ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄທທານີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ວ່າ: ໃນປີ 2022, ທົ່ວເມືອງໄຊທານີ ມີຄະດີເກີດຂຶ້ນ 523 ເລື່ອງ, ງັດແງະ, ລັກຊັບພົນ ລະເມືອງ 405 ເລື່ອງ; ໃນນີ້ ມີ ຊີງຊັບພົນລະເມືອງ 9 ເລື່ອງ, ປຸ້ນ ຊັບພົນລະເມືອງ 1 ເລື່ອງ, ທຳ ຮ້າຍຮ່າງກາຍ 6 ເລື່ອງ, ຍັກຍອກຊັບ 1 ເລື່ອງ, ສໍ້ໂກງຊັບພົນລະເມືອງ 70 ເລື່ອງ, ຄົນຫາຍ 1 ເລື່ອງ, ແຮັກເຟດບຸກ 17 ເລື່ອງ, ທຳລາຍ ຊັບ 2 ເລື່ອງ, ຂົ່ມຂູ່ທຳຮ້າຍຮ່າງກາຍ 3 ເລື່ອງ, ໃສ່ຮ້າຍປ້າຍສີ 1 ເລື່ອງ, ໂທລະສັບເສຍ 6 ເລື່ອງ, ກະເປົ່າ ເຮ່ຍ 1 ເລື່ອງ. ຜົນເສຍຫາຍທີ່ມີ ລົດຈັກເສຍ 394 ຄັນ, ເງິນກີບ 1.261.648.000 ກີບ, ເງິນບາດ 659.950 ບາດ, ເງິນໂດລາ 1.817 ໂດລາ, ເງິນໝັນ 10 ໝັນ, ໂທລະ ສັບ 20 ໜ່ວຍ, ໂນ໊ດບຸກ 7 ໜ່ວຍ, ຄວາຍ 4 ໂຕ, ງົວ 2 ໂຕ, ສາຍແອວ ເງິນ 1 ເສັ້ນ, ເສົາເຫຼັກ 2 ເສົາ, ໝໍ້ ໄຟລົດ 4 ໜ່ວຍ, ໃບແທກຕີນລົດ ດຸດ 44 ແຜ່ນ, ມູນຄ່າ 100.000 ບາດ.

ຕໍ່ກັບບັນດາຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ແກ້ໄຂໄດ້ 301 ເລື່ອງ; ໃນນີ້ມີ ທຳ ລາຍຊັບພົນລະເມືອງ ແກ້ໄຂ 7 ເລື່ອງ, ກັກຕົວ 13 ຄົນ, ລັກຊັບ ພົນລະເມືອງແກ້ໄດ້ 169 ເລື່ອງ, ກັກຕົວ 259 ຍິງ 8 ຄົນ, ທຳມິດ ສະຈານແກ້ໄຂ 14 ເລື່ອງ, ກັກຕົວ 27 ຍິງ 14 ຄົນ, ມີອາວຸດເສິກໄວ້ ຄອບຄອງ ແກ້ໄຂ 1 ເລື່ອງ, ກັກ ຕົວ 1 ຄົນ, ຊິງຊັບແກ້ໄຂ 4 ເລື່ອງ, ກັກຕົວ 5 ຄົນ, ທຳຮ້າຍຮ່າງກາຍ ແກ້ໄຂ 25 ເລື່ອງ, ກັກຕົວ 29 ຍິງ 3 ຄົນ, ຍັກຍອກຊັບພົນລະເມືອງ ແກ້ໄຂ 6 ເລື່ອງ, ກັກຕົວ 7 ຍິງ 3 ຄົນ, ຊື້-ຂາຍຊັບຜິດກົດໝາຍ ແກ້ໄຂ 11 ເລື່ອງ, ກັກຕົວ 28 ຍິງ 4 ຄົນ, ສໍ້ໂກງຊັບພົນລະເມືອງ ແກ້ໄຂ 48 ເລື່ອງ, ກັກຕົວ 49 ຍິງ 10 ຄົນ, ຄອບຄອງຊັບຜິດກົດໝາຍ ແກ້ໄຂ 2 ເລື່ອງ, ກັກຕົວ 2 ຄົນ, ຂົ່ມຂຶ່ນກະທຳຊຳເລົາ ແກ້ໄຂ 11 ເລື່ອງ, ກັກຕົວ 13 ຄົນ, ຄ້າ-ຂາຍ ອາວຸດເສິກ ແກ້ໄຂ 1 ເລື່ອງ, ກັກ ຕົວ 1 ຄົນ, ການຂົນສົ່ງໄມ້ ແກ້ໄຂ 1 ເລື່ອງ, ກັກຕົວ 1 ຄົນ, ປິດບັງ ການກະທຳຜິດ ແກ້ໄຂ 1 ເລື່ອງ, ກັກຕົວ 1 ຄົນ.

ເກັບກູ້ເຄື່ອງຂອງກາງໄດ້ ມີ ເງິນກີບຈຳນວນ 137.286.000 ກີບ, ເງິນບາດໄທ ຈຳນວນ 5.000 ບາດ, ເງິນໂດລາ ຈຳນວນ 76.000 ໂດລາ, ເງິນຂັນ 3 ຂັນ, ງົວ 2 ໂຕ, ລົດຈັກ 65 ຄັນ, ບັ້ງແກັດ 2 ບັ້ງ, ຢາບ້າ 8.463 ເມັດ, ປ້າຍລົດຈັກ 18 ປ້າຍ, ສັງກະສີແຜ່ນລຽບ ຈຳນວນ 72 ກໍ້, ປືນດັດແປງ 8 ກະບອກ, ປືນສັ້ນ 4 ກະບອກ, ສາຍໄຟ້ຟ້າ 13 ກິໂລ, ກົງເຕິ້ນໍ້າປະ ປາ 15 ໜ່ວຍ, ລໍ້ຍູ້ 1 ອັນ, ຄ້ອນ ປອນ 1 ອັນ, ຄ້ອນຕີ 1 ອັນ, ເຫຼັກ 12 ຈໍານວນ 5 ເສັ້ນ, ພະ 1 ອົງ, ໂຄມ ໄຟ 1 ອັນ, ຟ້າ 1 ດວງ, ທອງ 2 ກິໂລ, ໃບຕາດິນຂອບທອງ 1 ໃບ.

ທິດທາງແຜນການໃນຕໍ່ໜ້າ ຈະເອົາໃຈໃສ່ເຮັດວຽກງານການ ເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບ ໃຫ້ມີແນວຄິດຫຼັກໝັ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ, ເພິ່ມທະວີກຳແໜ້ນສະພາບ, ເລ່ຫຼ່ຽມກົນອຸບາຍແຫຼ່ງຂ່າວກຸ່ມ ຄົນບໍ່ຫວັງດີກວດກາຕິດຕາມ ເກັບກຳບັນດາເປົ້າໝາຍໃຫ້ຮັດກຸມ ພ້ອມທັງສົມທົບແໜ້ນກັບຂັ້ນເທິ່ງ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ໝົດໄປ, ເກັບກຳກວດກາຄຸ້ມຄອງພື້ນທີ່ຈຸດຫຼ່ໍແຫຼມ ພ້ອມທັງຈັດວາງກຳລັງ ເພື່ອຕິດຕາມກວດກາຮັບປະກັນເດັດຂາດບໍ່ໃຫ້ມີບັນຫາທີ່ບໍ່ດີເກີດຂຶ້ນ, ສືບຕໍ່ຫັນກຳລັງວິຊາສະເພາະລົງກໍ່ສ້າງ ຮາກຖານການເມືອງ ເຄື່ອນໄຫວໂຄສະນາຕ້ານປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ແກ່ພໍ່-ແມ່ປະຊາຊົນ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍສະເພາະບັນຫາລົດຈັກເສຍ.