ໃນປີ 2022 ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນທຸ່ນທ່ຽງ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາຄ້າຍ ແລະ ໄດ້ຮັບການປ່ອຍຕົວອອກສູ່ສັງຄົມ ໄດ້ກາຍເປັນພົນລະເມືອງດີ ແລະ ບໍ່ກັບມາເຄື່ອນໄຫວກະທໍາຜິດອີກ; ເຊິ່ງໃນ 1 ປີຜ່ານມາ, ມີນັກໂທດໄດ້ຮັບການອະໄພຍະໂທດ, ຜ່ອນໂທດຈໍານວນ 1.992 ຄົນ ຍິງ 280 ຄົນ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສໄດ້ຈັດຂຶ້ນໃນ ວັນທີ 30 ທັນວາ 2022, ເປັນປະທານ ໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະກົມ, ພະແນກ, ຫ້ອງ, ຄ້າຍອ້ອມຂ້າງກົມຄຸມຂັງ-ດັດສ້າງທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັອ ໄຊຍະວົງ ແກ້ວສຸລິວົງ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດການເມືອງໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ຄຳແນະນຳ, ຂໍ້ກຳ ນົດ, ກົດລະບຽບຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ກໍຄືກຳລັງຕຳຫຼວດຄຸມຂັງ-ດັດສ້າງ ເຮັດໃຫ້ພະນັກງານມີແນວຄິດການເມືອງໜັກແໜ້ນ, ກຳແໜ້ນວິຊາສະເພາະ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ. ນອກນັ້ນ, ຍັງໄດ້ສ້າງຕັ້ງຄ້າຍຄຸມຂັງປະຈຳພາກ ແລະ ໄດ້ເຄື່ອນຍ້າຍນັກໂທດຈາກບັນດາແຂວງຕ່າງໆທົ່ວປະເທດ ຈໍານວນ 7.459 ຄົນ ຍິງ 639 ຄົນ ໄປປະຕິບັດໂທດຢູ່ຄ້າຍຄຸມຂັງປະຈຳພາກ ມີຄວາມປອດໄພຮ້ອຍສ່ວນ ຮ້ອຍ.

ໃນ 1 ປີຜ່ານມາ, ໄດ້ຈັດຕັ້ງການສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໄດ້ທັງໝົດ 2.331 ເທື່ອຄົນ. ຜ່ານການສຶກສາອົບຮົມໄດ້ເຮັດໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງສ່ວນຫຼາຍແມ່ນໄດ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ທັງປະກອບສ່ວນເຂົ້າໃນການພັດທະນາຄ້າຍ ແລະ ສ່ວນຫຼາຍທີ່ໄດ້ຮັບການປ່ອຍຕົວອອກສູ່ສັງຄົມ ໄດ້ກາຍເປັນພົນລະເມືອງດີ ແລະ ບໍ່ກັບໄປເຄື່ອນໄຫວກະທຳຜິດອີກ ສະແດງອອກຄື: ໃນ 1 ປີຜ່ານມາ, ນັກໂທດ, ຜູ້ຖືກດັດສ້າງໄດ້ຮັບນະໂຍບາຍອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວປະຈຳປີທົ່ວປະເທດ ຈຳນວນ 1.992 ຄົນ ຍິງ 280 ຄົນ; ໃນນີ້, ລວມມີອະໄພຍະໂທດຫຼຸດຜ່ອນໂທດປະຫານຊີວິດລົງມາຕະຫຼອດຊີວິດມີ 25 ຄົນ ຍິງ 4 ຄົນ, ອະໄພຍະໂທດ, ຜ່ອນໂທດໃຫ້ນັກໂທດຕະຫຼອດຊີວິດ ຈຳນວນ 17 ຄົນ ຍິງ 6 ຄົນ, ອະໄພຍະໂທດ, ປ່ອຍຕົວປະຈຳປີ ຈຳນວນ 361 ຄົນ, ຍິງ 58 ຄົນ, ປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂຕາມກົດໝາຍ ຈໍານວນ 215 ຄົນ ຍິງ 31 ຄົນ ປ່ອຍຕົວນັກໂທດໃນໄລຍະປະຕິບັດມາດຕະການຕ້ານໂຄວິດ-19 ຈໍານວນ 584 ຍິງ 89 ຄົນ; ນອກນີ້, ຍັງໄດ້ປ່ອຍຕົວນັກໂທດທີ່ປະຕິບັດໂທດຄົບຕາມຄໍາຕັດສິນຂອງສານ ຈຳນວນ 1.514 ຄົນ ຍິງ 89 ຄົນ, ປ່ອຍຕົວຜູ້ຖືກດັດສ້າງ ຈໍານວນ 1.056 ຄົນ ຍິງ 25 ຄົນ.