ພະແນກການຜະລິດ ກົມໃຫຍ່ການເມືອງ ກະຊວງ ປກສ ຈະພັດທະນາວຽກງານການຜະລິດຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການຂະຫຍາຍພື້ນທີ່ປູກໄມ້ວິກ, ໜອງປາ, ຟາມໄກ່ ໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອນຳເອົາຜົນປະໂຫຍດ ແລະ ຜົນສຳເລັດມາໃຫ້ແກ່ນາຍ ແລະ ພົນຕຳຫຼວດ ກໍຄືກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕາມທິດ ” ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ “.

ພັທ ປທ ພອນໄຊ ລັດສະໝີ ຫົວໜ້າພະແນກການຜະລິດ ຫ້ອງການກົມໃຫຍ່ການເມືອງ ກະຊວງ ປກສ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດທາງ ແລະ ແຜນນະໂຍບາຍຂອງພັກ-ລັດຖະບານ ໂດຍສະເພາະແມ່ນການພັດທະນາ ແລະ ຄາດໝາຍສູ້ຊົນການຜະລິດກະສິກຳໃຫ້ເປັນສິນຄ້າ ແບບອຸດສາຫະກຳ ແລະ ທັນສະໄໝ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດໃນກຳລັງ ປກສ ກໍຄືການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ຫຼຸດພົ້ນຈາກຄວາມທຸກຍາກໄປເທື່ອລະກ້າວ.

ດ້ວຍເຫດຜົນດັ່ງກ່າວນັ້ນ, ຫ້ອງການກົມໃຫຍ່ການເມືອງ ຈຶ່ງມີຄວາມຍິນດີ ແລະ ມີແນວຄິດຢາກເຮັດວຽກງານການຜະລິດ ເປັນຕົ້ນແມ່ນວຽກງານປູກຝັງ-ລ້ຽງສັດ ເຊັ່ນ: ລ້ຽງໄກ່, ລ້ຽງປາ, ປູກໄມ້ວິກ; ເຊິ່ງພວກເຮົາໄດ້ມີແຮງງານກຳລັງພົນວິຊາການຢູ່ພາຍໃນພະແນກການຜະລິດ ແລະ ມີພື້ນທີ່ມີທີ່ຕິດພັນກັບການລ້ຽງປາ-ເພາະພັນປາ, ອະນຸບານປາ ທີ່ມີຄວາມເປັນໄປໄດ້ສູງໃນການຜະລິດໃຫ້ເປັນສິນຄ້າ ເພື່ອຊົມໃຊ້ພາຍໃນກໍາລັງ ປກສ ແລະ ພໍ່-ແມ່ປະຊາຊົນພາຍໃນແຂງວຽງຈັນ ແລະ ອີກບັນຫາໜຶ່ງ ກໍເພື່ອຫຼຸດຜ່ອນ, ເພື່ອທົດ ແທນການຊື້ລູກປາ ຫຼື ນຳລູກປາເຂົ້າ, ເຊິ່ງເປັນການສິ້ນເປືອງເພີ່ມລາຍຈ່າຍໃນການຊື້ປາ-ລູກປາມາປ່ອຍໃນແຕ່ລະປີ. ນອກນັ້ນ, ການຈັດຫາອຸປະກອນເຕັກໂນໂລຊີໃໝ່ທີ່ທັນສະໄໝມາຮັບໃຊ້ພາຍໃນເພື່ອເພາະພັນ-ລ້ຽງປາກ້າວໄປເຖິງການຜະລິດລູກປາປ້ອນຕະຫຼາດທີ່ມີຄວາມປອດໄພ ບໍ່ມີສານ ແລະ ເລັ່ງການຈະເລີນເຕີບໂຕສະອາດປອດໄພໃຫ້ຜູ້ບໍລິໂພກ.

ໃນຕໍ່ໜ້ານີ້, ພະແນກການຜະລິດຈະສືບຕໍ່ພັດທະນາວຽກງານການຜະລິດຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການຂະຫຍາຍພື້ນທີ່ປູກໄມ້ວິກ, ໜອງປາ, ຟາມໄກ່ໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອນຳເອົາຜົນປະໂຫຍດ ແລະ ຜົນສຳເລັດມາໃຫ້ ແກ່ພະນັກງານ-ນັກຮົບ ກໍຄືກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ສືບຕໍ່ປັບປຸງບູລະນະອັນທີ່ມີແລ້ວ ເປັນຕົ້ນໄມ້ວິກ, ໜອງປາ, ຄອກໄກ່, ສວນຫຍ້າແບ່ງຄວາມຮັບຜິດ ຊອບໃຫ້ພະນັກງານ ເອົາໃຈໃສ່ໃນການເບິ່ງແຍງລ້ຽງເກືອປາ, ໄກ່ພັນໄຂ່ໃຫ້ເປັນປົກກະຕິ ເພື່ອແນໃສ່ສະໜອງໄຂ່ໄກ່, ປາໃຫ້ພາກສ່ວນຕ່າງໆກໍຄືຈຳໜ່າຍໃນທ້ອງຕະຫຼາດ. ພ້ອມທັງຮັບປະກັນດ້ານພະລາທິການໃຫ້ ແກ່ການເຄື່ອນໄຫວວິຊາສະເພາະ ແລະ ລ້ຽງດູກຳລັງ ຕາມທັດສະນະຂອງພັກ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ໃນໄລຍະຜ່ານມາ, ພະແນກການຜະລິດ ໄດ້ເອົາໃຈໃສ່ປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ທິດຊີ້ນຳຂອງຄະນະນຳກະຊວງປ້ອງກັນ ຄວາມສະຫງົບ ໃຫ້ບັນດາກົມກອງວິຊາສະເພາະໃນກຳລັງ ປກສ ສ້າງພະລາທິການກັບທີ່ ໂດຍເລັ່ງໃສ່ການກໍ່ສ້າງພື້ນຖານໂຄງລາງ, ການສ້າງລາຍຮັບເຂົ້າບັນກົມກອງ, ເວົ້າສະເພາະແມ່ນຫ້ອງການ ກົມໃຫຍ່ການເມືອງ ປກສ ທີ່ມີພະແນກການຜະລິດ ທີ່ຕັ້ງຢູ່ຫຼັກ 62 ແລະ ຫຼັກ 67 ເມືອງ ໂພນໂຮງ ແຂວງວຽງຈັນ.

ປັດຈຸບັນ, ມີເນື້ອທີ່ທຳການຜະລິດທັງໝົດ 208,54 ເຮັກຕາ, ແບ່ງເປັນ 3 ໂຊນ ຄື: ໂຊນທີ 1: ຟາມລ້ຽງໄກ່ພັນໄຂ່ 2 ຟາມ ແລະ ໜອງປາ 3 ໜອງ, ມີໄກ່ພັນໄຂ່ ຟາມທີ່ 1 ຈຳນວນ 999 ໂຕ ສາມາດຕອບສະໜອງໄຂ່ໄກ່ສົ່ງຂາຍ ເຂົ້າເຮືອນຄົວໂຮງຮຽນວັດທະນາທຳຫຼັກ 67 ຈຳນວນ 150 ແຕະ ຕໍ່ອາທິດ ຄິດໄລ່ເປັນມູນຄ່າປະມານ 6.750.000 ກີບ ຕໍ່ອາທິດ ແລະ ຟາມທີ່ 2 ມີໄກ່ພັນໄຂ່ຈຳນວນ 4.660 ໂຕ ສາມາດຕອບສະໜອງໄຂ່ໄກ່ສົ່ງເຂົ້າຫ້ອງການ ກົມໃຫຍ່ການເມືອງ ເພື່ອຈໍາໜ່າຍເຂົ້າຕະຫຼາດເພື່ອຂາຍໃຫ້ແມ່ຄ້າທົ່ວໄປ ແລະ ຂາຍໃຫ້ບັນດາກົມກອງອ້ອມຂ້າງກະຊວງ ປກສ ຈຳນວນ 700-800 ແຕະ ຕໍ່ອາທິດ; ໂຊນທີ 2: ປູກໄມ້ວິກ ມີເນື້ອທີ່ 53 ເຮັກຕາ, ໂຊນທີ 3: ເປັນໜອງລ້ຽງປາຢູ່ຫຼັກ 62 ມີເນື້ອທີ່ 55,33 ເຮັກຕາ.

ໃນນີ້, ວຽກງານການຜະລິດ (ການລ້ຽງໄກ່ພັນໄຂ່), ຟາມໄກ່ພັນໄຂ່ຄອກ 1: ມີໄກ່ພັນໄຂ່ເຂົ້າຟາມ ຈຳນວນ 993 ໂຕ (ຕາຍ 117 ໂຕ), ໄກ່ຍັງມີຊີວິດຈຳນວນ 875 ໂຕ ສາມາດຂາຍໄຂ່ ແຕ່ວັນທີ 11 ຕຸລາ 2021 ຫາ 30 ພະຈິກ 2022 ໄດ້ 291.428 ໜ່ວຍ, ຈຳນວນ 9.714 ແຕະ ແລະ ສາມາດສ້າງລາຍຮັບຈາກການຂາຍໄຂ່ໄດ້ທັງໝົດ 353.598.000 ກີບ, ຫັກຄ່າໃຊ້ຈ່າຍອອກຈຳນວນ 263.018.000 ກີບ ຍັງເຫຼືອເງິນຕົວ ຈິງ 90.580.000 ກີບ.

ຟາມໄກ່ພັນໄຂ່ຄອກ 2: ນຳເອົາໄກ່ພັນໄຂ່ ເຂົ້າຟາມ ວັນທີ 31 ສິງຫາ 2022, ມີ ຈຳນວນ 4.660 ໂຕ (ຕາຍ 126 ໂຕ), ໄກ່ຍັງມີຊີວິດ ຈໍານວນ 4.534 ໂຕ, ສາມາດຂາຍໄຂ່ ແຕ່ວັນທີ 1 ກັນຍາ ຫາ 30 ພະຈິກ 2022 ໄດ້ 224.340 ໜ່ວຍ. ຈໍານວນ 9.714 ແຕະ ແລະ ສາມາດສ້າງລາຍຮັບຈາກການຂາຍໄຂ່ໄດ້ທັງໝົດ 563.748.000 ກີບ, ຫັກຄ່າໃຊ້ຈ່າຍອອກ ຈຳນວນ 347.611 ກີບ ຍັງເຫຼືອເງິນຕົວຈິງ 216.137.000 ກີບ.
ການລ້ຽງປາ ແລະ ການປ່ອຍປາໜອງ ຊຸດທີ 1: ຈຳນວນປາທີ່ປ່ອຍ 30.000 ໂຕ (ປະເພດປານິນ ມູນຄ່າ 16.000.000 ກີບ), ປ່ອຍໃນວັນທີ 17 ມີນາ ປີ 2022, ໄດ້ຂາຍປາທັງໝົດ 2.394 ກິໂລ, ໄລ່ ເປັນມູນຄ່າ 27.680.000 ກີບ, ລົບລາຍຈ່າຍ 9.498.000 ກີບ ແລະ ໄດ້ກໍາໄລຈາກການຂາຍປາ ຈຳນວນ 17.591.000 ກີບ. ປ່ອຍ ປາ ຊຸດທີ 2: ຈຳນວນປາທີ່ປ່ອຍ 20.000 ໂຕ (ປາທີ່ປ່ອຍປານິນ 10.000 ໂຕ ແລະ ປາປາກ 10.000 ໂຕ) ມູນຄ່າ 5.500.000 ກີບ ແລະ ຕົກມາຮອດວັນທີ 21-22 ພະຈິກ 2022 ໄດ້ຂາຍປາທັງໝົດ 1.575.5 ກິໂລ, ມີລາຍຮັບຈາກການ ຂາຍຕົວຈິງ 21.336.000 ກີບ, ລົບລາຍຈ່າຍ 9.670.000 ກີບ ແລະ ໄດ້ກໍາໄລຈາກການຂາຍປາ ຈຳນວນ 11.666,000 ກີບ ແລະ ປ່ອຍປາໜອງຄອກໄກ່ ຈໍານວນປາທີ່ປ່ອຍ 50.000 ໂຕ, ເປັນປະເພດ ປານິນ ລາຄາປາໂຕລະ 650 ກີບ ຕໍ່ ໂຕຕົກເປັນມູນຄ່າ 32.500,000 ກີບ. ຜົນປະໂຫຍດໃນການລ້ຽງໄກ່ໃສໜອງປານີ້ມີຜົນດີຕໍ່ການ ລ້ຽງປາແບບປະຢັດຕົ້ນທຶນ ໂດຍ ອາໃສຂີ້ໄກ່ເປັນອາຫານໃຫ້ປາກິນ ແລະ ລ້ຽງໄກ່ (ຊຸດໜຶ່ງເຮົາສາມາດ ລ້ຽງປາ ໄດ້ 3 ຊຸດ, ລ້ຽງໃຊ້ເວລາ 6 ເດືອນ ແມ່ນສາມາດເອົາປາ ອອກຈຳໜ່າຍຂາຍເຂົ້າຕະຫຼາດ). ນອກນີ້ຍັງມີວຽກງານປູກຝັງ, ປູກ ຕົ້ນກ້ວຍ ແລະ ວຽກງານອື່ນໆອີກ ຈຳນວນ.

ທັງນີ້ກໍເພື່ອແນໃສ່ສ້າງລາຍ ຮັບເຂົ້າສູ່ກົມກອງທັງເປັນການສ້າງ ທ່າແຮງສ້າງພະລາທິການ ເພື່ອພັດທະນາກົມກອງບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄື ຂັ້ນເທິງວາງອອກ, ພ້ອມທັງຮັບປະກັນໃຫ້ນາຍ ແລະ ພົນຕຳຫຼວດ ໃນກົມກອງມີຊີວິດການເປັນຢູ່ທີ່ດີຂຶ້ນ.