ອົງຄະນະພັກເມືອງຄອບແຂວງໄຊຍະບູລີ ໄດ້ປິດກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກເມືອງ ສະໄໝທີ V ໃນອາທິດຜ່ານມາ, ເປັນ ປະ ທານໂດຍສະຫາຍ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄອບ, ເຂົ້າຮ່ວມມີ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກ ແຂວງ, ມີຄະນະປະຈຳປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາສຳນັກງານອົງການ, ພະນັກງານອາວຸ ໂສບໍາ ນານ, ພາສີ-ຕມ ປະຈຳດ່ານສາກົນປາງມອນ ເຂົ້າຮ່ວມ.

ສະຫາຍ ແພງຊ້ອຍ ແພງເມືອງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານທີ່ຜົນເດັ່ນໃນແຕ່ລະດ້ານທີ່ຍາດມາ ໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໃນການຈັດຕັ້ງນຳພາປະຕິບັດແນວທາງນະໂຍບາຍຂອງພັກ, ໂຄງການດຳເນີນງານແຕ່ລະໄລຍະຂອງຄະນະບໍລິຫານງານພັກເມືອງ, ການພັດທະນາເສດຖະກິດ-ສັງຄົມຕະຫຼອດໄລຍະຜ່ານມາ ແລະ ພ້ອມກັນວາງທິດທາງແຜນການ ເພື່ອປະຕິບັດບັນດາຄາດໝາຍຍຸດທະສາດທີ່ກຳນົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ແຕ່ນີ້ ຮອດປີ 2024. ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມຍັງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງກາງສະໄໝ ແລະ ທິດທາງແຜນການ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງສະໄໝທີ V ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດ ທາງແຜນການ, ການປະກອບຄຳເຫັນຂອງບັນດາຕົວແບບຕ່າງໆ ໂດຍສະເພາະແມ່ນການປູກຝັງ-ການລ້ຽງ. ຕະຫຼອດໄລຍະທີ່ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງພາຍໃນເມືອງແມ່ນມີຄວາມສະຫງົບ ໂດຍພື້ນຖານເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບສະເລ່ຍ 6,8% ຕໍ່ປີ, ລວມຍອດລາຍຮັບຜະລິດຕະພັນປີ 2022 ໄດ້ 433 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 19.99 ລ້ານກີບ ທຽບໃສ່ມະຕິ 5 ປະຕິບັດໄດ້ 95,77% ທຽບໃສ່ອັດຕາການ ແລກໃນປັດຈຸບັນແມ່ນ 1.175 ໂດລາສະຫະລັດ, ທຽບໃສ່ມະຕິ 5 ປະຕິບັດ ໄດ້ 45,19%. ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 5,87 ຕື້ກີບ ເທົ່າກັບ 53,51% ອັນພົ້ນເດັ່ນກວ່າໝູ່ ແມ່ນການປູກຢາງພາລາ, ການລ້ຽງສັດ ແລະ ການຂຸດຄົ້ນ-ປຸງແຕ່ງຫີນປູນສາ ມາດຕອບສະໜອງການນໍາໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ.

ນອກຈາກນີ້, ອົງຄະນະພັກເມືອງ ຍັງໄດ້ຍາດແຍ່ງການລົງທຶນ, ການຊ່ວຍເຫຼືອດ້ານຕ່າງໆທັງພາກລັດ ແລະ ເອກະຊົນເຂົ້າໃນການພັດທະນາພື້ນຖານ ໂຄງລ່າງທາງດ້ານເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ເຊັ່ນ: ການສ້ອມແປງທາງສຸກເສີນທີ່ມີຄວາມຫຍຸ້ງຍາກໃຫ້ສາມາດທຽວໄດ້ 2 ລະດູວຽກງານການສຶກສາ ແລະ ສາທາລະນະສຸກ ກໍໄດ້ຮັບການພັດທະນາດີຂຶ້ນໃນແຕ່ລະໄລຍະ. ພ້ອມດຽວກັນີ້, ບັນດາຜູ້ແທນກອງປະຊຸມຍັງໄດ້ປະຊາມະຕິຮັບຮອງເອົາບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມກາງສະໄໝ ແລະ ທິດທາງແຜນການທ້າຍສະ ໄໝນຳອີກ.