ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດພິິທີປະກາດຍົກຍ້າຍ-ແຕ່ງຕັ້ງ ນາຍຕຳຫຼວດຂັ້ນນຳພາ-ບັນຊາ ໃນວັນທີ 9 ທັນວາ 2022, ເປັນປະທານໂດຍ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຮອງເຈົ້າແຂວງຫົວພັນ, ມີກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ ເຂົ້າຮ່ວມ.

ພັທ ຊາຍພອນ ຍົດທະວິໄຊ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຫົວພັນ ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫົວພັນ ຈຳນວນ 14 ສະຫາຍ ເຊິ່ງໄດ້ປະກາດແຕ່ງຕັ້ງດັ່ງນີ້:

  • ພັທ ຄຳເຫຼັກ ຈັນສຸລິ ເປັນ ຮອງກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຫ້ອງການເມືອງ
  • ພັທ ສ້າງສູສັນ ຫວັງຊື້ກື້ ເປັນ ຫົວໜ້າຫ້ອງ 509 ແລະ ພັທ ກຸ່ຍ ຄຳວົງໄຊ ເປັນຮອງ
  • ພັຕ ໄຊສຸພາບ ຜຸຍພະກອນ ເປັນ ຮອງຫົວໜ້າຫ້ອງການ
  • ພັຕ ຄຳສີ ສີລາວົງ ເປັນ ຮອງຫົວໜ້າຫ້ອງການເມືອງ
  • ພັທ ສົມຈິດ ພົມມະຈັນ ເປັນຮອງຫົວໜ້າຫ້ອງ 504
  • ພັທ ກິລາ ຈັນທະບູລຸດ ເປັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່
  • ພັທ ຊຳສຸລິ ບຸນທອງດີ ເປັນ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ
  • ພັທ ສັງທອງ ເຄືອຄຸນນະທຳ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງກວັນ ແລະ ພັທ ສຸກສະແຫວງ ພັນທະໄຊ ເປັນຮອງ
  • ພັທ ພຸດອານົງ ມະນີວົງ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຫົວເມືອງ ແລະ ພັຕ ວົງສີ ບຸນພະຈັນ ເປັນຮອງ
  • ພັຕ ແສງຈັນ ມີວັງທອງ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສົບເບົາ
  • ພັທ ສໍລິສັກ ທອງມີໄຊ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ
  • ພັທ ວົງພັນ ແກ້ວເພັງຄຳ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຊຳເໜືອ ແລະ ພັທ ສີພັນດອນ ໄຊຍະສິດ ເປັນຮອງ

ທ່ານ ພອນສຸກ ອິນທະວົງ ກ່າວວ່າ:

ການປະກາດຍົກຍ້າຍ-ແຕ່ງຕັ້ງໃນຄັ້ງນີ້ ແມ່ນການປັບປຸງກົງຈັກການຈັດຕັ້ງຂອງ ນາຍຕຳຫຼວດຂັ້ນນຳພາ-ບັນຊາ, ແມ່ນຂີດໝາຍສຳຄັນໜຶ່ງຂອງໜ້າທີ່ການເມືອງທີ່ມີຄວາມຮຽກຮ້ອງຕ້ອງການ ທັງເປັນການປະຕິບັດຕາມແນວທາງຍະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ການປັບປຸງສັບຊ້ອນຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດ ຕ້ອງມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ເພື່ອເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ເຮັດໃຫ້ກຳລັງເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນໃຫ້ ແຂວງຫົວພັນ ມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!