ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດຜົນຂອງການຄົ້ນຄວ້າວິທະຍາສາດ ຫົວຂໍ້: ” ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ຢູ່ປະເທດເຮົາ ” ຂຶ້ນໃນວັນທີ 22 ທັນວາ 2022 ຢູ່ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6).

ເປັນປະທານໂດຍ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີທີ່ປຶກສາ, ຮອງຫົວໜ້າ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີຜູ້ປະຈຳການ, ບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຜູ້ສັງເກດຕີລາຄາ, ຄະນະກຳມະການ ແລະ ບັນດາທ່ານຜູ້ຕາງໜ້າ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂອງກະຊວງ, ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມ ລວມທັງໝົດ 300 ຄົນ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນລາຍງານສະພາບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ຢູ່ປະເທດເຮົາ ລວມມີ 8 ເຫຼັ້ມ ຄື:

  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ພັກປະຊາຊົນ ປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ວຽກງານພະນັກງານ ໃນພາລະກິດປ່ຽນແປງໃໝ່
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ ໃນຂົງເຂດອຳນາດແຫ່ງລັດ
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງໃໝ່
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ
  • ແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ

ເຊິ່ງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວໃນການຄົ້ນຄວ້າຂອງແຕ່ລະຂົງເຂດ ນັບແຕ່ເລີ່ມຕົ້ນຈົນສຳເລັດ.

+ ໃນພິທີປະກາດຜະລິດຕະພັນດັ່ງກ່າວ, ທ່ານ ປອ ບຸນທອງ ຈິດມະນີ ໄດ້ກ່າວບາງຕອນທີ່ສຳຄັນ ວ່າ:

ການເປີດຜະລິດຕະພັນປຶ້ມແນວຄິດ ໄກສອນ ພົມວິຫານ ຈຳນວນ 8 ເຫຼັ້ມ ໃນມື້ນີ້ ເປັນຂີດໝາຍສຳຄັນຂອງວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ, ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ, ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ໃຫ້ນັບມື້ ນັບສົມບູນ, ທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ, ສະມາຊິກພັກ ແລະ ກຳລັງປະກອບອາວຸດ ມີໂອກາດໄດ້ຄົ້ນຄວ້າ, ໝູນໃຊ້ຢ່າງປະດິດຄິດສ້າງແນວຄິດ ໄກສອນ ພົມວິຫານ ເຂົ້າໃນຊີວິດຕົວຈິງ, ທັງເປັນການສຶກສາອົບຮົມ ແລະ ຝຶກຝົນຫຼ່ໍຫຼອມໃຫ້ແກ່ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ ຢ່າງຕັ້ງໜ້າ.

ດ້ວຍເຫດຜົນທັງໝົດທີ່ໄດ້ກ່າວມາຂ້າງເທິງນັ້ນ, ທ່ານໄດ້ຕີລາຄາສູງ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ຢູ່ປະເທດເຮົາໃນເທື່ອນີ້ ແມ່ນພິທີທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ, ພຶດຕິກໍາ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ເພື່ອຈະນຳເອົາຜະລິດຕະພັນດັ່ງກ່າວ ໄປເຜີຍແຜ່ ແລະ ຜັນຂະຫຍາຍຢູ່ບັນດາກະຊວງ, ອົງການ ນັບທັງສູນກາງ ແລະ ທ້ອງຖິ່ນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!