ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ແລະ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ຜູ້ຖືກບຳບັດ-ດັດສ້າງ ຢູ່ພາຍໃນສູນໃນອາທິດຜ່ານມາ, ເຜີຍແຜ່ ໂດຍ ພັທ ຄໍາລຸນ ໂຍນຖະໜອມ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ, ມີພະນັກງານນຳພາຄຸ້ມຄອງຂັ້ນພະແນກ, ໜ່ວຍງານ, ພະນັກງານວິຊາການ ແລະ ຜູ້ຖືກບຳບັດ-ດັດສ້າງ ພາຍໃນສູນເຂົ້າຮ່ວມ. ພັທ ຄໍາລຸນ ໂຍນຖະໜອມ ກ່າວວ່າ: ການເຜີຍແຜ່ຜົນຮ້າຍຂອງຢາເສບຕິດຄັ້ງນີ້, ເພື່ອອົບຮົມກໍ່ສ້າງຜູ້ຖືກບຳບັດ-ດັດສ້າງຢູ່ໃນ ສູນດັ່ງກ່າວໄດ້ຮັບຮູ້, ເຂົ້າໃຈແຈ້ງຕໍ່ເນື້ອໃນ, ຂໍ້ກຳນົດຕ່າງໆທີ່ຄວນປະຕິບັດ; ເຊິ່ງການເຜີຍແຜ່ວີດີໂອສາລະຄະດີກ່ຽວກັບຜົນຮ້າຍ, ຄວາມ ອັນຕະ ລາຍຂອງຢາເສບຕິດປະເພດຕ່າງໆ, ເຊິ່ງບັນຫາດັ່ງກ່າວກາຍເປັນອຸປະສັກກົດໜ່ວງທ່ວງດຶງໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມວຸ້ຍວາຍຕໍ່ສັງຄົມ, ຄອບຄົວ ແລະ ບຸກຄົນທີ່ຕົກເປັນທາດຂອງມັນ.

ດັ່ງນັ້ນ, ເພື່ອເປັນການປູກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມ ໂດຍສະ ພາະຜູ້ຖືກບຳບັດ-ດັດສ້າງ ໄດ້ຮັບຮູ້ເຂົ້າໃຈຕໍ່ຜົນກະທົບ ແລະ ຄວາມ ອັນ ຕະລາຍຢ່າງເລິກເຊິງ, ຫັນປ່ຽນແນວຄິດທີ່ບໍ່ດີກັບກາຍມາເປັນພົນລະເມືອງດີຂອງສັງຄົມ, ເຊື່ອມຊຶມກຳແໜ້ນຕ່ໍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ບໍ່ໃຫ້ໄປພົວພັນຫຍຸ້ງກ່ຽວກັບສິ່ງເສບຕິດຕື່ມອີກ.

ນອກນັ້ນ, ຍັງໄດ້ອະທິບາຍຕໍ່ຜົນຮ້າຍຂອງຢາເສບຕິດ ຖ້າບຸກຄົນໃດຫາກເສບຢາເສບຕິດເຂົ້າໄປໃນຮ່າງກາຍຈະມີຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ສະໝອງກໍຈະຖືກທຳລາຍ ກາຍເປັນຄົນບ້າເສຍຈິດ, ເຮັດໃຫ້ລະບົບປະສາດຫຼອນ, ມັກໃຊ້ຄວາມຮຸ່ນແຮງທຳຮ້າຍຕົວເອງ ແລະ ຄົນອື່ນ, ເຮັດໃຫ້ຄອບ ຄົວມີຄວາມວຸ້ນວາຍ, ແຕກແຍກ, ເສຍຊັບສິນ, ເສຍສຸຂະພາບ ແລະ ກໍ່ໃຫ້ເກີດມີຄະດີກໍ່ອາດຊະຍະກຳ ເປັນຕົ້ນແມ່ນປຸ້ນຈີ້, ຊິງຊັບ, ທຳຮ້າຍຮ່າງກາຍ, ຂີ້ລັກງັດແງະ ແລະ ພຶດຕິກຳອື່ນໆ ທີ່ເປັນປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ, ເຊິ່ງສະແດງອອກດ້ວຍຫຼາຍກໍລະນີ ແລະ ຜູ້ຕິດຢາເສບຕິດບໍ່ສາມາດປະ ຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບໍ່ສາມາດເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດ.