ຮາກຖານພັກຫ້ອງການກອງບັນຊາການ ປກສ ແຂວງບໍລິຄໍາໄຊ ປິດກອງປະຊຸມວຽກງານກວດກາໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃນວັນທີ 19 ທັນວາ 2022, ເປັນປະທານຂອງ ສະຫາຍ ພັທ ຄໍາໝັ້ນ ໄຂທະວີສຸກ ຄະນະພັກກອງບັນຊາການ ເລຂາພັກຮາກຖານ ຫົວໜ້າຫ້ອງການ, ເຂົ້າຮ່ວມມີ ສະຫາຍ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກ ສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ຄໍາໝັ້ນ ໄຂທະວີສຸກ ໄດ້ກ່າວວ່າ: ບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ໄດ້ສະຫຼຸບຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກ 5 ເນື້ອໃນ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ຜ່ານການກວດກາຕີລາຄາປະເມີນຜົນດ້ານ ການເມືອງຕີລາຄາໄດ້ 1,8 ຄະແນນ, ດ້ານແນວຄິດຕີລາຄາໄດ້ 1,5 ຄະແນນ, ດ້ານການຈັດຕັ້ງຕີລາຄາໄດ້ 1,3 ຄະແນນ, ດ້ານແບບແຜນວິທີນໍາພາຕີລາ ຄາໄດ້ 1,8 ຄະແນນ, ດ້ານການນໍາພາ ປະຕິບັດໜ້າທີ່ການເມືອງຕີລາຄາໄດ້ 2,9 ຄະແນນ, ລວມຄະເເນນຕາມ 5 ເນື້ອ ໃນໄດ້ 9,3 ຄະແນນສາມາດຈັດປະເພດ ເປັນໜ່ວຍພັກແຂງ. ນອກນັ້ນ, ຍັງໄດ້ຈັດແບ່ງປະເພດສະມະຊິກພັກຕາມ 5 ເນື້ອໃນ ມີສະມາຊິກພັກແຂງຈໍານວນ 48 ສະຫາຍ ຍິງ 9 ສະຫາຍ ສະເລ່ຍໄດ້ 100% ຂອງສະມາຊິກພັກທັງໝົດ.

ສໍາລັບທິດທາງແຜນການຄາດໝາຍສູ້ຊົນໃນປີ 2023, ຄະນະພັກຮາກຖານ ຫ້ອງການກອງບັນຊາການຈະໄດ້ນໍາພາ ສະມາຊິກພັກເສີມຂະຫຍາຍບັນດາຜົນສໍາເລັດ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ຮັບປະກັນໃຫ້ແກ່ການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ເພື່ອສ້າງ ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ຕາມ 5 ເນື້ອໃນ. ໃນນີ້, ໜ່ວຍພັກພະແນກຫ້ອງການບໍລິຫານຈະສູ້ຊົນໃຫ້ໄດ້ 9,4 ຄະແນນ, ໜ່ວຍພັກພະແນກຄົ້ນຄວ້າ-ສັງລວມ ຈະສູ້ຊົນໃຫ້ໄດ້ 9,3 ຄະແນນ, ໜ່ວຍພັກພະແນກຄົ້ນຄວ້າປະຫວັດສາດຈະສູ້ຊົນໃຫ້ໄດ້ 9,3 ຄະແນນ, ໜ່ວຍພັກພະແນກກົດລັບຈະສູ້ຊົນໃຫ້ໄດ້ 9,7 ຄະແນນ ແລະ ໜ່ວຍພັກພະແນກສື່ສານຈະສູ້ຊົນໃຫ້ໄດ້ 9,5 ຄແນນ ຈະສູ້ຊົນໃຫ້ໄດ້ສະມາຊິກພັກແຂງ ກວມເອົາ 100% ຂອງສະມາຊິກພັກທັງໝົດ.