ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຜນການສ້າງບ້ານຕົວແບບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ 5 ບ້ານ ໃນເມືອງຈັນທະບູລີຄື: ບ້ານທົ່ງຂັນຄໍາ, ບ້ານດົງໜ້ຽງ, ບ້ານຂົວຫຼວງ, ບ້ານທົ່ງຕູມ ແລະ ບ້ານຮ່ອງຄ້າ ເພື່ອເປັນບ້ານແບບຢ່າງໃນການເຮັດວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ; ເຊິ່ງໄດ້ຈັດຂຶ້ນໃນວັນທີ 4 ມັງກອນ 2023, ທີ່ຫ້ອງການປົກຄອງບ້ານທົ່ງຂັນຄໍາ ໂດຍມີ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸດສະດາ ສີຫາວົງ ຄະນະພັກເມືອງຈັນທະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ບັນດາພະແນກການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ 5 ບ້ານເຂົ້າຮ່ວມ.

ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຜ່ານແຜນການສ້າງບ້ານຕົວແບບ ວຽກງານສະກັດກັ້ນ ແລະ ຕ້ານອັກຕີໄພຢູ່ 5 ບ້ານ ເພື່ອເຮັດວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ເປັນຂະບວນ, ເປັນຕົວແບບທາງດ້ານການຈັດຕັ້ງປະຕິບັດ, ທາງດ້ານກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ຕາມທິດຊີ້ນໍາຂອງເຈົ້າຄອງນະຄອນຫຼວງວຽງຈັນ, ຫ້ອງຕໍາຫຼວດ ປກສ ນະຄອນ ຫຼວງວຽງຈັນ ຈຶ່ງໄດ້ສ້າງແຜນການສ້າງບ້ານແບບຢ່າງປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ 5 ບ້ານຂຶ້ນ, ທັງນີ້ ກໍເພື່ອເຮັດໃຫ້ມີຄວາມພ້ອມຕະ ຫຼອດເວລາໃນການປະຕິບັດໜ້າທີ່ມອດໄຟ, ສາມາດຄວບຄຸມການໄໝ້ລາມໄດ້ທ່ວງທັນກັບສະພາບການຕົວຈິງທີ່ເກີດຂຶ້ນ, ນໍາເອົາວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ລົງເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢູ່ຂັ້ນພື້ນຖານບ້ານປະຊາຊົນ ຢ່າງທົ່ວເຖິງ ແລະ ຮັດກຸມກວ່າເກົ່າ, ຈັດສັນວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ຕາມບ້ານເປົ້າໝາຍ ໃຫ້ເປັນລະບົບຖືກຕ້ອງ ແລະ ຮັບປະກັນທາງດ້ານກົດໝາຍ, ເຮັດໃຫ້ບຸກຄົນໃນຄອບຄົວສາມາດເຂົ້າ ໃຈ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຮູ້ນໍາໃຊ້ອຸປະກອນການມອບໄຟຂັ້ນພື້ນຖານໄດ້ ທັງເປັນກໍາລັງສໍາຮອງໃຫ້ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ທ້ອງຖິ່ນທີ່ເຂົາເຈົ້າອາໄສຢູ່.

 ເຊິ່ງຄາດວ່າ ໃນການຈັດຕັ້ງປະບັດແຜນການສ້າງບ້ານຕົວແບບວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບ້ານທົ່ງຂັນຄໍາ, ບ້ານດົງໝ້ຽງ, ບ້ານຂົວຫຼວງ, ບ້ານທົ່ງຕູມ ແລະ ບ້ານຮ່ອງຄ້າ ຈະເຮັດໃຫ້ປະຊາຊົນ ແລະ ບຸກຄົນໃນຄອບຄົວ ສາມາດເຂົ້າໃຈຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຮູ້ນໍາໃຊ້ອຸປະກອນມອດໄຟຂັ້ນພື້ນຖານ, ເຮັດໃຫ້ປະຊາຊົນ, ພະນັກງານ, ພໍ່ຊາວຄ້າ-ຂາຍ ທີ່ຢູ່ໃນບ້ານເປົ້າໝາຍ ໄດ້ມີການທົດລອງນໍາໃຊ້ອຸປະກອນເຂົ້າໃນການມອດໄຟຕົວຈິງ ເພື່ອຊ່ວຍເຫຼືອຕົນເອງ ແລະ ບ້ານອ້ອມຂ້າງໃນຂັ້ນເບື້ອງຕົ້ນ ໃຫ້ຖ່ວງທັນກັບເວລາເມື່ອມີອັກຄີໄພເກີດຂຶ້ນ, ເຮັດໃຫ້ 5 ບ້ານເປົ້າໝາຍ ເປັນແບບຢ່າງໃນການເຮັດວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນບ້ານຕໍ່ໆໄປ ທົ່ວນະຄອນຫຼວງວຽງຈັນ, ເຮັດໃຫ້ການປະຕິບັດໜ້າທີ່ມອດໄຟ ມີຄວາມຮັບປະກັນ, ໄດ້ຮັບຄຸນນະພາບສູງ, ສາມາດກອບກູ້ເອົາຊີວິດ ແລະ ຊັບສິນ ຂອງປະຊາຊົນບັນດາເຜົ່າ ຈາກອັກຄີໄພໄດ້ທັນເວລາ, ຈໍາກັດຜົນເສຍຫາຍຈາກການໄໝ້ໃຫ້ຢູ່ລະດັບຕໍ່າທີ່ສຸດ.