ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ໃນວັນທີ 9 ທັນວາ 2022, ໂດຍມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ, ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ຄະນະພັກ-ຄະນະບັນຊາກອງບັນຊາການ, ບັນດາຫົວໜ້າ-ຄະນະຫ້ອງ, ນາຍຕຳຫຼວດ ປກສ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເຊິ່ງໄດ້ປະກາດຍົກຍ້າຍດັ່ງນີ້:

  • ພັທ ຄຳຕຸ່ນ ບຸນລຽນຂັນ ຈາກຫົວໜ້າຄະນະຄຸ້ມຄອງດ່ານສາກົນ ບໍ່ເຕນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ
  • ພັທ ຄຳແຝງ ວີປະເສີດ ຈາກຫົວໜ້າຄະນະລັດວິສະຫະກິດບໍລິການຄວາມປອດໄພ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຫ້ອງຕຳຫຼວດ
  • ພັທ ອຳໄພ ອິນທະປັນຍາ ຈາກກົມໃຫຍ່ສັນຕິບານ ມາຮັບໜ້າທີໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ບໍ່ເຕນ
  • ພັທ ພູນເພັດ ເຫຼົາອິນ ຈາກຮັກສາການຫົວໜ້າກອງບັນຊາການ ປກສ ເມືອງລອງ ມາເປັນ ຫົວໜ້າຫ້ອງການເມືອງ
  • ພັຕ ເປ້ຍ ສີວັງລາດ ຈາກຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນ ຮອງຫົວໜ້າຫ້ອງການເມືອງ
  • ພັທ ຢ່ອຍຄຳ ລິດປັນຍາ ຈາກຫົວໜ້າພະແນກປະມວນຂ່າວ ຂຶ້ນເປັນ ຮອງຫົວໜ້າຫ້ອງ 504
  • ພັທ ນາງ ຄໍາຫຼ້າ ຈິດຕະວົງ ຈາກຮອງຫົວໜ້າຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ພັທ ນາງ ບົວຮວຍ ຄິດທະໄຊ ຈາກຫົວໜ້າພະແນກສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານ ຂຶ້ນເປັນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ພັທ ກອງແສງ ສີພາວັນ ຈາກຫົວໜ້າສໍານັກງານກອງພັນ ຂຶ້ນເປັນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່
  • ພັທ ຄຳແສງ ວິໄລຈິດ ຮັກສາການຫົວໜ້າຄ້າຍຄຸມຂັງ-ດັດສ້າງ ຂຶ້ນເປັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ
  • ພັທ ນິດສະວົງ ຄຸນພະຈັນສີ ຈາກຮອງຫົວໜ້າຫ້ອງສັນຕິບານ ໄປຮັບໜ້າທີໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງລອງ
  • ພັທ ບຸນຈອນ ທັນທະວົງ ຈາກຮອງຫົວໜ້າຫ້ອງ 504 ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ
  • ພັທ ຄຳໄຊ ທຳມະວົງ ຈາກຫົວໜ້າພະແນກ 504 ຂຶ້ນເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ
  • ພັທ ໄມຄຳສາ ບຸນທະວີ ຈາກຫົວໜ້າພະແນກສັນຕິບານ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ
  • ພັທ ຄໍາພຸດ ອິນປັນຍາ ຈາກຮອງຫົວໜ້າຫ້ອງສັນຕິບານ ໄປຮັບໜ້າທີໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງສິງ
  • ພັທ ຄອນສະຫວ່າງ ວິລະຫວ່າງ ຈາກຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ
  • ພັທ ບຸນຄາມ ເປຼົາປັນຍາ ຈາກຫົວໜ້າພະແນກຕຳຫຼວດ ປກສ ເມືອງ ຂຶ້ນເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ
  • ພັທ ຈ໋າຍ ບິດສະວົງ ຈາກຮອງຫົວໜ້າລັດວິສະຫະກິດບໍລິການຄວາມປອດໄພ ຂຶ້ນເປັນ ຫົວໜ້າລັດວິສະຫະກິດບໍລິການຄວາມປອດໄພ

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ຊີ້ນຳບັນດານາຍຕຳຫຼວດທີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງໃໝ່ ພ້ອມດ້ວຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເພີ່ມທະວີເອົາໃຈໃສ່ປະຕິບັດໜ້າທີ່ວຽກງານການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານຢ່າງທົ່ວເຖິງ, ປົກກະຕິ, ເປັນແບບຢ່າງນຳໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ, ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ, ຍົກສູງສະຕິຕໍ່ການຈັດຕັ້ງ ແລະ ເປັນເຈົ້າການປະຕິບັດລະບຽບຂອງກຳລັງຢ່າງເຂັ້ມງວດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!