ວັນທີ 5 ມັງກອນ ຜ່ານມາ, ອີງຕາມຂໍ້ມູນຈາກໜັງສືພິມ Wall Street Journal ໃຫ້ຮູ້ວ່າ: ບໍລິສັດອາເມຊອນ (Amazon) ຜູ້ໃຫ້ບໍລິການອີ-ຄອມເມີດສ໌ ລະດັບໂລກຂອງອາເມິລກາ ກຽມປົດພະນັກງານທົ່ວໂລກຫຼາຍກວ່າ 17.000 ຄົນ, ເຊິ່ງເປັນຈຳນວນຫຼາຍກວ່າທີ່ໄດ້ມີການເປີດເຜີຍ ໃນເດືອນພະຈິກ 2022.

ໜັງສືພິມ Wall Street Journal ລະບຸວ່າ: ແຜນການປົດພະນັກງານຕື່ມອີກ ຈະສົ່ງຜົນກະທົບຕໍ່ພະນັກງານກວດກາ ແລະ ບໍລິຫານ; ນອກຈາກນັ້ນ, ຍັງສົ່ງຜົນກະທົບຕໍ່ພະແນກເຕັກໂນໂລຊີ, ພະແນກຂາຍຍ່ອຍ, ພະແນກທຸລະກິດອຸປະກອນ ແລະ ຝ່າຍຊັບພະຍາກອນມະນຸດ ທີ່ໄດ້ມີການລາຍງານໃນເມື່ອກ່ອນ.

ເຖິງວ່າການເຄື່ອນໄຫວດັ່ງກ່າວ ຈະເປັນການປົດພະນັກງານຄັ້ງທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງອະເມຊອນ ນັບຕັ້ງແຕ່ສ້າງຕັ້ງຂຶ້ນໃນປີ 1994 ໂດຍ ທ່ານ ເຈຟ ເບໂຊດສ໌, ເຖິງວ່າຈະລາອອກຈາກຕໍາແໜ່ງຫົວໜ້າບໍລິຫານ ໃນປີ 2021 ແລ້ວກໍຕາມ, ແຕ່ກໍຍັງຖືຮຸ້ນ 10%; ແນວໃດກໍຕາມ, ເມື່ອທຽບໃສ່ອັດຕາສ່ວນຂອງພະນັກງານໃນອາເມຊອນ ທັງໝົດທົ່ວໂລກ, ນີ້ຖືເປັນການປົດພະນັກງານພຽງແຕ່ 1% ເທົ່ານັ້ນ ເພາະປັດຈຸບັນອາເມຊອນ ມີພະນັກງານປະມານ 1,5 ລ້ານຄົນ ໃນທົ່ວໂລກ ແລະ ສ່ວນຫຼາຍຢູ່ໃນອາເມລິກາ.

ເຈຟ ເບໂຊດສ໌ ປັດຈຸບັນອາຍຸ 58 ປີ, ເຄີຍໃຫ້ສຳພາດກັບ CNN ເມື່ອບໍ່ດົນມານີ້ ກ່ຽວກັບແຜນການກະກຽມມອບຊັບສິນສ່ວນຕົວມູນຄ່າ 124 ຕື້ໂດລາສະຫະລັດ ໃຫ້ສໍາລັບການກຸສົນ ແລະ ຜົນປະໂຫຍດສາທາລະນະອື່ນໆ, ໂດຍໜຶ່ງໃນແຜນການທີ່ຖືກເປີດເຜີຍໃນການສໍາພາດ ແມ່ນຈະມອບເງິນ ຈຳນວນ 10 ຕື້ ເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ໂດຍຜ່ານກອງທຶນ Bezos Earth.