ວັນທີ 23 ທັນວາ 2022, ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ທໍາລາຍຊິ້ນສ່ວນສັດປ່າທີ່ຢຶດໄດ້ຈາກແມ່ຄ້າ ທີ່ລັກລອບຄ້າຂາຍຕາມທ້ອງຕະຫຼາດ ໃນນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍ ທ່ານ ພອນສະຫວັນ ສູນທະວົງ ຫົວໜ້າກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ, ມີຫົວໜ້າ–ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການ ພາຍໃນ ກອງກວດກາປ່າໄມ້ ເຂົ້າຮ່ວມ.

ໃນພິທີ ທ່ານ ພອນສະຫວັນ ສູນທະວົງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ປ່າໄມ້ ແມ່ນໄດ້ເອົາໃຈໃສ່ເປັນພິເສດຕໍ່ກັບການສະກັດກັ້ນລັກລອບຊື້-ຂາຍສັດນໍ້າ ແລະ ສັດປ່າ ຜ່ານການລົງໂຄສະນາເຜີຍແຜ່, ແມ່ນໄດ້ເຮັດໃຫ້ປະຊາຊົນຈຳນວນໜຶ່ງທີ່ມີສັດປ່າໄວ້ຄອບຄອງນັ້ນ ມີຄວາມຕື່ນຕົວສະໝັກໃຈມອບສັດປ່າໃຫ້ແກ່ລັດ ກໍຄື ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ເປັນປະເພດໂຕໝີ, ລີງ, ເສືອແມວ ຈໍານວນ 6 ໂຕ, ໃນນີ້ໄດ້ມອບຕໍ່ໃຫ້ມູນນິທິອະນຸລັກສັດປ່າລາວ ບ້ານເກີນ ແຂວງວຽງຈັນ ຈຳນວນ 4 ໂຕ, ອີກ 2 ໂຕ ແມ່ນໄດ້ນຳໄປມອບໃຫ້ສູນອານຸລັກໝີລາວ ແຂວງຫຼວງພະບາງ ເພື່ອນຳໄປດູແລຮັກສາຕາມຂັ້ນຕອນຂອງຫຼັກວິຊາການ.

ນອກນັ້ນ, ຍັງໄດ້ລົງກວດກາຕາມແຜນເຄື່ອນໄຫວປະຈໍາເດືອນ, ກວດກາຕາມການລາຍງານຂອງພົນລະເມືອງດີ ເປັນຕົ້ນແມ່ນໄດ້ກວດກາຕາມສະຖານີລົດໂດຍສານ, ກວດກາຕາມໂຮງແຮມ, ຕາມຮ້ານອາຫານ, ຕາມຕະຫຼາດທີ່ເປັນເປົ້າໝາຍ ເຊັ່ນ: ຕະຫຼາດນາງ່າ ເມືອງນາຊາຍທອງ, ຕະຫຼາດລາວອົດຊີ ເມືອງສີໂຄດຕະບອງ, ຕະຫຼາດດົງໜາກຄາຍ, ຕະຫຼາດຂຸດສາມບາດ ເມືອງໄຊທານີ ແລະ ຕະຫຼາດອື່ນໆ ພາຍໃນຕົວເມືອງ ໄດ້ທັງໝົດ 43 ຄັ້ງ. ໃນນີ້, ໄດ້ພົບເຫັນສັດປ່າ ແລະ ຊິ້ນສ່ວນທີ່ວາງຂາຍ ຈຳນວນ 11 ຄັ້ງ ລວມທັງໝົດມີ 299 ຊິ້ນສ່ວນ/ໂຕ, ນໍ້າໜັກ 126,6 ກິໂລ ຄື:

  • ຊິ້ນສ່ວນ ແລະ ສັດທີ່ຕາຍ ມີ: ໄກ່ຂົວ, ບ່າງລົ້ວ, ເຫງັນແມວ, ກະຮອກ
  • ປະເພດນົກ ແລະ ຊີ້ນໝູປ່າ, ຊີ້ນຟານ ຈຳນວນ 247 ຊິ້ນສ່ວນ/ໂຕ, ນໍ້າໜັກ 81,2 ກິໂລ ແມ່ນຈະໄດ້ຈັດພິທີທຳລາຍຖິ້ມ
  • ສັດມີຊີວິດ ມີ: ເຫງັນຫາງຂໍ, ເຕົ່າ, ນົກ ຈຳນວນ 52 ໂຕ, ນໍ້າໜັກ 45,4 ກິໂລ ແມ່ນໄດ້ປ່ອຍຄືນສູ່ທຳມະຊາດແລ້ວ ຈຳນວນ 4 ຄັ້ງ ຢູ່ເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ວັງສະຫງວນ ບ້ານນາເລີດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ພ້ອມນັ້ນ, ກໍໄດ້ສົມທົບກັບຈັດສັນຕະຫຼາດ ພ້ອມກັນເຮັດບົດບັນທຶກກ່າວເຕືອນ, ສຶກສາອົບຮົມບັນດາຊາວຄ້າຂາຍຢູ່ພາຍໃນຕະຫຼາດ ເພື່ອບໍ່ໃຫ້ຊື້-ຂາຍ ແລະ ນໍາເອົາສັດນໍ້າ ແລະ ສັດປ່າທີ່ຜິດກົດໝາຍ ມາວາງຂາຍຕາມຕະຫຼາດດັ່ງກ່າວ ໄດ້ທັງໝົດ 4 ຄັ້ງ ມີ 11 ຮ້ານ.

ໂອກາດດັ່ງກ່າວ, ທ່ານຫົວໜ້າກອງກວດກາປ່າໄມ້ ກໍໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນເປັນເຈົ້າການສະກັດກັ້ນ ແລະ ຢຸດເຊົາການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້, ຢຸດການລ່າ, ການຊື້-ຂາຍສັດປ່າ ແລະ ຊິ້ນສ່ວນສັດປ່າ ທີ່ຜິດຕໍ່ລະບຽບກົດໝາຍ, ນຳເອົາລະບຽບກົດໝາຍໄປເຜີຍແຜ່ໃຫ້ລູກຫຼານ ແລະ ພີ່ນ້ອງທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ຈົ່ງພ້ອມກັນຊ່ວຍເປັນເຈົ້າການໃນການຄຸ້ມຄອງປົກປັກຮັກສາ ແລະ ອະນຸລັກຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ ໃຫ້ຍືນຍົງຢູ່ຕະຫຼອດໄປ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!