ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ສປປ ລາວ ແລະ ກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ໄດ້ຮ່ວມກັນຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການເຄື່ອນໄຫວຈັດຕັ້ງປະຕິບັດຂອງ ຄະນະສະເພາະກິດແກ້ໄຂຄະດີຮ່ວມ 2 ຝ່າຍ ສປປ ລາວ-ສປ ຈີນ ໃນວັນທີ 19 ທັນວາ 2022, ຝ່າຍ ສປປ ລາວ ເຂົ້າຮ່ວມມີ ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຝ່າຍ ສປ ຈີນ ເຂົ້າຮ່ວມມີ ພົຈວ ເຊີງຄາຍຊຽງ ຮອງຫົວໜ້າກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ມີຕາງໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາວ, ຄະນະກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ, ແຂກຮັບເຊີນ, ຄະນະສະເພາະກິດແກ້ໄຂຄະດີຮ່ວມ 2 ຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ພັທ ຄຳພູວຽງ ອິນທະວົງ ຮອງຫົວໜ້າຫ້ອງການ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ສປປ ລາວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຂອງ ຄະນະສະເພາະກິດແກ້ໄຂຄະດີຮ່ວມ 2 ຝ່າຍ ລາວ-ຈີນ ໃນໄລຍະຜ່ານ ລວມມີທັງດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງ ເປັນຕົ້ນແມ່ນ ການເຄື່ອນໄຫວສຶກສາອົບຮົມພົນລະເມືອງຂອງຕົນ ໃຫ້ເຄົາລົບນັບຖື ແລະ ປະຕິບັດຂໍ້ກຳນົດກົດລະບຽບການເຂົ້າ-ອອກຊາຍແດນ, ການເຄື່ອນໄຫວລາດຕະເວນຮ່ວມກັນ, ການຮ່ວມມືປາບປາມການສະກັດກັ້ນ ແລະ ຕ້ານການກໍ່ອາຊະຍາກຳຂ້າມຊາດ, ການຂົນສົ່ງຢາເສບຕິດຢູ່ລຽບຕາມຊາຍແດນ ແລະ ການແລກປ່ຽນຂໍ້ມູນຂ່າວສານການເຄື່ອນໄຫວຂອງກຸ່ມຄົນບໍ່ດີອີກຈຳນວນໜຶ່ງ ເຫັນວ່າມີຜົນໄດ້ຮັບສູງ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ພັດປ່ຽນກັນມີຄຳເຫັນແລກປ່ຽນ ທົບທວນຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຮ່ວມ ແລະ ພ້ອມກັນສືບຕໍ່ແກ້ໄຂບາງບັນຫາທີ່ເຫັນວ່າຍັງເປັນຈຸດອ່ອນຂໍ້ຄົງຄ້າງ ເພື່ອແນໃສ່ຮັກສາຄວາມສະຫງົບສຸກຂອງຊາດ ໃຫ້ເປັນປະເທດສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ.

ໂອກາດດັ່ງກ່າວ, ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ ຄະນະສະເພາະກິດແກ້ໄຂການຮ່ວມມືທັງ 2 ຝ່າຍ ທີ່ໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ມີຜົນສຳເລັດຫຼາຍດ້ານ ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກໃຫ້ທັງສອງຝ່າຍ ພ້ອມກັນສືບຕໍ່ຍົກສູງການເຮັດວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍໃຫ້ປະຊາຊົນທີ່ຢູ່ລຽບຕາມຊາຍແດນ ລາວ-ຈີນ ເປັນປົກກະຕິ, ຕໍ່ເນື່ອງ, ເພີ່ມທະວີເກັບກຳສະພາບພື້ນທີ່ຢູ່ຈຸດສ່ຽງ, ກຳແໜ້ນພື້ນທີ່ ແລະ ມີການປະສານງານແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ເພື່ອປ້ອງກັນສະກັດກັ້ນການກໍ່ອາຊະຍາກຳຕ່າງໆໃຫ້ທັນເວລາ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!