ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະກາດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ໃນອາທິດຜ່ານມາ, ເປັນປະທານໂດຍ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫ້ອງອ້ອມຂ້າງ ກອງບັນຊາການ ປກສ ເມືອງ ແລະ ນາຍຕຳຫຼວດທີ່ພັກການຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ຄຳຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ພາຍໃນກໍາລັງ ປກສ ແຂວງສະຫວັນນະເຂດ ໂດຍສະເພາະແມ່ນສະຫາຍທີ່ຮອດອາຍຸກະສຽນຕາມຂໍ້ກຳນົດຂອງ ກະຊວງປ້ອງກັນຄວາມສະຫງົບ ວາງອອກ, ເຊິ່ງມີຈໍານວນທັງໝົດ 39 ສະຫາຍ ຍິງ 7 ສະຫາຍ. ໃນນີ້, ມີ ພັທ 20 ສະຫາຍ, ພັຕ 15 ສະຫາຍ ແລະ ຮອ 3 ສະຫາຍ.

ພົຈວ ສົມໝາຍ ພົມມະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ພະນັກງານບຳນານເປັນເຈົ້າການຊ່ວຍເຫຼືອປະກອບສ່ວນໃນການປຸກລະດົມພໍ່-ແມ່ປະຊາຊົນ ໃຫ້ມີສ່ວນຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ວຽກງານປ້ອງກັນຂີ້ລັກ, ງັດແງະ, ລັກຊັບພົນລະເມືອງ ແລະອື່ນໆ.

ພ້ອມທັງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນຕໍ່ໄປ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີເປັນເອກະພາບ ແລະ ຮັບປະກັນໃຫ້ທ້ອງຖິ່ນຂອງຕົນ ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!