ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ວາງທິດທາງແຜນການຈັດຕັ້ງປະຕິບັດໃຫ້ສາມາດເກັບລາຍຮັບໄດ້ຕາມແຜນການ ຫຼື ລື່ນແຜນການທີ່ໄດ້ວາງໄວ້, ໃນປີ 2023 ສະເພາະລາຍຮັບຈະຕ້ອງເກັບໃຫ້ ໄດ້ 24.422 ຕື້ກີບ. ໃນນັ້ນ, ລາຍຮັບອາກອນ ປະມານ 17.337 ຕື້ ກີບ, ລາຍຮັບຊັບສິນ ປະມານ 4.315 ຕື້ກີບ ແລະ ລາຍຮັບຂອງ ປະຕິຮູບລັດວິສາຫະກິດ ຈໍານວນ 2.770 ຕື້ກີບ.

ກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງສ່ວຍສາອາກອນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023, ໃນວັນທີ 23 ທັນວາ 2022; ເປັນປະທານໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນປະເສີດ ສີກຸນລະບຸດ ກ່າວວ່າ: ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນການ ໃນປີ 2023, ກົມສ່ວຍສາອາກອນ ຈະປັບປຸງກົນໄກການຄຸ້ມຄອງລາຍຮັບສ່ວຍສາອາກອນ ແລະ ການແບ່ງຂັ້ນຄຸ້ມຄອງລາຍຮັບ ເປັນຕົ້ນແມ່ນການຄຸ້ມຄອງຖານລາຍຮັບທີ່ມີແລ້ວ ມອບເຂົ້າງົບປະມານໃຫ້ ຖຶກຕ້ອງ ແລະ ຄົບຖ້ວນ ພ້ອມທັງສຸມໃສ່ເກັບກຳຂໍ້ມູນ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ໂດຍສະເພາະຫົວໜ່ວຍທຸລະກິດທີ່ສາມາດສ້າງລາຍຮັບໃຫຍ່ ແລະ ບໍ່ໄດ້ຮັບຜົນຈາກສະພາບເສດຖະກິດ ໂດຍເນັ້ນໃສ່ຂະແໜງບໍ່ແຮ່, ໄຟຟ້າ, ຫົວໜ່ວຍຍຸດທະສາດຂອງປະເທດ ແລະ ເຂດເສດຖະກິດພິ ເສດ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປໃຫ້ມີປະສິດທິພາບສູງ; ໄປຄຽງຄູ່ກັບຄົ້ນຄວ້າຄັດເລືອກ ແລະ ໂອນຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ ແຕ່ມີທີ່ຕັ້ງ ແລະ ເຄື່ອນໄຫວທຸລະກິດຢູ່ທ້ອງຖິ່ນໃຫ້ບັນດາແຂວງຄຸ້ມຄອງຈັດເກັບລາຍຮັບ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເງິນ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍ; ເອົາໃຈໃສ່ແນະນຳໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ບັນດາເມືອງ, ເທດສະບານ ແລະ ນະຄອນເຂົ້າໃຈໃນການຈັດຕັ້ງປະຕິບັດການອອກເລກປະຈໍາຕົວຜູ້ເສຍອາກອນ ຜ່ານລະບົບ PTIN ເພື່ອແຈ້ງເສຍອາກອນລາຍໄດ້ຕາມກົດ ໝາຍ ແລະ ລະບຽບການກຳນົດ ໂດຍເລີ່ມຈາກພະນັກງານສ່ວຍສາອາກອນກ່ອນ ເພື່ອເປັນແບບຢ່າງ ພ້ອມນັ້ນສ່ວຍສາອາກອນທຸກຂັ້ນຕ້ອງໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ ແລະ ສຸມໃສ່ວຽກງານການໂຄສະນາເຜີຍແຜ່ ແລະ ການຊຸກຍູ້ໃຫ້ຜູ້ເສຍອາກອນ ແຈ້ງມອບດ້ວຍຕົນເອງໃຫ້ເພີ່ມຂຶ້ນຂອງຫົວໜ່ວຍທັງໝົດ ທີ່ຢູ່ໃນລະບົບ TaxRIS, ພ້ອມທັງສ້າງສູນບໍລິການຜູ້ເສຍອາກອນ ແລະ ການໃຫ້ບໍລິການໃຫ້ຄໍາປຶກສາແກ່ຜູ້ເສຍອາກອນໃຫ້ໄດ້ມາດຕະຖານ ເພື່ອປັບປຸງວິທີການບໍລິການຜູ້ເສຍອາກອນ ດ້ວຍຫຼາກຫຼາຍຮູບແບບ ໃຫ້ມີປະສິດທິພາບ, ໂປ່ງໃສ ແລະ ວ່ອງໄວ ເພື່ອປູກຈິດສໍານຶກໃຫ້ຜູ້ເສຍອາກອນຮັບຮູ້ ແລະ ເຂົ້າໃຈພັນທະຂອງຕົນໃນການປະຕິບັດໃຫ້ສອດຄ່ອງກັບລະບຽບກົດໝາຍ.

ທັງນີ້, ກໍເພື່ອຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ, ພ້ອມກັນຮ່ວມມື ແລະ ປະສານສົມທົບກັບຂະແໜງການອື່ນໆ ເປັນການກະຕຸກຊຸກຍູ້ ແລະ ມີສ່ວນຮ່ວມປະຕິບັດແຜນການປີ 2023 ໃຫ້ໄດ້ຕາມລະດັບຄາດໝາຍ, ໂດຍສະເພາະການວາງແຜນການໃຫ້ສາມາດເກັບລາຍຮັບໄດ້ຕາມແຜນການ ຫຼື ລື່ນແຜນການທີ່ໄດ້ວາງໄວ້; ເຊິ່ງໃນປີ 2023, ສະເພາະລາຍຮັບຈະຕ້ອງເກັບໃຫ້ໄດ້ 24.422 ຕື້ກີບ. ໃນນັ້ນ, ລາຍຮັບອາກອນ ປະມານ 17.337 ຕື້ກີບ, ລາຍຮັບຊັບສິນ ປະມານ 4.315 ຕື້ກີບ ແລະ ລາຍຮັບຂອງປະຕິຮູບລັດວິສາຫະກິດ ຈໍານວນ 2.770 ຕື້ກີບ ເພື່ອສູ້ຊົນປະຕິບັດແຜນດັ່ງກ່າວຢ່າງມີຈຸດສຸມ.