ໃນຕອນບ່າຍຂອງວັນທີ 23 ທັນວາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມສຳມະນາພະນັກງານການນຳລະດັບສູງ ກ່ຽວກັບ ການຫັນເປັນດິຈິຕ໋ອນຂອງ ສປປ ລາວ ໃນໂອກາດທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດງານສັບປະດາດິຈິຕ໋ອນແຫ່ງຊາດ ຂຶ້ນເປັນຄັ້ງທຳອິດ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີ, ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ມີບັນດາບັນດາຄະນະກົມ, ທຽບເທົ່າຂອງບັນດາກະຊວງ ແລະ ອົງການທຽບເທົ່າ ເຂົ້າຮ່ວມ.

ເຊິ່ງໃນໂອກາດທີ່ໂອ້ລົມຕໍ່ກອງປະຊຸມສຳມະນາໃນຄັ້ງນີ້, ທ່ານປະທານປະເທດ ໄດ້ມີບາງທິດຊີ້ນຳກ່ຽວກັບ ການຫັນເປັນດິຈິຕ໋ອນຂອງປະເທດເຮົາ ໂດຍໃຫ້ເອົາໃຈໃສ່ໃນການຫັນເປັນດິຈິຕ໋ອນ ຈະຕ້ອງດຳເນີນໄປ 3 ດ້ານພ້ອມກັນ ເຊິ່ງຈະກາຍເປັນ 3 ເສົາຄ້ຳໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຄື: ຫັນການບໍລິຫານລັດແບບດິຈິຕ໋ອນ, ສ້າງເສດຖະກິດດິຈິຕ໋ອນ ແລະ ພັດທະນາສັງຄົມດິຈິຕ໋ອນ.

ການສ້າງລັດຖະບານດິຈິຕ໋ອນ ຈະເສີມຂະຫຍາຍຄວາມອາດສາມາດໃນການປົກຄອງຂອງລັດໃຫ້ເຂັ້ມແຂງ, ຍົກສູງປະສິດທິພາບຂອງການຄຸ້ມຄອງບໍລິຫານ ແລະ ບໍລິການປະຊາຊົນໃຫ້ດີຂຶ້ນ, ການຫັນເປັນດິຈິຕ໋ອນຂອງບັນດາອົງການຈັດຕັ້ງລັດ ຈະຕ້ອງເປັນໄປຕາມທິດການຫັນເປັນທັນສະໄໝ, ປະຢັດ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ.

ການສ້າງເສດຖະກິດດິຈິຕ໋ອນ ຈະສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການຕ່າງໆ ເພື່ອສ້າງໂອກາດທາງທຸລະກິດ, ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນມີວຽກເຮັດງານທຳ ແລະ ມີລາຍຮັບເພີ່ມຂຶ້ນ; ໃນນັ້ນ, ຄວາມເຂັ້ມແຂງຂອງອຸດສາຫະກຳເຕັກໂນໂລຊີດິຈິຕ໋ອນພາຍໃນປະເທດ, ຄວາມຫຼາກຫຼາຍຂອງທຸລະກິດລິເລີ່ມ (ສະຕາດອັບ), ຄວາມກ້າວໜ້າໃນການນຳໃຊ້ເຕັກໂນໂລຊີຂອງຜູ້ປະກອບການຂະໜາດກາງ ແລະ ນ້ອຍ, ການຂະຫຍາຍຕົວຂອງການຄ້າເອເລັກໂຕຣນິກ ແລະ ການຊຳລະສະສາງແບບເອເລັກໂຕຣນິກ ຈະເປັນອົງປະກອບສຳຄັນ ແລະ ເປັນປັດໄຈພື້ນຖານໃນການພັດທະນາເສດຖະກິດດິຈິຕ໋ອນ.

ທ່ານ ປະທານປະເທດ ເນັ້ນຕື່ມວ່າ: ການຫັນເປັນດິຈິຕອນຂອງປະເທດເຮົາ ຈະຕ້ອງໄດ້ເອົາໃຈໃສ່ທິດທາງວຽກງານຕົ້ນຕໍຈຳນວນໜຶ່ງ ໂດຍສະເພາະແມ່ນບຸກທະລຸທາງດ້ານຈິນຕະນາການ ເພື່ອສ້າງຄວາມສຳນຶກທີ່ເປັນເອກະພາບ, ເສີມຂະຫຍາຍບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ, ສົ່ງເສີມການມີສ່ວນຮ່ວມທຸກອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມ, ປູກຈິດສຳນຶກໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ ເຫັນໄດ້ຄວາມສຳຄັນອັນຮີບດ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການຫັນເປັນດິຈິຕ໋ອນ ໂດຍຖືວຽກງານດັ່ງກ່າວເປັນວຽກງານຈຸດສຸມເຊື່ອມໂຍງກັບບັນດາເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັບປະກັນຄວາມປອດໄພຂອງທຸກຂະແໜງການ.

ຄຽງຄູ່ກັບການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ ເພື່ອຮອງຮັບການຫັນເປັນດິຈິຕ໋ອນຂອງປະເທດເຮົາ ໂດຍເລັ່ງໃສ່ຍົກລະດັບ ແລະ ປັບປຸງເນື້ອໃນການສຶກສາ ແລະ ການຝຶກອົບຮົມ ເພື່ອໃຫ້ນັກຮຽນ, ນັກສຶກສາເຂົ້າເຖິງແຫຼ່ງຄວາມຮູ້ທາງດ້ານດິຈິຕ໋ອນ, ມີຫົວຄິດປະດິດສ້າງ ແລະ ມີ ການພັດທະນາໃຫ້ທັນກັບຄວາມກ້າວໜ້າຂອງເຕັກໂນໂລຊີທີ່ປ່ຽນແປງຢູ່ສະເໝີ.

ສົ່ງເສີມການຮຽນຮູ້ທັກສະທາງດ້ານເຕັກໂນໂລຊີດິຈິຕ໋ອນຂັ້ນພື້ນຖານ ແລະ ພາສາຕ່າງປະເທດ ເຂົ້າໃນຫຼັກສູດການສຶກສາລະດັບສາມັນທົ່ວໄປ; ປັບ ປຸງວິທີການຮຽນການສອນໃຫ້ທັນສະໄໝ ບົນພື້ນຖານການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ, ຖືເອົາຄວາມຕ້ອງການທາງດ້ານຕະຫຼາດແຮງງານ ແລະ ການປະເມີນຂອງວິສາຫະກິດ ເປັນຕົວຊີ້ວັດໃນການປັບປຸງຄຸນນະພາບຂອງການຮຽນການສອນຢູ່ໃນມະຫາວິທະຍາໄລ; ສົ່ງເສີມໃຫ້ນັກຮຽນນັກສຶກສາສ້າງທັກສະທາງດ້ານດິຈິຕ໋ອນ ແລະ ແຂ່ງຂັນຄວາມຮູ້ກ່ຽວກັບເຕັກໂນໂລຊີດິຈິຕ໋ອນ ເພື່ອຍົກລະດັບທັກສະ ແລະ ຄວາມຊຳນານໃຫ້ທັນກັບສະພາບຂອງການຫັນເປັນດິຈິຕ໋ອນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!