ທ້າຍອາທິດຜ່ານມານີ້, ອົງການກາແດງ ແຂວງໄຊຍະບູລີ ໄດ້ເຜີຍແຜ່ຂໍ້ຕົກລົງຂອງ ທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍ ກອງທຶນເລືອດແຂວງ ໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງ ແຂວງໄຊຍະບູລີ ແລະ ພັທ ອານຸສອນ ຄຳວັງ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ, ກອງອ້ອມຂ້າງ ພ້ອມດ້ວຍນາຍຕຳຫຼວດ ເຂົ້າຮ່ວມ.

ທ່ານ ຄຳ ບາລີ ຮອງຫົວໜ້າອົງການກາແດງ ແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍ ກອງທຶນເລືອດ ແຂວງໄຊຍະບູລີ ວ່າ:

ຂໍ້ຕົກລົງດັ່ງກ່າວ ປະກອບມີ 8 ໝວດ 32 ມາດຕາ, ເຊິ່ງໄດ້ກຳນົດຫຼັກການ, ລະບຽບການກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ກອງທຶນເລືອດຂອງແຂວງໄຊຍະບູລີ ເພື່ອເຮັດໃຫ້ວຽກງານການປຸກລະດົມຂົນຂວາຍ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ແນໃສ່ຮັບປະກັນໃຫ້ມີແຫຼ່ງທຶນທີ່ຢືນຍົງ ເພື່ອສະໜອງໃຫ້ແກ່ວຽກງານລະດົມຂົນຂວາຍບໍລິຈາກເລືອດ, ເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງທີ່ເຈັບເປັນ ແລະ ຕ້ອງການປິ່ນປົວດ້ວຍເລືອດ ໃຫ້ໄດ້ຮັບການບໍລິການເລືອດທີ່ພຽງພໍປອດໄພ ແລະ ທັນກັບເວລາ.

ການບໍລິຈາກເລືອດ ແມ່ນການໃຫ້ຊີວິດໃໝ່ກັບເພື່ອນມະນຸດດ້ວຍກັນ ເພາະເລືອດແມ່ນອົງປະກອບທີ່ສໍາຄັນທີ່ສຸດຂອງຮ່າງກາຍຂອງຄົນເຮົາ, ເພາະຖ້າຮາກບຸກຄົນໃດໜຶ່ງທີ່ມີເລືອດຢູ່ໃນຮ່າງກາຍບໍ່ພຽງພໍກັບຄວາມຕ້ອງການ ກໍຈະເຮັດໃຫ້ບໍ່ສາມາດມີສຸສຸພາບທີ່ແຂງແຮງ ຫຼື ຍິ່ງໄປກວ່ານັ້ນ ກໍອາດຈະບໍ່ສາມາດມີຊີວິດໄດ້. ສະນັ້ນ, ຈຶ່ງເວົ້າໄດ້ວ່າ ການບໍລິຈາກເລືອດ ແມ່ນການເຮັດບຸນອັນຍິ່ງໃຫຍ່, ເປັນບຸກຄົນທີ່ມີຄວາມເສຍສະຫຼະ, ເປັນບຸກຄົນທີ່ນໍ້າໃຈອັນດີງາມ ແລະ ໃຫ້ຊີວິດໃໝ່ກັບຄົນອື່ນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!