ຂຶ້ນໃນວັນທີ 21 ທັນວານີ້, ທີ່ຫໍປະຊຸມແຫ່ງຊາດ ( ຫຼັກ 6 ) ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍບໍລິສັດ-ຫ້າງຮ້ານ ແລະ ບັນດາແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ບັນດິດ ຈສ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 ຄັ້ງນີ້, ເປັນງານມະຫາກໍາດິຈິຕ໋ອນ ຄັ້ງທໍາອິດຂອງປະ ເທດເຮົາທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສົມທົບກັບບັນດາບໍລິສັດຜູ້ອຸປະຖໍາ ພ້ອມດ້ວຍບັນດາກະຊວງຂະແໜງການ ແລະ ວິສາຫະກິດຕ່າງໆຈັດຂຶ້ນ ແລະ ຈະໄດ້ດໍາເນີນແຕ່ວັນທີ 21-25 ທັນວາ 2022, ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄໍາຂວັນ: ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດິຈິຕ໋ອນ ໂດຍມີຈຸດປະສົງເພື່ອສົ່ງເສີມໃຫ້ພາກລັດ, ເອກະຊົນ, ບັນດາບໍລິສັດ ແລະ ນິຕິບຸກຄົນທີ່ປະກອບການດ້ານໄອຊີທີ, ໂທລະຄົມ ແລະ ເຕັກໂນໂລຊີດິຈິຕ໋ອນ ໄດ້ມີໂອກາດສະແດງຜະລິດຕະພັນ, ການບໍລິການ ແລະ ນະວັດຕະກໍາດ້ານດິຈິຕ໋ອນຂອງຕົນ. ພ້ອມກັນນັ້ນ, ກໍເພື່ອແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທັງເປັນເວທີໃຫ້ຄວາມຮູ້ແກ່ພະນັກງານ-ລັດຖະກອນ, ນັກທຸລະກິດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ໂດຍການຈັດກອງປະຊຸມສໍາມະນາ, ການຝຶກອົບຮົມຕ່າງໆ ແລະ ການແຂ່ງຂັນທາງດ້ານດິຈິຕ໋ອນ.

ພາຍໃນງານຈະປະກອບມີ 5 ກິດ ຈະກໍາໃຫຍ່ທີ່ຈະໄດ້ຈັດໄປພ້ອມໆກັນ ເຊັ່ນ: ການສະແດງສິນຄ້າ ແລະ ນະວັດຕະກໍາທາງດ້ານດິຈິຕ໋ອນການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Security Hacking; ການສໍາມະນາ ແລະ ຝຶກອົບຮົມ; ກອງປະຊຸມລະດັບສູງກ່ຽວກັບການຫັນເປັນດິຈິຕ໋ອນຂອງ ສປປ ລາວ ແລະ ກອງປະຊຸມປຶກສາຫາລືວຽກງານເຕັກໂນໂລຊີ ແລະ ການສື່ສານກັບບັນດາກະຊວງ; ຈັດການແຂ່ງຂັນກິລາສ້າງຂະບວນການຕ່າງໆ.

ທ່ານ ປອ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ປັດຈຸບັນ, ໂລກຂອງພວກເຮົາກໍາລັງກ້າວເຂົ້າສູ່ຍຸກແຫ່ງການປະຕິວັດອຸດສາຫະກໍາ ຄັ້ງທີ 4, ເຊິ່ງເປັນຍຸກແຫ່ງການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ບັນດາປະ ເທດຕ່າງໆ. ສະນັ້ນ, ພວກເຮົາຈຶ່ງມີຄວາມຈໍາເປັນຕ້ອງໄດ້ພັດ ທະນາ ແລະ ນໍາໃຊ້ເຕັກໂນໂລຊີທັນສະໄໝທີ່ເອີ້ນວ່າ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແນໃສ່ການບໍ ລິຫານ-ການຄຸ້ມຄອງ ແລະ ການບໍລິການລັດໃຫ້ມີຄວາມໂປ່ງໃສ, ສະດວກ, ວ່ອງໄວ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ, ໂດຍສະ ເພາະແມ່ນການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າມາແກ້ໄຂການເກັບລາຍຮັບຂອງລັດຖະບານ ເພື່ອປະຕິບັດວາລະແຫ່ງຊາດທີ່ລັດຖະບານໄດ້ຕັ້ງໜ້າດໍາເນີນຢູ່ໃນຂະນະນີ້ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.