ເຈົ້າໜ້າທີ່ໜ່ວຍງານຄະດີອາ ຍາ-ເສດຖະກິດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຮັບແຈ້ງຄວາມ ໃນວັນທີ 1 ທັນວາ 2022 ວ່າ: ໄດ້ມີຄົນມາລັກເອົາຖັງແກັດ ຢູ່ໂຮງງານກັບໂຟມຂອງຄົນຈີນ ຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ 4 ຄັ້ງ, ໂດຍນໍາໃຊ້ລົດກະບະຮຸນໄດ ສີຂາວເປັນພາຫະນະບັນທຸກເອົາ ຖັງແກັດ ຈຶ່ງແຕ່ງຕັ້ງໃຫ້ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາເກັບກຳຂໍ້ມູນ ແລະ ເປົ້າໝາຍຕິດຕາມ ຈົນມາສາດຈັບຜູ້ຖືກໄດ້ ຊື່ ທ້າວ ໜິງ ອາຍຸ 25 ປີ ບ້ານໂພນໄຊເໜືອ ແລະ ທ້າວ ແອັດ ອາຍຸ 28 ປີ ບ້ານ ນາອ້ອຍໜູ ທັງສອງຢູ່ ເມືອງປາກຊັນ ມາສອບສວນ.

ຜ່ານການ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະF ພວກກ່ຽວສາ ລະພາບວ່າ: ທັງສອງໄດ້ມາເຮັດວຽກກໍາມະກອນຢູ່ໂຮງງານເເກັດຂອງ ທ້າວ ສັນຕິ ຢູ່ບ້ານສວນສະຫວັນ ເມືອງປາກຊັນ ແລະ ເຈົ້າຂອງໂຮງງານໄດ້ໃຫ້ພວກກ່ຽວເອົາຖັງແກັດໄປເລາະສົ່ງໃຫ້ຕາມລູກຄ້າສັ່ງ ແລະ ໄປສົ່ງໃຫ້ໂຮງງານກັບ ໂຟມ ທີ່ຕັ້ງຢູ່ບ້ານຫ້ວຍຄູນ ຈໍານວນຫຼາຍຄັ້ງDຈາກນັ້ນ, ພວກກ່ຽວ ໄດ້ພົບເຫັນຖັງເເກັດເປົ່າຢູ່ໂຮງງານ ຈຶ່ງເກີດມີແນວຄິດຢາກໄດ້ຖັງແກັດດັ່ງກ່າວໄປຂາຍ ແລະ ໃນເວລາທີ່ເຮັດວຽກຢູ່ຮ້ານເເກັດຂອງ ທ້າວ ສັນຕິ, ຜູ້ຖືກທັງສອງ ຍັງໄດ້ລັກເອົາຖັງແກັດໄປຂາຍຫຼາຍຄັ້ງ. ມາຮອດເດືອນສິງຫາ-ກັນ ຍາ 2022, ເຈົ້າຂອງຮ້ານເເກັດ ຈັບໄດ້ຈຶ່ງໄດ້ໄລ່ພວກກ່ຽວອອກຈາກວຽກ. ຫຼັງຈາກນັ້ນ 2 ວັນຕໍ່ມາ, ຜູ້ຖືກຫາທັງສອງໄດ້ຊັກຊວນກັນວາງແຜນເພື່ອຈະໄປລັກເອົາຖັງແກັດເປົ່າຢູ່ໂຮງງານກັບໂຟມຂອງຄົນຈີນທີ່ບ້ານຫ້ວຍຄູນອີກ ໂດຍໃຫ້ ທ້າວ ໝິງ ເປັນຜູ້ຕິດຕໍ່ຊອກລົດກະບະຮຸນໄດ ທີ່ຄ້າຍຄືກັບລົດໂຮງງານເເກັດມາຂົນເອົາຖັງແກັດ, ສ່ວນ ທ້າວ ແອັດ ແມ່ນເປັນ ຄົນເບິ່ງຕົ້ນທາງ ໂດຍຂັບຂີ່ລົດ ຈັກເວບ 100 ສີເເດງ-ດໍາ ພາຍຫຼັງວາງແຜນກັນແລ້ວ ທ້າວ ໝິງ ໄດ້ຕິດຕໍ່ຫາຄົນຮູ້ຈັກໃຫ້ຊອກຕິດຕໍ່ລົດກະບະຮຸນໄດສີຂາວ ມາຂົນເອົາຖັງແກັດເປົ່າຢູ່ໂຮງງານກັບໂຟມມາ ສົ່ງໃຫ້ຮ້ານຂາຍເເກັດແລ້ວຈະໄດ້ຄ່າລາກແກ່ຄັ້ງລະ 600.000 ກີບ. ຈາກນັ້ນ, ພວກກ່ຽວໄດ້ເຂົ້າໄປລັກຖັງແກັດເປົ່າຢູ່ໂຮງງານກັບໂຟມດັ່ງກ່າວ ຈໍານວນ 4 ຄັ້ງ ລວມ ມີ 27 ຖັງ ແລ້ວເອົາໄປຂາຍໃຫ້ຮ້ານເເກັດແຫ່ງໜຶ່ງທີ່ ບ້ານມີໄຊ ເມືອງປາກຊັນ ໃນລາຄາຖັງລະ 500.000 ກີບ ແລະ ເມື່ອໄດ້ເງິນມາເເລ້ວກໍແບ່ງປັນກັນ ແລະ ນໍາໄປຊື້ຢາເສບຕິດມາເສບ. ມາຮອດ ວັນທີ 2 ທັນວາ 2022, ກໍຖືກເຈົ້າໜ້າ ທີ່ຕໍາຫຼວດກັກຕົວມາສອບສວນ ຕາມລະບຽບກົດໝາຍ.

ໂອກາດດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງປາກຊັນ ຍັງໄດ້ຮຽກຮ້ອງມາຍັງພໍ່-ເເມ່ປະຊາຊົນ ຈົ່ງມີສະຕິໃນການປົກປັກຮັກສາຊັບສິນວັດຖຸສິ່ງຂອງ ເພື່ອບໍ່ໃຫ້ຄົນໃຫ້ຮ້າຍລັກໄປໄດ້, ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຕິດຕາມກຸ່ມຄົນບໍ່ຫວັງດີທີ່ເຄື່ອນໄຫວກະທໍາ ຜິດຕໍ່ລະບຽບກົດໝາຍຂອງບ້ານ ເມືອງ ເພື່ອພ້ອມກັນແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ.

ຕໍ່ມາ, ໃນວັນທີ 8 ທັນວາ 2022, ເຈົ້າໜ້າທີ່ພະເເນກຕໍາຫຼວດ ປກສ ເມືອງປາກຊັນ ກໍໄດ້ມອບຖັງເເກັດທີ່ສາມາດເກັບກູ້ມາໄດ້ ຈໍານວນ 24 ຖັງ ຄືນໃຫ້ເຈົ້າຂອງເດີມ ຕາງໜ້າມອບໂດຍ ຮອ ຈັນ ສະໝອນ ບຸນທະວີ ຮອງຫົວໜ້າພະເເນກຕຳຫຼວດ ປກສ ເມືອງ ປາກຊັນ ແລະ ຕາງໜ້າກ່າວຮັບ ໂດຍ ທ່ານ ວັນນະເລດ ຄໍາປະເສີດ ແລະ ມີເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົ້າຮ່ວມ.