ເພື່ອຜັນຂະຫຍາຍເນື້ອໃນຂອງຄໍາສັ່ງການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບ ເລກທີ 20/ປກສ, ລົງວັນທີ 26 ກໍລະກົດ 2021 ໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ; ເພື່ອແນະນໍາອະທິບາຍວິທີຈັດຕັ້ງປະຕິບັດວຽກງານແກ້ໄຂສະພາບປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນເພື່ອເປັນບ່ອນອີງໃນການເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາຂອງກຳລັງປ້ອງກັນຄວາມສະຫງົບ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງປ້ອງກັນຄວາມສະຫງົບຢ່າງຮີບດ່ວນ, ທັນການ ແນໃສ່ເຮັດໃຫ້ນາຍ ແລະ ພົນຕຳຫຼວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ມີຈັນຍາບັນຈັນຍາທຳໃນການປະຕິບັດໜ້າທີ່ການເມືອງ ແລະ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ດ້ວຍເຫດນັ້ນ, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຄຳແນະນຳສະບັບເລກທີ 4205/ກມປສ, ວັນ ທີ 4 ຕຸລາ 2022 ໂດຍລະບຸກ່ຽວກັບການແນະນຳເພີ່ມເຕີມຕໍ່ເນື້ອ ໃນມີ 5 ຂໍ້ ຫຼັກ ຄື:

1.ໃຫ້ຄະນະພັກ-ຄະນະບັນຊາບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ-ນະຄອນຫຼວງ ໃນທົ່ວປະເທດຕ້ອງຖືເອົາວຽກງານສະກັດກັ້ນເປັນຕົ້ນຕໍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະ ຫງົບ ເປັນວຽກບູລິມະສິດທີ່ສໍາຄັນຮີບດ່ວນ ການແກ້ໄຂບັນຫາແມ່ນຂຶ້ນກັບຄວາມຮັບຜິດຊອບໂດຍກົງໃນການຊີ້ນຳ-ນຳພາການຈັດຕັ້ງທຸກຂັ້ນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນດ້ວຍການເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ ແລະ ປະຕິບັດກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ; ຂໍ້ ຕົກລົງວ່າດ້ວຍລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບເລກທີ 668/ປກສ, ລົງວັນທີ 25 ມີນາ 2020; ຂໍ້ຕົກລົງວ່າດ້ວຍຂໍ້ຫ້າມຂອງນາຍ ແລະ ພົນຕໍາຫຼວດ ສະບັບເລກທີ 564/ປກສ, ລົງ ວັນທີ 30 ເມສາ 2019,ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄົ້ນຄວ້າການປະຕິບັດນະໂຍບາຍ ແລະ ວິໄນ ນາຍ ແລະ ພົນຕຳຫຼວດ ສະບັບເລກທີ 003/ປກສ, ລົງ ວັນທີ 4 ມັງກອນ 2021, ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ລະບຽບການທີ່ກະຊວງປ້ອງກັນຄວາມສະຫົງບ ວາງອອກໃຫ້ເລິກເຊິ່ງເຖິງຖອງ ພ້ອມທັງຈັດຕັ້ງເຜີຍແຜ່, ສຶກສາອົບຮົມນາຍ ແລະ ພົນຕຳຫຼວດ ທີ່ຢູ່ພາຍໃຕ້ການບັງຄັບບັນຊາຂອງຕົນໃຫ້ຮັບຮູ້ເຂົ້າໃຈຢ່າງຈະແຈ້ງທົ່ວເຖິງ ແລະ ປະຕິບັດຢ່າງເຂັ້ມງວດ.

2. ໃຫ້ຄະນະພັກ-ຄະນະບັນຊາ ຈົ່ງເພີ່ມທະວີເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງ ປກສ ໂດຍໃຫ້ຈັດຕັ້ງປະຕິບັດດັ່ງນີ້:

– ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດຢ່າງເປັນປົກກະຕິ, ຈັດຕັ້ງປະຕິບັດຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນບັນດານິຕິກຳ ທີ່ໄດ້ກຳນົດໄວ້ໃນຂໍ້ທີ 1 ຂອງຄຳ ສັ່ງເລກທີ 20/ປກສ ເພື່ອເຜີຍແຜ່ໃຫ້ນາຍ ແລະ ພົນຕຳຫຼວດ ໃຫ້ມີແນວຄິດຫຼັກໝັ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ຮັບໃຊ້ຊາດ, ຮັບ ໃຊ້ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຈັນຍາບັນໃນການປະຕິບັດໜ້າທີ່, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ ແລະ ມີຄວາມສາມັກຄີເປັນເອກະພາບ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ;

– ຊີ້ນໍາ-ບັນຊາຄຸ້ມຄອງ, ຕິດຕາມ, ກວດກາການບຳລຸງ, ສ້າງ, ປັບປຸງນາຍ ແລະ ພົນຕຳຫຼວດ ໃຫ້ໜັກແໜ້ນທາງດ້ານການເມືອງ- ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດທັນສະໄໝເທື່ອລະກ້າວ;

– ກຳແໜ້ນສະພາບການ, ເລ່ລ່ຽມ, ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ແນໃສ່ທຳລາຍມ້າງເພກຳລັງ ປກສ, ກຳແໜ້ນການເຄື່ອນໄຫວຂອງນາຍ ແລະ ພົນຕຳ ຫຼວດ ໃນຄວາມຮັບຜິດຊອບຂອງຕົນ ຊອກໃຫ້ເຫັນຜູ້ທີ່ເສື່ອມຖອຍດ້ານຄຸນທາດການເມືອງຂາດຄຸນສົມບັດສິນທຳປະຕິວັດ, ເຄື່ອນໄຫວລະເມີດລະບຽບກົດໝາຍ, ຫຼັກການວິຊາສະເພາະ ແລະ ຫາງສຽງພາຍໃນກົມກອງ, ສຽງວິພາກວິຈານຈາກສັງຄົມ ເຊັ່ນ: ສ້າງເງື່ອນໄຂເອົາຄົນເຂົ້າກຳລັງປ້ອງກັນຄວາມສະຫງົບ ເພື່ອຜົນປະໂຫຍດ, ສັບຊ້ອນ, ຍົກຍ້າຍນາຍ ເເລະ ພົນຕໍາຫຼວດຕິດພັນຫາຜົນປະໂຫຍດ, ສ້າງເງື່ອນໄຂການປ່ອຍຕົວນັກ ໂທດ, ການດໍາເນີນຄະດີຕິດພັນກັບຜົນປະໂຫຍດ, ການຂຶ້ນສໍາມະໂນຄົວບໍ່ຖືກຕ້ອງ, ການເກັບຄ່າຄຸ້ມຄອງຄົນຕ່າງປະເທດ, ສວຍໃຊ້ໜ້າທີ່ຫາຜົນປະໂຫຍດ, ການປອມແປງເອກະສານ, ການເກັບຄ່າຄຸ້ມຄອງຮ້ານບັນເທິງ, ຮ້ານເກມ, ຮ້ານອິນເຕີເນັດ… ບັດສົນເທ ແລະອື່ນໆ. ໃຫ້ແກ້ໄຂໂດຍໄວຕາມລະບຽບຫຼັກການພ້ອມທັງລາຍງານຂັ້ນເທິງໄດ້ຮັບຊາບ ເເລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດ;

– ຕິດຕາມ, ກວດກາປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຂອງນາຍ ແລະ ພົນຕຳຫຼວດຊອກໃຫ້ເຫັນຜູ້ທີ່ດີ, ຜູ້ທີ່ເກັ່ງ, ມີຄວາມຮູ້ຄວາມສາມາດມີຜົນງານດີເດັ່ນຈະໄດ້ຮັບການຍ້ອງຍໍຕາມຄວາມເໝາະສົມ.

– ເອົາໃຈໃສ່ຕິດຕາມ, ກວດກາຄືນການປະຕິບັດລະບຽບການນຸ່ງເຄື່ອງແບບ ແລະ ເງື່ອນໄຂມາດຖານພື້ນຖານ, ຂອງກຳລັງປ້ອງກັນຄວາມສະຫງົບ, ບໍ່ອະນຸຍາດໃຫ້ດັດແປງເຄື່ອງແບບອອກຈາກຮູບຊົງເດີມ ແລະ ເອົາແຜ່ນແພອື່ນທີ່ມີສີຄ້າຍຄືເຄື່ອງແບບມາຕັດເປັນຊຸດແບບຂອງກຳລັງ ປກສ ໂດຍເດັດຂາດ, ພົນຕໍາຫຼວດ (ຊັ້ນ II-ວາທີ ) ເພດຊາຍໃຫ້ເອົາເສື້ອເຂົ້າ ໃນໂສ້ງ, ຫ້າມບໍ່ໃຫ້ພົນຕຳຫຼວດນຸ່ງເຄື່ອງແບບນາຍຮ້ອຍ ຫຼື ນາຍ ພັນເດັດຂາດ. ສຳລັບເງື່ອນໄຂພື້ນຖານຂອງກຳລັງປ້ອງກັນຄວາມສະຫງົບ ແມ່ນຫ້າມນາຍ ແລະ ພົນຕຳຫຼວດສັກລາຍ, ສັນຍະກຳ ເຊັ່ນ: ດັດແຂ້ວ, ເສີມດັງ, ດັດແປງໃບ ໜ້າ… ທີ່ຜິດໄປຈາກຮູບໂສມເດີມ (ຍົກເວັ້ນການປ່ຽນແປງຍ້ອນອຸບັດຕິເຫດ). ໃນກໍລະນີນາຍ ແລະ ພົນຕຳຫຼວດມີຮອຍສັກລາຍແມ່ນຈະໄດ້ນຳເຂົ້າຄົ້ນຄວ້າເປັນກໍລະນີພິເສດ (ຍົກເວັ້ນນາຍ ແລະ ພົນຕໍາຫຼວດທີ່ມີຮອຍສັກລາຍກ່ອນ ປີ 1998 ຄືນຫຼັງ).

– ມາດຕະການນາຍ ແລະ ພົນຕຳຫຼວດຜູ້ທີ່ລະເມີດ, ຝ່າຝືນແມ່ນໃຫ້ປະຕິບັດຕາມ ມາດຕາ 18 ຮູບ ການວິໄນຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການວິໄນໃນກຳລັງປ້ອງກັນຄວາມສະຫງົບ ເຊັ່ນ: ງົດການປະຕິບັດນະໂຍບາຍຕ່າງໆ, ງົດການເລື່ອນຊັ້ນ, ປົດສະ ມາຊິກພັກ ຫຼື ໂຈະການຂະຫຍາຍພັກ; ປົດຊັ້ນ, ປົດຕໍາແໜ່ງ ແລະ ຍົກຍ້າຍໜ້າທີ່ ໂດຍຂຽນໃບສຳຫຼວດ ຜ່ານການຈັດຕັ້ງ ແລະ ບັນທຶກຄວາມຜິດໄວ້ເປັນຫຼັກຖານ; ວິໄນອອກຈາກກຳລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ; ດຳເນີນຄະດີຕາມລະບຽບກົດໝາຍ.

3. ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນເອົາໃຈໃສ່ຍົກສູງພາລະບົດບາດ, ຊີ້ນຳ-ນຳພາ, ຄຸ້ມຄອງ, ຕິດຕາມ, ກວດການາຍ ແລະ ພົນຕຳຫຼວດ ທີ່ເຮັດວຽກງານກວດກາ-ປ້ອງກັນກັນກຳລັງຕ້ອງມີປະຫວັດຈະແຈ້ງ ແລະ ເຂົ້າໃຈເລິກເຊິ່ງຕໍ່ວຽກງານປ້ອງກັນກຳລັງຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ຢ່າງທັນການ; ຫ້າມບັນຈຸສັບຊ້ອນນາຍ ແລະ ພົນຕຳຫຼວດທີ່ເຄີຍຜິດລະບຽບວິໄນ ເຂົ້າເຮັດວຽກງານກວດກາ-ປ້ອງກັນກັນກໍາລັງ.

4. ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີເອົາໃຈໃສ່ຊີ້ນຳ-ນຳພາ, ຊຸກຍູ້, ຕິດຕາມ, ກວດກາໃກ້ຊິດຕິດແທດການຈັດຕັ້ງປະຕິບັດໜ້າທີ່ຂອງນາຍ ແລະ ພົນຕຳຫຼວດຢູ່ໃນຂະແໜງການເງິນ ( ພະລາທິການ) ໃຫ້ປະຕິບັດຕາມລະບຽບຫຼັກການຂອງການເງິນຢ່າງເຂັ້ມງວດ ເພື່ອຮັບປະກັນໜ້າວຽກຂອງກຳລັງປ້ອງກັນຄວາມສະຫງົບ; ຖ້າພົບເຫັນກໍລະນີລະເມີດແມ່ນຈັດຕັ້ງແກ້ໄຂຢ່າງເດັດຂາດ.

5. ໃຫ້ຄະນະພັກ-ຄະນະນຳສະຖາບັນການສຶກສາທຸກແຫ່ງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີການກໍ່ສ້າງກຳລັງປ້ອງກັນຄວາມສະ ຫງົບ ໂດຍຖື ເອົາຄຸນນະພາບເປັນຫຼັກ ແລະ ມີລະບຽບວິໄນ, ຍົກສູງຄວາມຮັບຜິດຊອບຂອງຄູ, ອາຈານໃນລະບົບການຮຽນ-ການສອນຕ້ອງມີຈັນຍາບັນ, ບໍ່ອະນຸຍາດໃຫ້ຄູ-ອາຈານກອບປີ້ຕໍາລາ ຫຼື ເອກະສານສິດສອນແຈກຢາຍໃຫ້ນັກສຶກສາທີ່ມີມູນຄ່າລາຄາເເພງ, ຫ້າມຮຽກຮ້ອງເອົາຄ່າຊີ້ນຳບົດວິທະຍານິພົນເກີນຄວາມເປັນຈິງ ຫຼື ມີການກະທຳອື່ນໆ ທີ່ເປັນການປູກຈິດສຳນຶກອັນບໍ່ດີໃຫ້ແກ່ນາຍ ແລະ ພົນຕຳຫຼວດໂດຍກົງ ແລະ ທາງອ້ອມຢ່າງເດັດຂາດ. ຖ້າມີການລະເມີດຈະໄດ້ປະຕິບັດວິໄນຕາມລະບຽບຫຼັກການຢ່າງເຂັ້ມງວດ.

ສຳລັບວິທີຈັດຕັ້ງປະຕິບັດໃນ ຄຳແນະນຳ ສະບັບເລກທີ 4205/ກມປສ, ວັນທີ 4 ຕຸລາ 2022 ໄດ້ ລະບຸໄວ້ດັ່ງນີ້:

  1. ມອບໃຫ້ຄະນະພັກ, ຄະນະນໍາບັນຊາບັນດາກົມໃຫຍ່, ຫ້ອງວ່າການກະຊວງກົມ, ກອງບັນຊາການ, ວິທະຍາຄານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ-ນະຄອນຫຼວງ ຈົ່ງຮັບຮູ້ ແລະ ຈັດຕັ້ງເຜີຍແຜ່, ຄຳແນະນຳສະບັບນີ້ ໃຫ້ນາຍ ແລະ ພົນຕຳຫຼວດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ນໍາພາຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
  2. ການຈັດຕັ້ງປະຕິບັດຕົວ ຈິງຫາກມີຄວາມຫຍຸ້ງຍາກຕ້ອງ ລາຍງານເປັນແຕ່ລະໄລຍະ ໃຫ້ຄະນະຮັບຜິດຊອບຊີ້ນຳ ເພື່ອລາຍງານກະຊວງປ້ອງກັນຄວາມສະຫງົບ ຊາບ ແລະ ໃຫ້ທິດຊີ້ນຳ;
  3. ງົບປະມານ, ພາຫະນະ, ນໍ້າມັນເຊື້ອໄຟ ແລະ ອຸປະກອນ ຮັບໃຊ້ຂອງຄະນະຮັບຜິດຊອບໃນ ການເຄື່ອນໄຫວຈັດຕັ້ງປະຕິບັດ ເຜີຍແຜ່ ມອບໃຫ້ກົມໃຫຍ່ພະລາທິການຄົ້ນຄວ້າຕາມລະບຽບການ, ສ່ວນບັນດາກົມກອງ, ກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ-ນະຄອນຫຼວງ ນຳໃຊ້ງົບປະມານ ຂອງກົມກອງຕົນເອງ;
  4. ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປຂໍ້ກຳນົດ, ບົດບັນຍັດໃດໃນເມື່ອກ່ອນຫາກຂັດກັບຄຳ ແນະນຳສະບັບນີ້ລ້ວນແຕ່ຖືກຍົກເລີກ.
    ໂດຍລວມແລ້ວ, ກົມໃຫຍ່ ການເມືອງ ປກສ ໄດ້ອອກຄຳແນະ ນຳສະບັບເລກທີ 4205/ກມປສ, ວັນທີ 4 ຕຸລາ 2022 ເພື່ອໃຫ້ຄະ ນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ມີນິຕິກຳເພື່ອເປັນບ່ອນອີງໃນ ການເພີ່ມທະວີຄວາມຮັບຜິດຊອບກ່ຽວກັບການສະກັດກັ້ນ-ແກ້ໄຂ ປະກົດການຫຍໍ້ທໍ້ພາຍໃນກໍາລັງ ປ້ອງກັນຄວາມສະຫງົບ ດ້ວຍ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດໃນຂອບເຂດທົ່ວປະ ເທດ ອີກທັງເປັນການຜັນຂະຫຍາຍເນື້ອໃນຂອງຄໍາສັ່ງການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງປ້ອງ ກັນຄວາມສະຫງົບ ເລກທີ 20/ປກສ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.