ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ມອບເງິນຄ່າຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບໃນການປັງປຸງທາງຂຶ້ນກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ໃນທ້າຍອາທິດຜ່ານມາ, ໂດຍມີ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ສົມພອນ ທຳມະວົງຊາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີເຈົ້າຂອງທີ່ດິນ ພ້ອມດ້ວຍພາກສວນກ່ຽວຂອງ ເຂົ້າຮ່ວມ.

ທີ່ດິນດັ່ງກ່າວຕັ້ງຢູ່ເຂດບ້ານຜ້າສະຫງົບ ເມືອງອະນຸວົງ ແຂວງໄຊສົມບູນ, ເຊິ່ງຖືກຜົນກະທົບຈາກການຕັດທາງເຂົ້າຄ້າຍກອງພັນປ້ອງກັນເຄື່ອນທີ່ ທີ່ມີເສັ້ນທາງຂະໜາດຄວາມກວ້າງ 8 ແມັດ, ຍາວ 76 ແມັດ, ແຕ່ເສັ້ນທາງດັ່ງກ່າວແມ່ນໄດ້ຕັດຖືກທີ່ດິນຂອງປະຊາຊົນ ເຮັດໃຫ້ທີ່ດິນດັ່ງກ່າວເຫຼື່ອ ນ້ອຍ ແລະ ບໍ່ເໝາະສົມແກ່ການນຳໃຊ້. ດັ່ງນັ້ນ, ທາງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດຕັ້ງມອບ-ຮັບ ເຊັນບົດບັນທຶກຄ່າຊົດເຊີຍດິນທາງຂຶ້ນກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ຮ່ວມກັບເຈົ້າຂອງທີ່ດິນທີ່ຖືກພົນກະທົບໃນເນື້ອທີ່ດິນທັງໝົດ ຈຳນວນ 2.690 ຕາແມັດ ຕົກເປັນມູນຄ່າ 18.830.000 ກີບ. ເຈົ້າຂອງດິນເຫັນດີເປັນເອກະພາບ ແລະ ປະກອບສ່ວນໃຫ້ພັກ-ລັດ ເຫຼືອຄ່າສົດເຊີຍຕົວຈິງເປັນເງິນ 15.000.000 ກີບ.

ພົຈວ ບົວພັນ ອິນທະປັນຍາ ໄດ້ກ່າວສະແດງຄວາມຂອບໃຈທີ່ ທ່ານ ຄໍາໄຊ ຊົວຊ້າງ ເຈົ້າຂອງທີ່ດິນ ທີ່ໄດ້ເສຍສະຫຼະທີ່ດິນດັ່ງກ່າວທີ່ເປັນຂອງຕົນເຂົ້າໃນການປະກອບສ່ວນໃນການສ້າງພັດທະນາ ແຂວງໄຊສົມບູນ ໂດຍສະເພາະພັດທະນາກອງບັນຊາການ ປກສ ແຂວງ ໃນຄັ້ງນີ້ດ້ວຍຈິດໃຈທີ່ງົດງາມ ແລະ ບໍລິສຸດຢ່າງແທ້ຈິງ.