ຄະນະຜູ້ແທນຈາກໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຄະນະຜູ້ແທນຈາກໂຮງໝໍ 19.8 ກະ ຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວິຊາສະເພາະຮ່ວມກັນ ໃນວັນທີ 21 ທັນວາ 2022, ຝ່າຍລາວນຳໂດຍ ພັອ ນາງ ພຸດມາລາ ພັນທະມິດ ຜູ້ອໍານວຍການໂຮງໝໍ 5 ເມສາ ແລະ ຝ່າຍຫວຽດນາມ ນຳໂດຍ ພັອ ຮວ່າງ ແທັງ ຕວຽນ ຜູ້ອໍານວຍການໂຮງໝໍ 19.8 ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນຂອງ ທັງ 2 ໂຮງໝໍ ກໍເພື່ອເປັນການປະສານສົມທົບຮ່ວມມືກັນລະຫວ່າງໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກແຜນການຮ່ວມມືທີ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ໄດ້ລົງນາມຮ່ວມກັນໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ. ພ້ອມທັງປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ກໍຄືການສະເຫຼີມ ສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃຫ້ ມີບັນຍາກາດຟົດຟື້ນ.

ຄະນະຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນສະແດງຄວາມຄິດເຫັນ ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາທີ່ກ່ຽວຂ້ອງກັບວຽກງານສາທາລະ ນະສຸກ ເພື່ອເປັນບົດຮຽນ ແລະ ນໍາໄປໝູນໃຊ້ເຂົ້າໃນການພັດທະນາວຽກງານຢູ່ໃນໂຮງໝໍ. ນອກຈາກນີ້, ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ມີຄວາມເຊື່ອໝັ້ນ ແລະ ຢັ້ງຢືນຢ່າງໜັກແໜ້ນວ່າ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງສອງໂຮງໝໍ ໃຫ້ນັບມື້ຮອບດ້ານຫຼາຍຂຶ້ນ ເປັນຕົ້ນແມ່ນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນໃນການຍົກລະດັບ, ການພັດທະນາຄວາມຮູ້-ຄວາມສາມາດທາງດ້ານວິທະຍາສາດການແພດໃຫ້ ກັບພະນັກງານແພດໝໍ, ການຊ່ວຍເຫຼືອດ້ານພາຫະນະ ແລະ ອຸປະກອນການແພດ.

ຫຼັງຈາກສໍາເລັດການພົບປະແລກປ່ຽນບົດຮຽນຮ່ວມກັບຄະນະຜູ້ແທນຈາກໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ລາວ; ຄະນະຜູ້ແທນຈາກໂຮງໝໍ 19.8 ກະຊວງປ້ອງກັນຄວາມສະຫງົບຫວຽດ ນາມ ນໍາໂດຍ ພັອ ຮວ່າງ ແທັງ ຕວຽນ ຜູ້ອໍານວຍການໂຮງໝໍ 19.8 ກໍໄດ້ເຂົ້າພົບປະຢ້ຽມຢາມ ຄະນະພັກ-ຄະນະນໍາກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບລາວ ໂດຍມີ ພົຈວ ທອງ ສຸກ ຍ່າເອີລາວລີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.