ກະຊວງສາທາລະນະສຸກ ມາລາວີ ເລື່ອນການເປີດໂຮງຮຽນໃນເມືອງແບຼນທາຍ ແລະ ເມືອງລີລອງເວ ເຊິ່ງເປັນ 2 ເມືອງໃຫຍ່ຂອງປະເທດ ເພື່ອພະຍາຍາມຄວບຄຸມການເພີ່ມຂຶ້ນຂອງການເສຍຊີວິດຈາກພະຍາດອະຫິວາ.

ສື່ຕ່າງປະເທດລາຍງານຈາກເມືອງແບຼນທາຍ ປະເທດມາລາວີ ໃນວັນທີ 3 ມັງກອນ ວ່າ: ຈຳນວນຜູ້ປ່ວຍ ແລະ ຜູ້ເສຍຊີວິດ ຍ້ອນພະຍາດອະຫິວາ ໄດ້ ເພີ່ມຂຶ້ນເປັນ 17.824 ຄົນ ແລະ 595 ຄົນ ຕາມລຳດັບ ນັບຕັ້ງແຕ່ມີການລາຍງານຜູ້ປ່ວຍຄັ້ງທຳອິດ ໃນເດືອນມີນາ 2022; ໂດຍອັດຕາການເສຍຊີວິດ ເພີ່ມຂຶ້ນເປັນ 3,34% ຕາມການເປີດເຜີຍຂອງ ກະຊວງສາທາລະນະສຸກ ມາລາວີ.

ພະຍາດອະຫິວາ ແມ່ນບັນຫາປະຈໍາປີໃນລະດູຝົນຂອງປະເທດມາລາວີ ນັບແຕ່ເດືອນພະຈິກ ຫາ ເດືອນມີນາ; ເຊິ່ງເຮັດໃຫ້ປະຊາຊົນເສຍຊີວິດ ປະມານ 100 ຄົນຕໍ່ປີ ແລະ ການລະບາດຂອງພະຍາດອະຫິວາ ໃນປັດຈຸບັນ ອາດຈະເປັນຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດ ຍ້ອນຈໍານວນຜູ້ປ່ວຍພະຍາດອະຫິວາ ແລະ ການເສຍຊີວິດຍ້ອນພະຍາດດັ່ງກ່າວ ຍັງສືບຕໍ່ເພີ່ມຂຶ້ນໃນແບຼນທາຍ ແລະ ລີລອງເວ, ໂຮງຮຽນປະຖົມ ແລະ ມັດທະຍົມໃນ 2 ເມືອງ ຈຶ່ງບໍ່ສາມາດເປີດຄືນໃໝ່ໄດ້ ໃນວັນທີ 3 ມັງກອນ ຕາມຄໍາແນະນໍາທີ່ຜ່ານມາ, ສ່ວນວັນເປີດສົກຮຽນໃໝ່ ຈະແຈ້ງໃຫ້ຊາບໃນພາຍຫຼັງ, ທ່ານ ນາງ ຄຸມບີເຊ ຊີປອນດາ ລັດຖະມົນຕີ ກະຊວງສາທາລະນະສຸກ ມາລາວີ ກ່າວໃນຖະແຫຼງການສະບັບໜຶ່ງ.

ດ້ານອົງການອະນາໄມໂລກ (WHO) ລະບຸວ່າ: ອັດຕາການເສຍຊີວິດກຳລັງເພີ່ມຂຶ້ນ ໃນ 30 ປະເທດທົ່ວໂລກ, ມີລາຍງານໃນປີ 2022 ວ່າ ການລະບາດຂອງພະຍາດອະຫິວາ ແມ່ນສູງກວ່າປີປົກກະຕິ ປະມານ 1/3, ພະຍາດດັ່ງກ່າວແພ່ລາມຜ່ານອາຫານ ຫຼື ນໍ້າທີ່ປົນເປື້ອນ ແລະ ເຮັດໃຫ້ເກີດພະຍາດຖອກທ້ອງ. ນອກຈາກນັ້ນ, ຜູ້ທີ່ຕິດເຊື້ອ ອາດຈະເສຍຊີວິດພາຍໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກຕິດເຊື້ອ ຖ້າບໍ່ໄດ້ຮັບການປິ່ນປົວ ເຖິງວ່າຫຼາຍກໍລະນີບໍ່ມີອາການຮຸນແຮງກໍຕາມ.

ພ້ອມນີ້, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ມາລາວີ ໄດ້ຮຽກຮ້ອງ ລັດຖະບານມາລາວີ ເພີ່ມຄວາມເຄັ່ງຄັດໃນການຄວບຄຸມ ລວມທັງການພົ່ນຢາຄຼໍຣີນ (chlorine) ເພື່ອຂ້າເຊື້ອໃນສະຖານທີ່ທີ່ແອອັດ ເຊັ່ນ: ຕະຫຼາດ ແລະ ໂຮງຮຽນ ຕະຫຼອດຮອດການເສີມຂະຫຍາຍການຄຸ້ມຄອງການສັກວັກແຊັງປ້ອງກັນ.