ກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປິ 2022 ຂອງຄະນະພັກຮາກຖານແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ມີສະຫາຍ ສົມໃຈ ພານີຈັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ, ມີຄະນະພັກຮາກຖານດ່ານສາກົນນາເພົ້າ, ບັນດາແຂກຖືກເຊີນຈາກພະແນກການອ້ອມຂ້າງ ແລະ ສະມາຊິກ ພັກພາຍໃນດ່ານ ເຂົ້າຮ່ວມ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ແມ່ນເປັນການຜັນຂະຫຍາຍຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຜັນຂະຫຍາຍຄຳແນະນຳຂອງຄະນະປະຈຳພັກແຂວງຄຳມ່ວນ ສະບັບເລກທີ 07/ຈຂ.ຄມ; ລົງວັນທີ່ 21 ສິງຫາ 2021 ກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເອກະສານ ປັບປຸງຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ໂດຍຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍມາດ ຕະການແກ້ໄຂບັນຫາຢາເສບຕິດ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ເພື່ອເປັນການສໍາຫຼວດກວດກາ, ເສີມຂະຫຍາຍຜົນງານດ້ານດີ ແລະ ສຸມໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງຕ່າງໆຂອງສະມາຊິກພັກພາຍໃນຄະນະພັກຮາກຖານດ່ານສາກົນນາເພົ້າ, ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທາງດ້ານແນວຄິດ ແລະ ການກະທໍາ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ມີຄວາມເປັນເອກະພາບພາຍໃນພັກ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ນາຍ ແລະ ພົນຕໍາຫຼວດ, ເຊີດຊູນໍ້າໃຈຮັກຊາດ, ນ້ໍາໃຈເສຍສະລະ ເພື່ອປະເທດຊາດ ແລະ ປະຊາຊົນ, ເຮັດໃຫ້ສະມາຊິກມີຄວາມໜັກແໜ້ນທາງ ດ້ານການເມືອງ, ການຈັດຕັ້ງ ແລະ ແບບແຜນການນໍາພາວິທີເຮັດວຽກໃຫ້ມີປະສິດທິພາບ, ປະສິດທິຜົນສູງ ສາມາດເປັນກໍາລັງປະກອບອາວຸດທີ່ແຫຼມຄົມຂອງພັກ ແລະ ເປັນທີ່ເພິ່ງຂອງປະຊາຊົນ.