ໃນວັນທີ 21 ທັນວາ 2022, ຫ້ອງການເມືອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວນາຍຕຳຫຼວດທີ່ເສຍຊີວິດ ໃນວັນທີ 21 ທັນວາ 2022, ເຂົ້າຮ່ວມມີ ພັທ ນາງ ຄຳມີ ເພັດມະນີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະຫ້ອງ, ຄະນະພະ ແນກນະໂຍບາຍ-ປະກັນສັງຄົມ, ຄອບຄົວຍາດພີ່ນ້ອງຜູ້ເສຍຊີວິດ ເຂົ້າຮ່ວມ.

ພັຕ ນາງ ບົວຊ້ອນ ສຸທຳມາ ຮອງຫົວໜ້າພະແນກນະໂຍບາຍ-ປະກັນສັງຄົມ ປກສ ແຂວງຫຼວງນໍ້າທາ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການຄິດໄລ່ ແລະ ມອບເງິນອຸດໜູນເສຍຊີວິດໃຫ້ນາຍຕຳຫຼວດ 2 ສະຫາຍ. ໃນນີ້, ມີ ພັທ ຫຸມພັນ ເຮືອງວົງສາ ຈຳນວນ 121.708. 630 ກີບ, ຮຕ ສອນເພັດ ບຸນທະມິດ ຈຳນວນ 43.667.754 ກີບ.

ໂອກາດດັ່ງກ່າວ, ພັທ ນາງ ຄຳມີ ເພັດມະນີ ໄດ້ກ່າວສະແດງຄໍາ ເສຍໃຈຕໍ່ຄອບຄົວຍາດພີ່ນ້ອງທີ່ສູນເສຍສະມາຊິກພາຍໃນຄອບຄົວໄປ. ພ້ອມຮຽກ ຮ້ອງໃຫ້ໝູນໃຊ້ເງິນນະໂຍບາຍຈໍານວນດັ່ງກ່າວເຂົ້າໃນການເຮັດຮີດຄອງກິນທານຕາມຄວາມເໝາະສົມ.