ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2022 ໄດ້ເປີດຂຶ້ນໃນວັນທີ 20 ທັນວາ 2022, ທີ່ໂຮງແຮມດອນຈັນພາເລດ ນວ ພາຍໃຕ້ການ ເປັນປະທານ ຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາອົງການໄອຍະການປະຊາຊົນພາກ, ເຂດ, ແຂວງ, ນະຄອນຫຼວງວຽງ ຈັນ, ພ້ອມດ້ວຍພະນັກງານອົງການໄອຍະການທະຫານທົ່ວປະເທດ ເຂົ້າຮ່ວມ.

ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະ ເທດ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ໃຫ້ຮູ້ວ່າ: ສໍາລັບວຽກງານກົງຈັກການຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານໄດ້ເອົາ ໃຈໃສ່ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາ ກອນແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍໄດ້ປັບປຸງ, ກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ເຂດ, ແຂວງ, ນະຄອນຫຼວງ. ໂດຍລວມແລ້ວ ຜ່ານມາກົງຈັກການຈັດຕັ້ງແຕ່ສູນກາງ ລົງຮອດທ້ອງຖິ່ນມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເຮັດລ້ອນໜ້າທີ່ໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍດີຂຶ້ນເທື່ອລະກ້າວ, ເຮັດໃຫ້ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ສາມາດເຂົ້າເຖິງບ່ອນຫ່າງໄກສອກຫຼີກຫຼາຍຂຶ້ນ. ໂດຍຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້. ພ້ອມນັ້ນ, ຜູ້ແທນກອງປະຊຸມຍັງ ໄດ້ພ້ອມກັນປະກອບ ຄໍາຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ.

ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ຄະນະນຳອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານແຕ່ລະຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ການກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ເປັນຕົ້ນອົງການໄອຍະການປະຊາຊົນເຂດປະຈຳເມືອງ, ຍົກລະດັບບຸກ ຄະລາກອນໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດດ້ານວິຊາສະເພາະ, ການປະຕິບັດສິດ ແລະ ພາລະບົດບາດໃນການຕິດຕາມກວດກາການປະຕິບັດກົດໝາຍ ເປັນຕົ້ນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າ ໜ້າທີ່ພາສີ, ປ່າໄມ້, ອົງການກວດກາລັດ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມທີ່ກົດໝາຍກໍານົດໄວ້ຢ່າງມີຜົນສັກສິດ, ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດຕົວຈິງ.