ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດພິທີປິດຊຸດຮຽນໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ XIII ແລະ ຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XV ໃນ ວັນທີ 19 ທັນວາ 2022, ເຂົ້າຮ່ວມ ໂດຍ ພົຕ ວັນທອງ ກອງມະມີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະ ນະພັກ-ຄະນະນໍາຫ້ອງວ່າການ, ກົມໃຫຍ່, ຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາທີ່ສໍາເລັດການສຶກສາເຂົ້າຮ່ວມ.

ພັອ ປອ ໂອໄດ ທິລັນດາ ຮອງຫົວໜ້າອໍານວຍການ ວຕປ ໄດ້ຜ່ານບົດສະຫຼຸບແຜນການສິດສອນການຮຽນຂອງນັກສຶກສາໃຫ້ຮູ້ວ່າ: ປະລິນຍາໂທ ຮຸ່ນທີ XIII ມີຈໍານວນ 25 ສະຫາຍ ຍິງ 1 ສະຫາຍ; ເຊິ່ງໃຊ້ເວລາຄົ້ນຄວ້າຮໍ່າຮຽນ 2 ປີ ໄດ້ແບ່ງອອກເປັນ 4 ໄລຍະຮຽນ, ໄລຍະທີ 1, 2, 3 ແມ່ນຮຽນມີ 23 ວິຊາ, ມີ 63 ໜ່ວຍກິດ ແລະ ໄລຍະ 4 ແມ່ນໄລຍະເກັບກໍາຂໍ້ມູນ, ຂຽນບົດ ແລະ ປ້ອງກັນບົດວິທະຍານິພົນ; ຜ່ານການປ້ອງກັນບົດວິທະຍານິພົນ 25 ຫົວຂໍ້ ຍາດໄດ້ຄະນແນນສູງສຸດ 9,09 ຄະແນນ ແລະ ຄະແນນຕໍ່າສຸດ 8,63 ຄະແນນ; ເຊິ່ງຈັດຢູ່ໃນລະດັບເກຼດ A ທັງໝົດ 25 ສະຫາຍ.

ລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XV ມີຈຳນວນ 66 ສະຫາຍ ຍິງ 2 ສະຫາຍ, ໃຊ້ເວລາຮຽນ 2 ປີ; ປີທີ 1 ໄດ້ຮຽນພາກຄວາມຮູ້ທົ່ວໄປ ມີ 2 ພາກຮຽນ, ມີ 32 ໜ່ວຍກິດ, ປີທີ 2 ລົງເລີກຮຽນວິຊາສະເພາະ ມີ 2 ພາກ, ມີ 34 ໜ່ວຍກິດ, ພາຍຫຼັງສໍາເລັດການຮຽນພາກທິດສະດີແລ້ວ ກໍໄດ້ລົງ ຝຶກງານຝຶກຫັດຕົວຈິງ ໃຊ້ເວລາ 4 ເດືອນ. ຈາກນັ້ນ, ຈຶ່ງໄດ້ກັບຄືນກະກຽມຂຽນບົດໂຄງການຈົບຊັ້ນ; ໃນນີ້, ໄດ້ປ້ອງກັນບົດໂຄງການຈົບ ຊັ້ນ 16 ສະຫາຍ ຜົນການປະເມີນປ້ອງກັນບົດ ຈັດເກຼດສູງສຸດໄດ້ A ແລະ ຈັດເກຼດຕໍ່າສຸດໄດ້ C+; ໄດ້ສອບເສງຈົບຊັ້ນ 50 ສະຫາຍ ຍິງ 2 ສະຫາຍ, ສອບເສັງ 3 ວິຊາ, ຜົນການສອບເສັງຈັດເກຼດສູງສຸດ ໄດ້ A ແລະ ຈັດເກຼດຕໍ່າສຸດໄດ້ C+.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງເລື່ອນຊັ້ນ, ປະດັບຊັ້ນໃຫ້ນັກສຶກສາທີ່ສໍາເລັດການສຶກສາທັງ 2 ຮຸ່ນ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນ ໂທ ຈໍານວນ 2 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ, ຮ້ອຍຕີ ຂຶ້ນຮ້ອຍໂທ 4 ສະຫາຍ ຍິງ 2 ສະຫາຍ, ປະດັບຊັ້ນຮ້ອຍໂທ 1 ສະຫາຍ; ພ້ອມນີ້, ໄດ້ມອບໃບ ຍ້ອງຍໍຂັ້ນກະຊວງ ປກສ ໃຫ້ 13 ສະຫາຍ, ຍ້ອງຍໍຂັ້ນກົມໃຫຍ່ການເມືອງ 22 ສະຫາຍ, ຍ້ອງຍໍຂັ້ນ ວຕປ 53 ສະຫາຍ. ພ້ອມທັງມອບໃບປະກາສະ ນີຍະບັດໃຫ້ນັກສຶກສາທີ່ສໍາເລັດການສຶກສາຄັ້ງນີ້.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກສຶກສາທັງ 2 ຮຸ່ນ ທີ່ສໍາເລັດການສຶກສາຄັ້ງນີ້, ພ້ອມທັງໄດ້ເນັ້ນໃຫ້ເພີ່ມທະວີຄວາມເປັນເຈົ້າການ, ສຸມທຸກສະຕິປັນຍາຢ່າງປະດິດສ້າງ, ນຳເອົາຄວາມຮູ້ທາງດ້ານທິດສະດີທີ່ຕົນໄດ້ຮຽນມາສົມທົບກັບພຶດຕິກໍາຕົວຈິງໃຫ້ສອດຄ່ອງກັບແຕ່ລະເງື່ອນໄຂ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າເສຍສະຫຼະ ເພື່ອປະເທດຊາດ, ເພື່ອປະຊາຊົນ, ເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ພະຍາຍາມຮຽນຮູ້ຈາກວຽກງານຕົວຈິງໃຫ້ຫຼາຍຂຶ້ນ, ຊອກຮູ້ຮ່ຳຮຽນນຳເອກະສານ, ຮຽນຮູ້ນຳຜູ້ບັງຄັບບັນຊາ, ຮຽນຮູ້ນຳໝູ່ເພື່ອນ ແລະ ປະຊາຊົນ ເພື່ອເຮັດໃຫ້ຕົນເອງກາຍເປັນນາຍຕຳຫຼວດທີ່ດີຂອງກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນຢ່າງແທ້ຈິງ.