ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຫົວໜ້າຄະນະຮັບຜິດຊອບກິລາ ປກສ ໄດ້ຕ້ອນຮັບທັບນັກກິລາກຳລັງ ປກສ ທີ່ເດີນທາງກັບຈາກການໄປຮ່ວມແຂ່ງຂັນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວງ ໃນລະຫວ່າງວັນທີ 23 ພະຈິກ ຫາ 22 ທັນວາ 2022, ຜ່ານການເຂົ້າຮ່ວມແຂ່ງຂັນ ສາມາດຍາດໄດ້ 69 ຫຼຽນ ໃນນີ້ໄດ້ 23 ຫຼຽນຄຳ, 17 ຫຼຽນເງິນ ແລະ 29 ຫຼຽນທອງ ເຊິ່ງເກີນຄາດໝາຍທີ່ ກະຊວງ ປກສ ກຳນົດໄວ້.

ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຫົວໜ້າຄະນະຮັບຜິດຊອບກິລາ ປກສ

ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ ຄະນະຮັບຜິດຊອບກິລາ ປກສ ກ່າວວ່າ:

ຜ່ານການເຂົ້າຮ່ວມການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ, ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມ 11 ປະເພດກິລາ, ມີນັກກິລາເຂົ້າຮ່ວມ 65 ສະຫາຍ, ຄູຝຶກ 15 ສະຫາຍ ແລະ ອານຸກຳມະການຮັບໃຊ້ຕ່າງໆ ລວມທັງໝົດຈຳນວນ 119 ກວ່າສະຫາຍ.

+ ຜ່ານການແຂ່ງຂັນກິລາ 11 ປະເພດກິລາ ມີຄື:

  • ກິລາຍິງປືນ ມີ 18 ນັກກິລາ ໄດ້ຮັບ 11 ຫຼຽນຄຳ, 11 ຫຼຽນເງິນ, 14 ຫຼຽນທອງ ລວມ 36 ຫຼຽນ
  • ກິລາແລ່ນ-ລານ ມີ 9 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນເງິນ, 1 ຫຼຽນທອງ ລວມ 4 ຫຼຽນ
  • ກິລາມວຍປໍ້າ ມີ 2 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ
  • ກິລາຍິງທະນູ ມີ 3 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ
  • ກິລາເທຄວັນໂດ ມີ 2 ນັກກິລາ ໄດ້ຮັບ 2 ຫຼຽນທອງ ລວມ 2 ຫຼຽນ
  • ກິລາປັນຈັກສິລັດ ມີ 4 ນັກກິລາ ໄດ້ຮັບ 2 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 6 ຫຼຽນ
  • ກິລາເປຕັງ ມີ 8 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 5 ຫຼຽນ
  • ກິລາກະຕໍ້ ມີ 9 ນັກກິລາ ໄດ້ຮັບ 3 ຫຼຽນຄຳ ລວມ 3 ຫຼຽນ
  • ກິລາມວຍລາວ ມີ 3 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ
  • ກິລາມວຍສາກົນ ມີ 2 ນັກກິລາ ໄດ້ຮັບ 1 ຫຼຽນຄໍາ, 1 ຫຼຽນທອງ ລວມ 2 ຫຼຽນ
  • ກິລາກ໊ອບ ມີ 5 ນັກກິລາ ໄດ້ຮັບ 1 ຫຼຽນຄໍາ, 1 ຫຼຽນ ທອງ ລວມ 2 ຫຼຽນ

ໃນໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທັບນັກກິລາ ປກສ ທີ່ແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວງ, ຜ່ານການຕິດຕາມຜົນງານ ແລະ ຮັບຟັງການລາຍງານຈາກບັນດາສະຫາຍຄະນະຮັບຜິດຊອບນັກກິລາ ປກສ, ອະນຸກຳມະການ, ຄູຝຶກ ແລະ ນັກກິລາແຕ່ລະສະຫາຍ ມີຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງ ໃນການນຳພາ-ຊີ້ນຳບໍລິຫານຮັບໃຊ້, ຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນກິລາແຕ່ລະປະເພດ, ສາມາດປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງກຳລັງ ແລະ ລະບຽບກະຕິກາເວລາຂອງ ຄະນະກຳມະການຈັດການແຂ່ງຂັນໃນຄັ້ງນີ້ ວາງອອກ ໄດ້ຢ່າງເຂັ້ມງວດ ແລະ ພ້ອມກັນທຸ່ມເທທາງດ້ານສະຕິປັນຍາ ແລະ ກຳລັງແຮງກາຍຢ່າງອົດທົນສູ້ຈົນໝົດຄວາມສາມາດໃນການຝຶກຊ້ອມ ແລະ ແຂ່ງຂັນ ນັບທັງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ.

ຕະຫຼອດໄລຍະ 4 ເດືອນຜ່ານມາ, ນັກກິລາ ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 65 ສະຫາຍ ສາມາດຍາດໄດ້ 69 ຫຼຽນ ຄື: 23 ຫຼຽນຄຳ, 17 ຫຼຽນເງິນ, 29 ຫຼຽນທອງ, ກະຊວງເຮົາຈັດຢູ່ໃນອັນດັບທີ 6 ຂອງບັນດາ 22 ພາກສ່ວນ ທີ່ເຂົ້າຮ່ວມການແຂ່ງຂັນຊິງໄຊໃນຊຽງຂວາງເກມ ຄັ້ງທີ XI  ນີ້, ເຊິ່ງໄດ້ນໍາເອົາຜົນງານອັນຍິ່ງໃຫຍ່, ກຽດສັກສີ ແລະ ຊື່ສຽງມາສູ່ ກະຊວງ ປກສ ພວກເຮົາ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!