ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນວັນທີ 19 ທັນວາ 2022, ເປັນປະທານ ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກແຂວງ, ເຈົ້າເມືອງ, ພະນັກງານອາວຸໂສບໍານານ ແລະ ນາຍທະຫານ-ຕໍາຫຼວດ ເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ກ່າວວ່າ: ໄລຍະຜ່ານມາ, ແຂວງໄຊຍະບູລີ ໄດ້ ເອົາໃຈພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ແລະ ວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍ ແນໃສ່ເຮັດໃຫ້ລະບົບການເມືອງຢູ່ຮາກຖານມີຄວາມເຂັ້ມແຂງ ໜັກແໜ້ນ, ເປັນເຈົ້າການນໍາພາປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຢູ່ຮາກຖານ ເປັນຕົ້ນແມ່ນການແກ້ໄຂຄວາມທຸກຍາກ, ຄວາມຫຼ້າ ຫຼັງ, ຄວາມບໍ່ສະເໝີພາບ, ຄວາມບໍ່ຍຸຕິທໍາ ແລະ ສະພາບຫຍໍ້ທໍ້ຕ່າງໆໃນສັງຄົມ, ເຊິ່ງເປັນປັດໄຈພື້ນຖານເພື່ອຮັບປະກັນການມີສະຖຽນນະພາບທາງດ້ານການເມືອງ, ແນໃສ່ເຮັດໃຫ້ຫົວໜ່ວຍພັກຮາກຖານມີຄວາມເຂັ້ມແຂງ ໜັກແໜ້ນ, ສາມາດປົກປັກຮັກສາ ແລະ ສ້າງສາພັດທະນາ, ສ້າງເສດຖະ ກິດ ເພື່ອແກ້ໄຂຄວາມທຸກຍາກ, ສາມາດກຸ້ມຕົນເອງ, ເພິ່ງຕົນເອງເທື່ອລະກ້າວ.

ຜ່ານການຈັດຕັ້ງປະຕິບັດຕົວຈິງໄລຍະ 5 ປີຜ່ານມາ, ບັນດາການຈັດຕັ້ງໃນລະບົບການເມືອງຂັ້ນຮາກຖານ ໂດຍສະເພາະຮາກຖານພັກ ມີຄວາມເຕີບໃຫຍ່ດ້ານປະລິມານ ແລະ ຄຸນນະພາບ ສາມາດເຄື່ອນໄຫວປະຕິ ບັດພາລະບົດບາດຂອງຕົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນໄດ້ຮັບການສຶກສາອົບຮົມກ່ຽວກັບແນວທາງ, ນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງກວ້າງຂວາງ; ເສດຖະກິດ-ສັງຄົມຢູ່ຮາກຖານຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັນສໍາຄັນແມ່ນພື້ນຖານໂຄງລ່າງໄດ້ຮັບການ ພັດທະນາ, ການສ້າງບ້ານໃຫຍ່ໃຫ້ມີສີສັນ ຂອງຕົວເມືອງນ້ອຍຢູ່ຊົນນະບົດ ມີບາດກ້າວຂະຫຍາຍຕົວ, ປະຊາຊົນບັນດາເຜົ່າສ່ວນຫຼາຍ ໄດ້ຮັບການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ແລະ ມີລາຍຮັບເພີ່ມຂຶ້ນ, ອັດຕາສ່ວນຄອບຄົວ ແລະ ບ້ານພົ້ນທຸກເພີ່ມຂຶ້ນເທື່ອລະກ້າວ.

ປັດຈຸບັນ, ມີຄອບຄົວບັນລຸມາດຕະຖານພົ້ນທຸກແລ້ວ 72.727 ຄອບຄົວກວມ 92,18%, ບໍ່ບັນລຸ 6.164 ຄອບ ຄົວ, ບັນລຸມາດຖານຄອບຄົວພັດທະນາ 62.195 ຄອບຄົວ ກວມ 78,83%, ບໍ່ບັນລຸ 16.696 ຄອບຄົວ, ບ້ານພົ້ນທຸກແລ້ວ 359 ບ້ານ, ກວມ 83,48%, ບໍ່ທັນບັນລຸ 71 ບ້ານ, ບ້ານບັນລຸມາດຕະຖານພັດທະນາມີ 53 ບ້ານ ກວມ 12,32%, ບໍ່ບັນລຸ 378 ບ້ານ, ສ້າງບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດບັນລຸມາດ ຕະຖານແລ້ວ 8 ບ້ານ; ເມືອງ ບັນລຸມາດຕະຖານພົ້ນທຸກ 7 ເມືອງ, ບໍ່ບັນລຸ 4 ເມືອງ.