ໃນປີ 2022, ທົ່ວແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ (ບໍ່ລວມອຸບັດຕິເຫດ ແລະ ອັກຄີໄພ); ໃນນີ້, ຄະດີຢາເສບຕິດເກີດຂຶ້ນ 370 ເລື່ອງ ແລະ ຄະດີອາຍາເກີດຂຶ້ນ 358 ເລື່ອງ.

ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ໃນວັນທີ 15 ທັນວາ ວ່າ: ໃນ 1 ປີ ຜ່ານມາ, ກຳລັງປ້ອງກັນຄວາມສະຫງົບ ພວກເຮົາໄດ້ປະເຊີນໜ້າກັບຫຼາຍເຫດການ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ສິດຕິດແທດຂອງອົງຄະນະພັກແຂວງ, ອົງຄະນະພັກກະ ຊວງປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ພ້ອມກັນສຸມໃສ່ໃນການນຳພາເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ໃນປີ 2022 ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 788 ເລື່ອງ; ໃນນີ້, ມ້າງຄະດີຢາເສບຕິດ ໄດ້ທັງໝົດ 370 ເລື່ອງ, ຜູ້ຖືກຫາ 604 ຍິງ 57 ຄົນ, ຂອງກາງຄະດີ ມີຢາບ້າ 5.181.991 ເມັດ, ຢາໄອສ໌ 75 ຖົງ, ຢາເຄ 2 ຖົງ, ຢາອີ 467 ເມັດ, ກັນຊາ 193 ກິໂລກຼາມ ກັບ 194 ແຫ່ງ, ໃບກະທ່ອມ 31 ຖົງ, ເງິນກີບ 395.697.000 ກີບ, ເງິນບາດ 933.600 ບາດ, ເງິນໂດລາ 865 ໂດລາ, ລົດໃຫຍ່ 51 ຄັນ, ລົດຈັກ 97 ຄັນ, ໂທລະ ສັບ 414 ໜ່ວຍ, ອາວຸດລ່າເນື້ອ 31 ກະບອກ, ປືນປະດິດ 3 ກະບອກ, ອາວຸດເສິກ 5 ກະບອກ ພ້ອມລູກກະສູນ 140 ລູກ ແລະ ວັດຖຸສໍາຄັນອື່ນໆອີກຫຼາຍລາຍການ.

ຄະດີອາຍາເກີດຂຶ້ນທັງໝົດ 358 ເລື່ອງ, ຜູ້ຖືກຫາ 402 ຄົນ ຍິງ 40 ຄົນ, ຜົນເສຍຫາຍລົດໃຫຍ່ 5 ຄັນ, ລົດຈັກ 123 ຄັນ, ເຮື້ອ 1 ລຳ, ເງິນກີບ 24.183.000. 000 ກີບ, ເງິນບາດ 3.992.000 ບາດ, ເງິນໂດລາ 70.000 ໂດລາ, ໂທລະສັບ 15 ໜ່ວຍ ແລະ ເຄື່ອງໃຊ້ອື່ນໆ ອີກ 40 ລາຍ ການ; ໃນນີ້, ສາມາດເກັບກູ້ໄດ້ຄືນ ລົດໃຫຍ່ 2 ຄັນ, ລົດຈັກ 31 ຄັນ, ເຮືອ 1 ລຳ, ເງິນກີບ 113.000.000 ກີບ, ເງິນບາດ 447.000 ບາດ, ເງິນໂດ ລາ 605 ໂດລາ ແລະ ເຄື່ອງຂອງ ອື່ນໆອີກ 14 ລາຍການ.

ຄະດີເສດຖະກິດມີ 49 ເລື່ອງ, ຜູ້ຖືກຫາ 12 ຄົນ ຍິງ 3 ຄົນ, ຜົນເສຍຫາຍ ມີເງິນກີບ 34.081.376.930 ກີບ, ເງິນບາດ 98.012.020 ບາດ, ເງິນໂດລາ 2.161.505 ໂດລາ, ລົດໃຫຍ່ 9 ຄັນ, ລົດຈັກ 8 ຄັນ, ໃບຕາດິນ 5 ໃບ; ສາມາດຢຶດ ຂອງກາງມີ: ເງິນກີບ 1.133.000 ກີບ, ຄອມ ພິວເຕີ້ 31 ຊຸດ, ໂທລະສັບ 14 ໜ່ວຍ ແລະ ເຈ້ຍລະຫັດຢູເຊີ້ 3.514 ໃບ; ພ້ອມນັ້ນ, ກໍໄດ້ສຶກສາອົບຮົມເປົ້າໝາຍຜູ້ຂາຍບັດເຊີ້ໄດ້ 142 ຄົນ ຍິງ 51 ຄົນ.

ຄະດີຄ້າມະນຸດເກີດຂຶ້ນທັງ ໝົດ 11 ເລື່ອງ, ຜູ້ຖືກຫາ 13 ຄົນ, ຜູ້ຖືກເຄາະຮ້າຍ 8 ຄົນ ຍິງ 7 ຄົນ; ນອກຈາກນັ້ນ, ກໍໄດ້ເຄື່ອນໄຫວຂຶ້ນສະຖິຕິພື້ນທີ່ຫຼ່ໍແຫຼມ, ພື້ນທີ່ມີຄວາມສ່ຽງຕໍ່ການຄ້າມະນຸດຢູ່ຕາມໂຮງແຮມ, ເຮືອນພັກ, ຮ້ານນວດ, ຮ້ານອາຫານບັນເທິງ, ຮ້ານກິນດື່ມໃນທົ່ວແຂວງ.