ອົງການອະນາໄມໂລກ ສະແດງຄວາມເປັນຫ່ວງຢ່າງຈິງຈັງກ່ຽວກັບ ສະຖານະການການລະບາດຂອງໂຄວິດ-19 ຄັ້ງໃໝ່ໃນຈີນ ເນື່ອງຈາກວ່າຂໍ້ມູນທີ່ໄດ້ຮັບຍັງບໍ່ເປັນໄປຕາມສະພາບການຕົວຈິງ.

ວັນທີ 4 ມັງກອນ ຜ່ານມາ, ທ່ານ ດຣ ທີດຣອດສ໌ ອັດຮານອມ ເກເບຣເຢຊຸດສ໌ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຖະແຫຼງການກ່ຽວກັບ ສະພາບການລະບາດໃໝ່ຂອງພະຍາດໂຄວິດ-19 ຢູ່ຈີນ ວ່າ: ອົງການອະນາໄມໂລກ ມີຄວາມກັງວົນຫຼາຍກ່ຽວກັບຄວາມຖືກຕ້ອງ ແລະ ຄວາມໂປ່ງໃສຂອງຂໍ້ມູນທີ່ສະໜອງໃຫ້ໂດຍລັດຖະບານປັກກິ່ງ ຍ້ອນບໍ່ມີຄວາມຊັດເຈນຂອງສະຖານະການທີ່ໂຄວິດ-19 ກຳລັງແພ່ລະບາດໃນປັດຈຸບັນ.

ດ້ານ ທ່ານ ດຣ ໄມ ໄຣອັນ ຫົວໜ້າໂຄງການສຸກເສີນດ້ານສາທາລະນະສຸກຂອງ WHO ກ່າວວ່າ: ຈີນໄດ້ກໍານົດຄໍານິຍາມ ຫຼື ຄວາມໝາຍຂອງການເສຍຊີວິດຈາກໂຄວິດ-19 ໃນລັກສະນະແຄບເກີນໄປ, ສະຖິຕິທີ່ເປິດເຜີຍເມື່ອບໍ່ດົນມານີ້ ມັນບໍ່ສອດຄ່ອງກ່ຽວກັບອັດຕາການເຂົ້າປິ່ນປົວໂຮງໝໍ ແລະ ການເສຍຊີວິດຕົວຈິງ.

ນັບຕັ້ງແຕ່ມີການປະກາດການຜ່ອນຜັນມາດຕະການຄວບຄຸມໂຄວິດ-19 ໃນທ້າຍປີທີ່ຜ່ານມາ ແລະ ກຽມຢຸດຕິມາດຕະການທີ່ເຂັ້ມງວດເກືອບທັງໝົດກ່ຽວກັບ ນັກທ່ອງທ່ຽວຕ່າງປະເທດ ໃນວັນທີ 8 ມັງກອນນີ້, ເຊິ່ງເຫຼືອພຽງແຕ່ຄວາມຕ້ອງການທີ່ຈະສະແດງຜົນຂອງ RT-PCR ເທົ່ານັ້ນ;  ລັດຖະບານປັກກິ່ງ ໄດ້ຍົກເລີກການລາຍງານສະຖິຕິຄົນເຈັບໂຄວິດ-19 ແບບລາຍລະອຽດ, ໂດຍກ່ອນໜ້ານັ້ນມີການຈໍາແນກລະອຽດລະຫວ່າງ ຜູ້ຕິດເຊື້ອສະແດງອາການ ແລະ ຜູ້ຕິດເຊື້ອທີ່ບໍ່ສະແດງອາການ ແລະ ໃນປັດຈຸບັນ ມີການຢືນຢັນຜູ້ເສຍຊີວິດບໍ່ເກີນ 5 ຄົນຕໍ່ວັນ.

ແນວໃດກໍຕາມ, ເຈົ້າໜ້າທີ່ສາທາລະນະສຸກຂອງຈີນ ພວມນັບຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ສະເພາະຜູ້ທີ່ມີອາການປອດບວມ ຫຼື ມີບັນຫາດ້ານລະບົບຫາຍໃຈ, ເຮັດໃຫ້ມີການວິພາກວິຈານຢ່າງໜັກຈາກຫຼາຍຝ່າຍ ເພາະວ່າມັນກົງກັນຂ້າມກັບຮູບພາບທີ່ຖືກເຜີຍແຜ່ອອກມາ ທີ່ໂຮງໝໍຫຼາຍແຫ່ງໄດ້ປະເຊີນກັບສະພາບຜູ້ປ່ວຍລົ້ນໂຮງໝໍ ແລະ ມີໂລງສົບທີ່ລໍຖ້າການຈູດ ຢູ່ບັນດາສະຖານທີ່ຈູດສົບຕ່າງໆຕາມເມືອງໃຫຍ່.

WHO ຄາດຄະເນວ່າ: ການແພ່ລະບາດຂອງ ໂຄວິດ-19 ຄັ້ງຕໍ່ໄປຕໍ່ໄປໃນຈີນ ອາດຈະເກີດຂຶ້ນໃນໄລຍະປີໃໝ່ຈີນ (ກຸດຈີນ), ເຊິ່ງປະຊາຊົນຈຳນວນມະຫາສານ ຈະມີການເດີນທາງຫຼາຍຂຶ້ນ; ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ລັດຖະບານປັກກິ່ງ ເພີ່ມອັດຕາການສັກວັກແຊັງປ້ອງກັນໂຄວິດ-19 ຂຶ້ນຕື່ມອີກ, ໂດຍສະເພາະໂດສກະຕຸ້ນ ແລະ ເພີ່ມຄວາມເຄັ່ງຄັດຂອງມາດຕະການສາທາລະນະສະເພາະບຸກຄົນ.