ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນ ການວຽກງານຈຸດສຸມປີ 2023 ໃນວັນທີ 29 ທັນວານີ້, ເປັນປະທານໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ, ມີຮອງອໍານວຍການ, ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ເຫວີຍສຸກ ພົມມະຈັນ ຫົວໜ້າຫ້ອງການ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະອຳນວຍການໄດ້ຖືເອົາວຽກງານການສິດສອນຂອງຄູ-ອາຈານ ເປັນວຽກງານຕົ້ນຕໍໃນການປະຕິບັດໂຄງການຫຼັກສູດ ໄປຄຽງຄູ່ກັບການຄົ້ນຄວ້າຕຳລາຮຽນ, ແຕ່ງ-ແປ ແລະ ກວດ ແກ້ຮຽບຮຽງບົດສອນ ໂດຍຖືເອົາການປະສານສົມທົບກັບກົມວິຊາສະເພາະ, ກອງບັນຊາການ ປກສ ທ້ອງຖິ່ນແລກປ່ຽນບົດຮຽນທາງດ້ານທິດສະດີ, ຂໍ້ມູນພຶດຕິກໍາຕົວຈິງ ເພື່ອປັບປຸງ ແລະ ພັດທະນາບົດສອນໃຫ້ມີບາດກ້າວອັນໃໝ່ ແລະ ຖືກຕ້ອງກັບສະພາບການໃນປັດຈຸບັນ ສະແດງອອກ ຄື: ໄດ້ຂຶ້ນຫ້ອງສິດສອນນັກສຶກສາທຸກຮຸ່ນ-ທຸກລະບົບໄດ້ 12.951 ຊົ່ວໂມງ, ເປັນອາຈານທີ່ປຶກສາໃຫ້ນັກສຶກສາຂຽນບົດໂຄງການຈົບຊັ້ນ 83 ຫົວຂໍ້, ປ້ອງກັນບົດວິທະຍານິພົນ ຈົບຊັ້ນຂອງນັກສຶກສາປະລິນຍາໂທໄດ້ 24 ຫົວຂໍ້, ອອກຄຳຖາມສອບເສັງຈົບຊັ້ນໄດ້ 350 ຄຳຖາມ, ເຂົ້າຮ່ວມວຽກງານປະກັນຄຸນນະພາບການສຶກ ສາ 3 ຄັ້ງ, ຮຽບຮຽງຕຳລາ ແລະ ປຶ້ມຄູ່ມືການຮຽນ-ການສອນໄດ້ 4 ພາກວິຊາ ແລະ ສົ່ງຫ້ອງຄຸ້ມຄອງວິທະຍາສາດ 6 ບົດ.

ພ້ອມນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມ ຕ່າງໆທັງພາຍໃນ ແລະ ພາຍນອກ 36 ຄັ້ງ, ຂຶ້ນຫ້ອງບຳລຸງຄືນໃຫ້ນັກສຶກສາຂາດຮຽນ 28 ຄັ້ງ, ນໍາພານັກສຶກສາຮຸ່ນ 24 ລົງຝຶກຫັດຢູ່ແຂວງຊຽງຂວາງ 5 ແຮງງານ, ຈັດຕັ້ງສອນທົດລອງໃຫ້ຄູໃໝ່ພາຍໃນຄະນະວິຊາ 3 ຄັ້ງ ແລະ ຜ່ານ 12 ຄະນະວິຊາຄູ 1 ຄັ້ງ, ເຊີນກົມວິຊາສະເພາະມາຂຶ້ນຫ້ອງລາຍງານຕົວຈິງ 11 ຄັ້ງ, ໄປແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນນຳກົມກອງທ້ອງຖິ່ນ 4 ຄັ້ງ ແລະ ປັບປຸງບົດສອນໄດ້ 138 ບົດ, ນຳພານັກສຶກສາໄປທັດສະນະສຶກສາໄດ້ 5 ຄັ້ງ, ສ້າງຕຳລາໄດ້ 2 ບົດ, ປັບປຸງຕຳລາໄດ້ 2 ບົດ, ຂຽນບົດວິທະຍາສາດໄດ້ 3 ບົດ, ແຕ່ງບົດສອນວິຊາພາສາລາວໄດ້ 4 ບົດ ແລະ ວິຊາວັດທະນະທາໄດ້ 4 ບົດ, ກວດເຊັກ ແລະ ແກ້ໄຂຄອມພິວເຕີໄດ້ 365 ຄັ້ງ, ໄປຝຶກອົບຮົມວຽກງານດ້ານອາຊະຍາກໍາທາງເທັກໂນໂລຢີຢູ່ ສສ ຫວຽດນາມ 1 ຄັ້ງ; ນອກນັ້ນ, ຍັງໄດ້ເຂົ້າຮ່ວມເຄື່ອນໄຫວປະກອບສ່ວນເຮັດວຽກປິ່ນອ້ອມທີ່ວິທະຍາຄານ ກໍຄື ກະຊວງ ປກສ ວາງອອກສໍາເລັດຕາມເປົ້າໝາຍທີ່ວາງໄວ້.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ແມ່ນຈະໄດ້ສືບຕໍ່ກໍ່ສ້າງຖັນແຖວພະນັກງານ, ຄູ-ອາຈານໃຫ້ໄດ້ຮັບການຍົກລະດັບທາງດ້ານວິຊາສະເພາະໃນລະດັບຕ່າງໆຕາມມາດຕະຖານ 1.6.3; ໃນນັ້ນ, ຕ້ອງເລັ່ງໃສ່ການຈັດຕັ້ງປະຕິບັດແຜນງານທີ່ 3 ແຜນພັດທະນາຖັນແຖວຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາລວມມີ 3 ໂຄງການ; ສືບຕໍ່ຂຶ້ນຫ້ອງສິດສອນ, ນຳພານັກສຶກສາໄປທັດສະນະສຶກສາ, ນຳພານັກສຶກສາສ້າງກິດຈະກຳ, ຄົ້ນຄວ້າທວນເສັງຈົບຊັ້ນຕາມແຜນການ ແລະ ໃຫ້ນັກສຶກສາຂຽນບົດໂຄງການຈົບຊັ້ນ; ເສີມສ້າງທ່າແຮງຂອງຄູ ໂດຍສະເພາະການສ້າງຕຳລາຕ້ອງມີການປຸກລະດົມຊຸກຍູ້, ກ້າເຮັດສ້າງຜະລິດຕະພັນວາລະສານ ເພື່ອເປັນກະບອກສຽງແຫ່ງການພັດທະນາ ວສປ; ສືບຕໍ່ພົວພັນປະສານສົມທົບ, ແລກປ່ຽນບົດຮຽນກັບກົມກອງວິຊາສະເພາະທີ່ໄດ້ເຊັນເອັມໂອຢູກັບ ວສປ ເເລະ ເຊີນມາຂຶ້ນຫ້ອງລາຍງານຕົວຈິງໃຫ້ກັບນັກສຶກສາແຕ່ລະຮຸ່ນໃຫ້ໄດ້ຕາມເປົ້າໝາຍ.