ໃນໂອກາດທີ່ ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຂົ້າຮ່ວມພິທີປະກາດເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເຊິ່ງທ່ານກໍໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບໃຫ້ສົມຄູ່ກັບຊັ້ນ ແລະ ໜ້າທີ່ຄວາມຮັບຜິດຊອບ ໃຫ້ເປັນແຮງຈູງໃຈໃນການປະຕິບັດໜ້າທີ່ວຽກງານວິຊາະເພາະ ໃຫ້ມີຜົນສໍາເລັດອັນໃໝ່ ເພື່ອໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກໍຄື ການປົກປັກຮັກສາຄວາມສະຫງົບ.

ໃນນາມຄະນະນໍາກົມໃຫຍ່ການເມືອງ ແລະ ໃນນາມສ່ວນຕົວ ຂໍເນັ້ນໜັກບາງດ້ານໃຫ້ບັນດາສະຫາຍຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແມ່ນໃຫ້ສືບຕໍ່ຄົ້ນຄວ້າ, ເປັນເຈົ້າການໃນການປັບປຸງພື້ນຖານທາງດ້ານການເມືອງແນວຄິດຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍເລີ່ມຈາກໂຕຂອງເຮົາເອງ ຈຶ່ງກ້າວສູ່ໝູ່ຄະນະ, ກ້າວສູ່ການຈັດຕັ້ງ ແລະ ມະຫາຊົນ, ຕ້ອງຮັບປະກັນຈຸດຢືນຂອງຕົນ ຖານະທີ່ເປັນພະນັກງານ, ນາຍ ແລະ ພົນຕໍາຫຼວດ ທີ່ມີໄຊຊະນະໃນມື້ນີ້ຢ່າງເອກອ້າງທະນົງໃຈ ແລະ ມີກຽດ; ດັ່ງນັ້ນ, ມັນມີຄວາມຈໍາເປັນຕ້ອງໄດ້ເສີມສ້າງແນວຄິດບຸກບືນຫ້າວຫັນ, ສ້າງສະຕິກຽມພ້ອມສູ້ຮົບ ໃນນາມເຮົາເປັນຜູ້ພິທັກສັນຕິລາດ, ຕ້ອງຍອມເສຍສະລະໂຕເອງ ເພື່ອປົກປ້ອງພັກ-ລັດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ເຊິ່ງບັນຫານີ້ຕ້ອງມາກ່ອນ ແກ້ໃຫ້ໄດ້ເຖິງແນວຄິດທໍ້ຖອຍອິດເມື່ອຍ.

ສືບຕໍ່ສຶກສາຮໍ່າຮຽນກໍາແໜ້ນແນວທາງນະໂຍບາຍຂອງພັກ-ແຜນພັດຖະນາເສດຖະກິດສັງຄົມ, ກົດໝາຍຂອງລັດ, ຂອງກໍາລັງ, ຕ້ອງສຶກສາຮຽນຮູ້ທິດສະດີວິຊາສະເພາະ, ສ້າງຄວາມສໍານິສໍານານໃນໜ້າທີ່ຮັບພິຊອບ ເພື່ອກາຍເປັນນັກຊ່ຽວຊານ, ກາຍເປັນພະນັກງານຫຼັກແຫຼ່ງສືບທອດປ່ຽນແທນ ໃນອານາຄົດ.

ຕ້ອງຝຶກຜົນຕົນເອງໃຫ້ກາຍເປັນນາຍ ແລະ ພົນຕໍາຫຼວດ ທີ່ເຕັມໄປດ້ວຍຈັນຍາບັນ, ຈັນຍາທໍາແທ້ໆ, ເປັນພະນັກງານທີ່ມີຄວາມຫ້າວຫັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນໜັກແໜ້ນ, ກາຍເປັນຕົວແບບໃຫ້ແກ່ນາຍ ແລະ ພົນຕໍາຫຼວດ ຜູ້ບໍ່ທັນໄດ້ຮັບການເລື່ອນຊັ້ນ ໃຫ້ສົມບົດບາດກັບຊັ້ນຕົນເອງທີ່ໄດ້ຮັບໃນມື້ນີ້.

ສະເໜີໃຫ້ພວກສະຫາຍເຂົ້າໃຈວ່າ ການໄດ້ເລື່ອນຊັ້ນຂອງພວກສະຫາຍໃນຄັ້ງນີ້ ແມ່ນການມອບໝາຍໜ້າທີ່ການເມືອງອັນໜັກໜ່ວງ ໃຫ້ແກ່ພວກສະຫາຍ, ເຊິ່ງເປັນສັນຍານເຕືອນເຖິງ ຄວາມເຂັ້ມແຂງຂອງຕໍາຫຼວດປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ຄວາມເຂັ້ມແຂງຂອງກົມໃຫ່ຍການເມືອງ ປກສ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນໜຶ່ງດຽວພາຍໃນ ແລະ ສ້າງສາຍພົວພັນສາມັກຄີກັບພາຍນອກ ໃຫ້ດີ ແລະ ສອດຄ່ອງ ພ້ອມທັງຕັ້ງໜ້າປະຕິບັດກົດລະບຽບ, ກົດໝາຍ, ອອກແຮງຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່, ແນວຄິດກຸ່ມກ້ອນພັກພວກ, ແນວຄິດຫຼິ້ນກິນຟູມເຟືອຍ.

ຕັ້ງໜ້າພັດທະນາໃຫ້ເປັນຮູບປະທໍາ, ສ້າງໃຫ້ຕົນເອງມີແນວຄິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບ ແນວຄິດປະຢັດມັດທະຍັດ ໃຫ້ປະກົດຜົນເປັນຈິງ, ຮັບປະກັນໃຫ້ຊີວິດຂອງຕົນເອງ ແລະ ຄອບຄົວໄປຕາມແນວທາງນະໂຍບາຍຂອງພັກ-ລັດ ກາຍເປັນຄອບຄົວແຫ່ງວັດທະນາທໍາໃໝ່.

ພິເສດ ສໍາຫຼັບບັນດາສະຫາຍທີ່ບໍ່ທັນມີໂອກາດໄດ້ຮັບຊັ້ນໃໝ່ໃນຄັ້ງນີ້ ແມ່ນໃຫ້ມີແນວຄິດອຸ່ນອຽນທຸນທ່ຽງ, ຕື່ນຕົວແຂ່ງຂັນສ້າງຜົນງານຢ່າງສະເໝີຕົ້ນສະເໝີປາຍ, ຫ້າມເດັດຂາດບໍ່ໃຫ້ເກີດມີແນວຄິດທໍ້ຖອຍ, ກຽມພ້ອມຮັບໃຊ້ໜ້າທີ່ທີ່ໄດ້ຮັບມອບໝາຍ ເພື່ອສ້າງຜົນງານໃຫ້ກັບໂຕເອງ ແລະ ການຈັດຕັ້ງເພື່ອກ້າວໜ້າຂຶ້ນໄປເລື້ອຍໆ.

+ ສໍາລັບນາຍ ແລະ ພົນຕໍາຫຼວດ ກົມໃຫຍ່ການເມືອງ ປກສ ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ລວມທັງໝົດ 123 ສະຫາຍ ຍິງ 67 ສະຫາຍ ຄື:

  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 39 ສະຫາຍ ຍິງ 11 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ ຍິງ 3 ສະຫາຍ
  • ຊັ້ນ II ຂຶ້ນ ຊັ້ນ I ມີ 17 ສະຫາຍ ຍິງ 13 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຊັ້ນຮ້ອຍໂທ 1 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຮ້ອຍໂທ 1 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຊັ້ນຮ້ອຍຕີ 16 ສະຫາຍ ຍິງ 5 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຊັ້ນຮ້ອຍຕີ 18 ສະຫາຍ ຍິງ 13 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຊັ້ນວາທີ ຍິງ 5 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຊັ້ນວາທີ 4 ສະຫາຍ ຍິງ 2 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຊັ້ນສິບເອກ 16 ສະຫາຍ ຍິງ 12 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຊັ້ນສິບເອກ ຍິງ 2 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຊັ້ນສິບຕີ 1 ສະຫາຍ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!