ກອງປະຊຸມສະຫຼຸບວຽກງນປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023 ນີ້, ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ກ່າວເນັ້ນໃຫ້ບັນດາຄະນະພັກກະຊວງ, ກົມ-ກອງຂັ້ນສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສືບຕໍ່ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍການສົມທົບກັບກອງທັບ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຫັນກຳລັງກໍ່ສ້າງຮາກຖານການເມືອງ, ສຶກສາອົບຮົບ, ໃຫ້ຄຳປຶກສາໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ແກ່ປະຊາຊົນ ໂດຍສະເພາະບັນດາຕົວເມືອງໃຫຍ່ ແລະ ບາງເຂດບໍລິເວນຊາຍແດນ.

+ ພົອ ວິໄລ ຫຼ້າຄຳຟອງ ເນັ້ນວ່າ:

ເພື່ອສືບຕໍ່ຮັບປະກັນການຈັດຕັ້ງປະຕິບັດ, ດຳເນີນດ້ວຍຄວາມປອດໄພ ແລະ ທັງເປັນການປັບປຸງແບບແຜນ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ ໃນປີ 2023 ໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ ໂດຍສະເພາະ ວຽກງານປົກປັກຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຄະນະພັກກະຊວງ, ກົມ-ກອງຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ, ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ມາດຕະການຍຸດທະສາດ ແມ່ນຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການສ້າງບ້ານ-ກຸ່ມບ້ານພັດທະນາຕາມທິດ 3 ສ້າງ ຢູ່ພື້ນທີ່ຫຼ່ໍແຫຼມ, ບໍລິເວນຊາຍແດນ ທັງໃຫ້ຕິດພັນກັບການຊຸກຍູ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນທ້ອງຖິ່ນຮາກຖານ; ໃນນີ້, ວຽກງານກໍ່ສ້າງຮາກຖານ ແມ່ນໃຫ້ສົມທົບກັບ ກົມວິຊາສະເພາະ ສຸມໃສ່ປັບປຸງ ປກສ ເມືອງ, ປກສ ກຸ່ມບ້ານ ແລະ ປກສ ບ້ານ.

ໃນນີ້, ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະຢູ່ແຕ່ລະຂັ້ນໃຫ້ແຂງແຮງ ໂດຍສະເພາະ ວຽກງານສືບຂ່າວ, ເກັບກຳ-ວິໄຈ-ປະມວນຂ່າວ,  ເກັບກຳເປົ້າໝາຍທີ່ກ່ຽວຂ້ອງກັບກົນອຸບາຍ, ການເຄື່ອນໄຫວຂອງອິດທິກຳລັງປໍລະປັກ; ເຂັ້ມງວດກວດກາການຮັບ-ຄຸ້ມຄອງລັດຖະກອນຂອງ ສຳນັກງານ-ອົງການ ທັງຕິດຕາມກຳແໜ້ນການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມ, ມູນລະນິທິ, ການຈັດຕັ້ງ-ການເຄື່ອນໄຫວຂອງ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ການສວຍໃຊ້ຮູບການລົງທຶນ, ການທ່ອງທ່ຽວ, ຢ້ຽມຢາມແອບແຝງ ເພື່ອສ້າງໜໍ່ແໜງຄວາມບໍ່ສະຫງົບຢູ່ປະເທດເຮົາດ້ວຍທຸກຮູບແບບ.

ໂດຍໄປຄຽງຄູ່ກັບ ການເອົາໃຈໃສ່ຊີ້ນຳວຽກງານກຽມພ້ອມສູ້ຮົບ ດ້ວຍການສືບຕໍ່ສ້າງ, ປັບປຸງກຳລັງ, ລະບົບສູນບັນຊາ, ພາຫະນະ, ວຽກງານຮັບປະກັນ, ແຜນການກຽມພ້ອມສູ້ຮົບ, ແຜນປະສານໃນການກອບກູ້ໄພພິບັດ ແລະ ນິຕິກຳກ່ຽວຂ້ອງ ເພື່ອສາມາດແກ້ໄຂສະພາບໄດ້ໃນທຸກກໍລະນີ ແລະ ບັນດາເຫດການການເມືອງສຳຄັນຕ່າງໆ ທີ່ຈະດຳເນີນໃນຕໍ່ໜ້າໃຫ້ມີຄວາມປອດໄພຮອບດ້ານ.

ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຄາດໝາຍ (ໄລຍະທີ 2) ແລະ ກະກຽມຂໍ້ມູນຜ່ານການຈັດຕັ້ງປະຕິບັດ ເພື່ອເປັນພື້ນຖານຮັບໃຊ້ໃຫ້ການສະຫຼຸບວຽກງານດັ່ງກ່າວ ໃນປີ 2023; ບັນຫາທີ່ສະມາຊິກສະພາ ໄດ້ຍົກຂຶ້ນໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ນັ້ນ ບັນຫາໃດກ່ຽວຂ້ອງກັບຄວາມຮັບຜິດຊອບ ກໍຕ້ອງສຸມໃສ່ປັບປຸງ. ນອກນີ້, ກໍຕ້ອງສຸມໃສ່ການຄຸ້ມຄອງກວດກາການນໍາໃຊ້ສື່ສັງຄົມອອນລາຍ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ຄຸ້ມຄອງສຳມະໂນຄົວ, ວຽກງານຕ້ານການຄ້າມະນຸດ, ການຫຼຸດຜ່ອນອຸບັດຕິເຫດຕາມເສັ້ນທາງສັນຈອນ, ວຽກງານຄຸມຂັງ-ດັດສ້າງ, ການສືບສວນ-ສອບສວນ-ແກ້ໄຂຄະດີໃຫ້ເຂົ້າສູ່ນິຕິກຳ ແລະ ກົດໝາຍ; ພ້ອມນັ້ນ, ກໍໃຫ້ສືບຕໍ່ແກ້ໄຂໃຫ້ເດັດຂາດຕໍ່ບັນຫາທີ່ອ້າຍ-ນ້ອງຂາດຄວາມຮັບຜິດຊອບ, ສວຍໃຊ້ໜ້າທີ່ໃນການດຳເນີນຄະດີທີ່ສັງຄົມສ່ອງແສງ.

ທັງໝົດນັ້ນ ແມ່ນໜ້າວຽກຈຳນວນໜຶ່ງທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2023 ເພື່ອເຮັດໃຫ້ບັນດາໜ້າວຽກດັ່ງກ່າວ ໄດ້ຮັບການຜັນຂະຫຍາຍຖືກທິດ, ບັນດາສະຫາຍ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເຊີດຊູຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນ ເພື່ອຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ເປັນເຈົ້າການ ແລະ ມີຄວາມຕັ້ງໜ້າໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ມີຜົນສຳເລັດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!