ ໃນປັດຈຸບັນ.

ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະເໜີ ແລະ ແລກປ່ຽນຕໍ່ກອງປະຊຸມຕື່ມບາງດ້ານ ເປັນຕົ້ນແມ່ນ ໃນເງື່ອນໄຂປັດຈຸບັນ ສປປ ລາວ ໄດ້ນໍາໃຊ້ທີ່ຕັ້ງ ແລະ ທ່າແຮງຫຼາຍດ້ານ ເພື່ອດຶງດູດການລົງທຶນທັງຈາກທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການປັບປຸງຂອດຂັ້ນ, ກົນໄກ ແລະ ບັນດານິຕິກຳໃນການດຳເນີນທຸລະກິດ ແລະ ການລົງທຶນໃຫ້ມີຄວາມຮັດກຸມ, ກະທັດຮັດ, ວ່ອງໄວ ແລະ ໂປ່ງໄສ ລວມທັງໄດ້ກໍານົດໄວ້ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ໄດ້ມີຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ໃຫ້ດີຂຶ້ນເປັນກ້າວໆ ເປັນຕົ້ນ ລະບົບເສັ້ນທາງ, ທາງດ່ວນ, ທາງລົດໄຟ, ສະໜາມບິນ, ທ່າບົກ, ຂົວຂ້າມລະຫວ່າງປະເທດ ແລະ ອື່ນໆ ເພື່ອເຮັດໃຫ້ການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ, ວຽກງານໂລຈິດສະຕິກ, ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງປະຊາຊົນ ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ເປັນປັດໃຈສໍາຄັນໃຫ້ແກ່ການຂັບເຄື່ອນເສດຖະກິດ ແລະ ຊຸກຍູ້ໃຫ້ຂະແໜງການອື່ນໆ ມີການຂະຫຍາຍຕົວ, ສາມາດດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດ ເຂົ້າມາໃນ ສປປ ລາວ ຫຼາຍຂຶ້ນ.

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຖິງວ່າສະພາບແວດລ້ອມຫຼາຍດ້ານຈະບໍ່ອໍານວຍ, ແຕ່ໂດຍລວມແລ້ວ ກໍມີຫຼາຍດ້ານທີ່ມີຄວາມຕັ້ງໜ້າ ແລະ ຜົນສໍາເລັດເປັນຢ່າງດີ ລວມທັງເປົ້າໝາຍການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ເຊິ່ງລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ, ການທ່ອງທ່ຽວວັດທະນະທໍາ ແລະ ອະນຸລັກທໍາມະຊາດ, ພະລັງງານສະອາດ (ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ ແລະ ແສງຕາເວັນ) ລວມເຖິງການຊຸກຍູ້ຂະແໜງອຸດສາຫະກໍາຜະລິດພາຫະນະຂົນສົ່ງ ທີ່ນໍາໃຊ້ພະລັງງານສະອາດ.

ພ້ອມທັງໄດ້ພະຍາຍາມສົ່ງເສີມຂະແໜງນະວັດຕະກໍາໃໝ່ ໃຫ້ສອດຄ່ອງກັບອຸດສາຫະກໍາ 4.0 ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ, ໂລຈິດສະຕິກ, ຕົວເມືອງທັນສະໄໝ (Smart City), ການອໍານວຍຄວາມສະດວກດ້ານການຂົນສົ່ງ ແລະ ຂະແໜງ SME.

ນອກຈາກນີ້, ໃນວາລະດໍາເນີນກອງປະຊຸມ ຍັງໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນລະຫວ່າງ ພາກທຸລະກິດຂອງຫວຽດນາມ ແລະ ພາກລັດຂອງ ສປປ ລາວ ຕື່ມອີກ.

ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງຂອງຝ່າຍລາວ ແລະ ຫວຽດນາມ ຍັງໄດ້ເປັນສັກຂີພິຍານໃນພິທີລົງນາມເຊັນບົດບັນທຶກ (MOU) ຈຳນວນ 17 ໂຄງການ, ລວມມູນຄ່າ 3.825,45 ຕື້ດົງ (ສະກຸນເງິນຫວຽດນາມ).

ໃນໄລຍະເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວໄປຢ້ຽມຢາມສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຕົວເມືອງຖູດຶກ ເຊິ່ງໄດ້ຮັບການສ້າງຕັ້ງເປັນຕົວເມືອງທີ່ຂຶ້ນກັບສູນກາງ ຕາມມະຕິຕົກລົງຂອງສະພາແຫ່ງຊາດ ສສ ຫວຽດນາມ ໃນທ້າຍປີ 2020.