ວັນທີ 6 ມັງກອນ 2023, ຫ້ອງຊາວໜຸ່ມ ກະຊວງ ປກສ ຈັດກອງປະຊຸມຄົ້ນຄວ້າກໍານົດ ວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີແຂກຮັບເຊີນ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເຂົ້າຮ່ວມ.

ພັຕ ບົວໄລ ສີສຸລາດ ຮອງພະແນກຈັດຕັ້ງ-ອົບຮົມ ໄດ້ຜ່ານຮ່າງບົດສັງລວມໂດຍຫຍໍ້ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ຄະນະຊາວໜຸ່ມກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແຕ່ປີ 1965-2023 ວ່າ:

ຕະຫຼອດໄລຍະປະຕິວັດຊາດ ປະຊາທິປະໄຕ ກໍຄື ໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຍາມໃດກໍອີງໃສ່ກໍາລັງ ແຮງຂອງຊາວໜຸ່ມ, ຖືເອົາຂະບວນການຂອງຊາວໜຸ່ມເປັນບ່ອນຝຶກຝົນ, ທົດສອບ ແລະ ສາມາດສ້າງໄດ້ນາຍ ແລະ ພົນຕໍາຫຼວດ ຜູ້ດີເດັ່ນຈາກຂະບວນການຕົວຈິງ ພ້ອມທັງປຸກລະດົມເຕົ້າໂຮມກ້ອນກໍາລັງແຮງມະຫາສາມັກຄີ ບຸກເຂົ້າໃສ່ການຈັດຕັ້ງປະຕິບັດພາລະກິດປະຕິວັດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມີຜົນສໍາເລັດ; ໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ພ້ອມດຽວກັນນັ້ນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປະຕິວັດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງພາວະວິໄສໃນການກໍານົດ ວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!